ນາຍທະຫານຂັ້ນສູງຂອງສະຫະລັດ ຢ້ຽມຢາມ​ກໍາປູ​ເຈຍ ​

Picha zilizochorwa za Nelson Mandela kuonesha sehemu mbali mbali za maisha yake huko Soweto, Afrika Kusini iliyozinduliwa March 28, 2013.

ນາຍ​ທະຫານ​ເຮືອຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ​ທ່ານ​ນຶ່ງໄດ້ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ
ກັບ​ພວກ​ນາຍ​ທະຫານ​ຂັ້ນ​ສູງ​ຂອງ​ກໍາປູ​ເຈຍ​ ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ປັບປຸງ​ຄວາມ​ຮ່ວມ​ໄມ້​
ຮ່ວມ​ມື​ກັນ​ທາງ​ເຮືອ​ ໃຫ້​ດີ​ຂຶ້ນ​ລະຫວ່າງສອງ​ປະ​ເທດ.

ພົນ​ເຮືອ​ໂທ Scott Van Buskirk ຜູ້​ບັນຊາ​ການ​ທັບ​ເຮືອ​ທີ 7 ຂອງ​ສະຫະລັດ​ໄດ້​ເດີນ
ທາງ​ໄປ​ຮອດ​ກຸງ​ພະນົມ​ເປ​ນ ​ໃນ​ວັນ​ພຸດ​ວານ​ນີ້​ ເພື່ອ ທໍາ​ການ​ຢ້ຽມຢາມ​ ​ເປັນ​ເວລາ 2 ມື້.
ໂຄສົກ​ກອງທັບ​ກໍາປູ​ເຈຍ​ກ່າວ​ວ່າ ພົນ​ເຮືອ​ໂທ Van Buskirk ​ໄດ້​ພົບ​ປະ​ກັບ​ພົນເຮືອໂທ
Soa Sarin ຮອງ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ແລະ​ພົນ​ໂທ Noun Samnang ​ເພື່ອ​ທໍາ
ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ບັນຫາ​ສອງ​ຝ່າຍ​ແລະ​ບັນຫາ​ລະດັບ​ພາກ​ພື້ນ. ພົນ​ໂທ
Samnang ​ເປັນ​ຮອງ​ລັດຖະມົນຕີປ້ອງ​ກັນ ປະ​ເທດ​ກໍາປູ​ເຈຍ.

ກອງທັບ​ສະຫະລັດ​ກ່າວ​ວ່າ ສອງ​ຝ່າຍ​ໄດ້​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ປະກອບສ່ວນ
ຂອງ​ກໍ​ປູ​ເຈຍ ​ໃນການ​ເຝິກ​ແອບເລື້ອງຄວາມ​ພ້ອມ​ຮ່ວມ​ກັນ​ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ​ນີ້. ນອກ​
ນັ້ນ ພວກ​ທ່ານ​ຍັງ​ໄດ້​ສົນທະນາ​ກັນ​ເລື້ອງ​ການ​ເຝິກ​ແອບໃນ​ດ້ານ​ຄວາມ​ປອດ​ໄພ​ ການ
ຊອກ​ຄົ້ນ ​ແລະ​ການ​ກູ້​ໄພ​ທາງ​ທະ​ເລ ພ້ອມ​ທັງ​ການ​ຊ່ອຍ​ບັນ​ເທົາ​ທຸກ​ໃນ​ດ້ານ​ມະນຸດສະ​ທໍາ
ແລະໄພ​ຫາຍຍະນະ.

ພົນ​ໂທ Van Buskirk ຈະ​ທໍາ​ການ​ຢ້ຽມຢາມ​ຖານ​ທັບ​ເຮືອ​ແຫ່ງ​ນຶ່ງ​ເຊ່ນ​ກັນ ​ເພື່ອ​ໄປ​ສັງ​ເກດ
ເບິ່ງ​ການ​ເຝິກຊ້ອມ​ລົບ​ທາງ​ເຮືອ​ຂອງ​ກໍາປູ​ເຈຍ.

ສະຫະລັດ​ແລະ​ກໍາປູ​ເຈຍ​ໄດ້​ທໍ​າການ​ເຝິກຊ້ອມ​ທາງ​ເຮືອຮ່ວມ​ກັນເມື່ອ​ຕົ້ນ​ປີນີ້.