ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis ກ່າວໃນວັນພະຫັດວານນີ້
ວ່າ ກອງທັບກຳລັງສືບສວນເບິ່ງການເສຍຊີວິດຂອງທະຫານອາເມຣິກັນສີ່ຄົນ ຢູ່ປະເທດ Niger ໃນຕົ້ນເດືອນນີ້ ໂດຍພວກຫົວຮຸນແຮງອິສລາມ ຫລື Jihadists.
ທ່ານ Mattis ກ່າວຕໍ່ບັນດານັກຂ່າວວ່າ “ການສືບສວນຢາງເຕັມທີ່ກຳລັງດຳ ເນີນຢູ່” ກ່ຽວກັບເຫດຮ້າຍດັ່ງກ່າວ ດັ່ງດຽວກັນກັບກໍລະນີທີ່ທະຫານສະຫະລັດ ເສຍຊີວິດອື່ນໆ
ແລະທາງກອງທັບຈະເຜີຍແຜ່ຂໍ້ມູນໃໝ່ໃດໆ ທີ່ຕົນໄດ້ຮັບໃນເວລາອັນສົມຄວນ.
ທ່ານ Mattis ກ່າວວ່າ “ພວກເຮົາ ຢູ່ໃນກະຊວງປ້ອງກັນປະເທດ ຢາກຮູ່ວ່າພວກເຮົາ
ເວົ້າກ່ຽວກັບຫຍັງ ກ່ອນທີ່ພວກເຮົາຈະເວົ້າ. ພວກເຮົາບໍ່ມີຂໍ້ມູນອັນແນ່ນອນເທື່ອ. ພວກ
ເຮົາຈະນຳອອກເຜີຍແຜ່ຢ່າງວ່ອງໄວໃນເວລາທີ່ພວກໄດ້ຮັບ.”
ພວກຫົວຮຸນແຮງລັດອິສລາມໄດ້ດັກສະກັດຍິງກຳລັງສະຫະລັດ ແລະທະຫານໄນເຈີ
ລະຫວ່າງວັນທີ 4 ເດືອນຕຸລາ ໃນການສູ້ລົບ ທີ່ຍັງໄດ້ສັງຫານກຳລັງຮັກສາຄວາມປອດ
ໄພຂອງໄນເຈີ.
ກຳລັງທະຫານພິເສດສະຫະລັດ ທີ່ຮູ້ກັນໃນຊື່ Green Berets ຫາກໍ່ເສັດສິ້ນປະຊຸມ
ກັບບັນດາຜູ້ນຳທ້ອງຖິ່ນ ແລະໄດ້ຍ່າງກັບຄືນໄປຫາລົດຂອງເຂົາເຈົ້າ ເວລາຖືກໂຈມຕີ
ອີງຕາມເຈົ້າໜ້າທີ່ສະຫະລັດ ຜູ້ທີ່ໄດ້ກ່າວຕໍ່ ວີໂອເອ ທີ່ບໍ່ປະ ສົງອອກຊື່ ເພາະຍັງຢູ່ໃນ
ລະຫວ່າງການສືບສວນ.
ເຈົ້າໜ້າທີ່ກ່າວວ່າ ພວກທະຫານກ່າວວ່າ ການປະຊຸມໄດ້ມີການຊັກຊ້າ ແລະຈຳນວນ
ນຶ່ງສົງໄສວ່າ ພວກຊາວບ້ານຕັ້ງໃຈ ເຮັດໃຫ້ການເດີນທາງກັບຄືນຂອງເຂົາ ເຈົ້າຊັກຊ້າ.
ຜູ້ອຳນວຍການຂອງເສນາທິການຮ່ວມ ພົນໂທ Kenneth McKenzie ໃນວັນພະຫັດ
ວານນີ້ ໄດ້ກ່າວປ້ອງກັນກອງທັບ ຕໍ່ຄຳຖາມທີ່ສຳຄັນໆກ່ຽວກັບວ່າ ເປັນຫຍັງຊາກສົບ
ຂອງສິບເອກ La David Johnson ນຶ່ງໃນຈຳນວນທະຫານສະຫະລັດທີ່ເສຍຊີວິດໃນ
ນາງ Myeshia Johnson ຮ້ອງໃຫ້ຢູ່ຫີບສົບສາມີຂອງນາງ ທີ່ເມືອງ Miami ລັດ Florida ວັນທີ 17 ຕຸລາ 2017 ຫລັງຈາກສາມີ ສິບເອກ La David Johnson ຜູ້ທີ່ໄດ້ເສຍຊີວິດ ຈາກການ ດັກສະກັດຍິງທີ່ປະເທດ Niger.
ການໂຈມຕີ ຊຶ່ງໄດ້ກູ້ເອົາມາເກືອບ 48 ຊົ່ວໂມງຫລັງຈາກສົບຂອງເພື່ອນທະຫານ
Green Berets ຄົນອື່ນໆ.
ນາຍພົນ McKenzie ກ່າວຕອບຄຳຖາມພວກນັກຂ່າວວ່າ “ພວກເຮົາບໍ່ໄດ້ປະລາວ
ໄວ້ຢູ່ເບື້ອງຫລັງ. ພວກເຮົາໄດ້ຊອກຫາລາວຈົນກວ່າວ່າ ໄດ້ພົບເຫັນລາວ ແລະພວກ
ເຮົາກໍໄດ້ນຳເອົາລາວກັບບ້ານ.”
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John McCain ຈາກລັດ Arizona ກ່າວຕໍ່ນັກຂ່າວ ໃນຂະນະທີ່ເດີນທາງໄປລົງຄະແນນສຽງກ່ຽວກັບງົບປະມານ ທີ່ລັດຖະສະພາ.
ໂຄສົກທຳນຽບຫ້າແຈ ທ່ານນາງ Dana White ກ່າວຕໍ່ບັນດານັກຂ່າວຢູ່ໃນການຖະ
ແຫຼງຂ່າວດັ່ງກ່າວວ່າ ທະຫານສອງຄົນທີ່ໄດ້ຮັບບາດເຈັບໃນການໂຈມຕີ ໄດ້ຖືກສົ່ງ
ໄປໂຮງໝໍທະຫານສະຫະລັດ ທີ່ເມືອງ Landstuhl ປະເທດເຢຍຣະ ມັນ ແລະໄດ້ຮັບ
ການປິ່ນປົວທີ່ນັ້ນ.
ທ່ານນາງ White ກ່າວວ່າ ທ່ານນາງບໍ່ສາມາດໃຫ້ລາຍລະອຽດເພີ້ມເຕີມເທື່ອ ກ່ຽວ
ກັບການໂຈມຕີ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Mattis Niger