ລາຍງານ ກ່າວວ່າ ການປະຕິບັດງານ ຂອງ ສຫລ ເຕັມໄປດ້ວຍ ຫຼາຍບັນຫາ ຢູ່ໄນເຈີ

ກອງກຽດຕິຍົດ ຫາມຫີບສົບ ສິບເອກທະຫານກອງທັບບົກ ສິບເອກ ລາ ເດວິດ ຈອນສັນ ທີ່ຮ່ວມຢູ່ໃນກຳລັງພິເສດ ເສບຊີວິດຢູ່ປະເທດໄນເຈີ.

ການ​ປະຕິບັດ​ງງານ ຂອງ​ໜ່ວຍ​ລົບ​ພິ​ເສດ​ສະຫະລັດ ທີ່​ຍັງ​ຜົນໃຫ້​ທະຫານ​ອາ​ເມ ຣິກັນ​
ສີ່​ຄົນ ​ແລະ​ທະຫານ​ໄນ​ຈີ​ເຣຍສີ່ຄົນ ເສຍຊີວິດ ​ແມ່ນ​ເກີ​ດຈາກ​ຫຼາຍ​ບັນຫາ​ ​ທັງຢູ່ໃນຂັ້ນ
ເທິງແລະຂັ້ນລຸ່ມຂອງ​ການບັງຄັບບັນ​ຊາ​ ​ແຕ່ໃນ​ທີ່​ສຸດ ມັນກໍແມ່ນ ການສະ​ແດງ​ກຳລັງ
ແບບ​ທີ່​ບໍ່​ມີ​ມາ​ກ່ອນ ໂດຍນ້ຳມື​ຂອງ​ກຸ່ມກໍ່ການຮ້າຍ ທີ່ເປັນເຄືອຂ່າຍລັດ​ອິສລາມ.

ການ​ພົບ​ເຫັນນີ້ແມ່ນ​ເປັນ​ພາກ​ສ່ວນນຶ່ງຂອງລາຍງານ ທີ່​ມີການ​ລໍຖ້າ​ມາ​ດົນ​ນານ ທີ່ໄດ້
ພິມ​ເຜີຍແຜ່​ໃນ​ວັນ​ພະຫັດວານ​ນີ້​ວ່າ ​ແມ່ນ​ຫຍັງໄດ້ຜິດພາດ ໃນລະຫວ່າງ​ສອງ​ວັນ​ຂອງ
​ເດືອນ​ຕຸລາ​ປີ​ກາຍ​ນີ້ (2017) ​ໃກ້​ກັບບ້ານ​ຕົງ​ໂກ ຕົງ​ໂກປະມານ 200 ກິ​ໂລ​ແມັດຢູ່ທາງ
​ພາກ​ເໜືອ​ຂອງ​ນະຄອນຫຼວງ​ນິອາ​ເມ ​ໄນ​ເຈີ.

ນາຍ​ພົນ​ໂທ​ມັສ ວອລດ໌​ຮາວ​ເຊີ​ ຜູ້​ບັນຊາ​ການ​ກອງທັບ​ສະຫະລັດ​ໃນ​ອາ​ຟຣິກາ ກ່າວ​ຕໍ່
​ບັນດາ​ນັກ​ຂ່າວ ​ຢູ່​ທຳນຽບຫ້າ​ແຈ​ວ່າ “ຂ້າພະ​ເຈົ້າ​ຮັບເອົາ​ ຄວາມ​ຮັບຜິດຊອບ."

ຮູບພາບກຳລັງພິເສດສະຫະລັດ ສິບເອກເຈີຣາເມຍ ຈອນສັນ ສິບເອກບຣາຍອັນ ບແລັກ ແລະສິອເອກ ລາ ເດວິດ ຈອນສັນ ທີ່ຖືກຂ້າຕາຍໃນໄນເຈີ ວັນທີ 4, 2017.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຈະຂໍ​ຄໍ້າ​ປະ​ກັນວ່າ ບົດຮຽນ​ທີ່​ໄດ້ມີການຖອດຖອນຈະ​ຖືກສົ່ງ
ໄປຍັງລະດັບ ​ພາຍ​ໃນກອງ​ບັນຊາ​ການ​ກຳລັງສະຫະລັດໃນອາຟຣິກາຫຼື AFRICOM.
ລາຍ​ງານ ​ທີ່ໃຊ້ເວລາໃນການສືບສວນ​ຫົກ​ເດືອນ ຮວມທັງບັນທຶກຕ່າງໆຫຼາຍ​ພັນ​ໜ້າ
ທີ່​ໄດ້​ເກັບ​ກຳ​ໂດຍ​ຄະນະ​ສືບສວນຂອງ​ກອງທັບ ທີ່​ໄດ້​ກັບ​ຄືນ​ໄປ​ຍັງ ສະຖານ​ທີ່ໆ​ຖືກ
​ດັກ​ສະກັດ​ໂຈມຕີ ເພື່ອກວດກາ​ເບິ່ງຫລັກ​ຖານ​ຕ່າງໆ ​ແລະ​ໂອ້​ລົມ​ກັບ​ບັນດາ​ຜູ້​ເຫັນ
​ເຫດການ 143 ຄົນ ຮວມທັງ​ຜູ້​ລອດ​ຊີວິດ 37 ຄົນຈາກ ການ​ຖືກ​ກັດ​ສະກັດ​ໂຈມຕີຄັ້ງນີ້.

Your browser doesn’t support HTML5

Pentagon Animation: How US Soldiers Were Wounded in Niger Firefight

ບົດສະຫລຸບ​ແປດ​ໜ້າ​ຂອງ​ການ​ພົບ​ເຫັນ​ ໄດ້​ລົງ​ຄວາມ​ເຫັນ​ວ່າ “ບໍ່​ໄດ້ມີຄວາມ​ລົ້ມ​ແຫຼວ
ຫຼືການຂາດຕົກບົກຜ່ອງ ພຽງຢ່າງໃດຢ່າງນຶ່ງ” ​ແຕ່​ຫາກເປັນການເອົາ​ກ້າວທີ່​ຜິດພາດອັນ
ສຳຄັນຈຳນວນນຶ່ງ ​ຍ້ອນການ​ຂາດ​ເຝິກແອບ ຂາດ​ການ​ກະ ກຽມໃນການ​ປະຕິບັດ​ງານ
​ໃນ​ວັນ​ນັ້ນ ​ແລະ​ຂາດ​ອຸບປະກອນ​ທີ່​ເໝາະ​ສົມ.​

ນາຍ​ພົນ​ຕີ​ໂຣ​ເຈີ ຄລາວ​ຕີ​ເອ ຫົວໜ້າເສນາທິການຂອງກຳລັງສະຫະລັດໃນ​ອາ​ຟຣິກາ
​ແລະ​ຜູ້ນຳພາໃນ​ການ​ສືບສວນ ​ກ່າວ​ວ່າ “ມີ​ການ​ດຳ​ເນີນ​ຂັ້ນຕອນໃນ​ທຸກ ລະ​ດັບ​ຂອງ
ກອງ​ບັນຊາ​ການ ທີ່ຈຳເປັນ​ຕ້ອງໄດ້ຮັບການ​ປັບປຸງ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ