ພາກກາງ ສຫລ ໄດ້ຮັບຜົນກະທົບຢ່າງໜັກ ຈາກໄພນ້ຳຖ້ວມ ໃນຮອບຊາວກວ່າປີ

Your browser doesn’t support HTML5

ເຊີນຊົມ ວີດີໂອ ລາຍງານນີ້

ໄພນ້ຳຖ້ວມໃນລະດູໜາວ ທີ່ບໍ່ຄ່ອຍມີມາກ່ອນ ໄດ້ເຮັດໃຫ້
ຢ່າງໜ້ອຍ 13 ຄົນເສຍຊີວິດ ແລະ ໄດ້ສ້າງຄວາມເສຍຫາຍ
ຢ່າງໜັກ ແກ່ເຮືອນຊານປະຊາຊົນ ຫຼາຍຮ້ອຍຫລັງ ໃນລັດ
Missouri ຢູ່ທາງພາກກາງ ຂອງສະຫະລັດ ຊຶ່ງໄດ້ຮັບຜົນ
ກະທົບຢ່າງ​ໜັກ​ ເປັນ​ປະຫວັດ​ການ ຈາກຝົນທີ່ຕົກລົງມາ
ເມື່ອສອງສາມມື້ຜ່ານມານີ້.

ຜູ້ປົກຄອງລັດ Missouri ທ່ານ Jay Nixon ໄດ້ປະກາດພາວະ
ສຸກເສີນ ແລະ ໄດ້ຮຽກຮ້ອງໃຫ້ ກອງກຳລັງພິທັກຊາດ ມາຊ່ອຍ
ໃນອັນທີ່ທ່ານເອີ້ນວ່າ “ໄພນ້ຳຖ້ວມ ທີ່ຮ້າຍ​ແຮງເປັນປະຫວັດ
ການ ແລະ​ເປັນອັນ ຕະລາຍທີ່ສຸດ.”

ລະດັບນ້ຳທີ່ກຳລັງສູງຂຶ້ນ ໄດ້ກົດດັນໃຫ້ທາງການປິດ ບາງສ່ວນຂອງ ທາງຫລວງທີ່​
ສຳຄັນ 2 ສາຍ ແລະຖະໜົນອື່ນໆ​ອີກ​ບາງສ່ວນ ເກືອບ 500 ແຫ່ງ ຕາມສະຖານທີ່ຕ່າງໆ
​ໃນທົ່ວລັດ. ທ່ານ Nixon ໄດ້ຂໍຮ້ອງໃຫ້ພວກຄົນທີ່ສັນຈອນ​ໄປ​ມາ​ຕາມທ້ອງຖະໜົນ ຫລີກລ່ຽງ ເສັ້ນທາງຕ່າງໆ ທີ່ຖືກນ້ຳຖ້ວມ.

ລົດສອງຄັນ ຈົມຢູ່ໃນນ້ຳ ທີ່ຖ້ວມ ສວນແຫ່ງໜຶ່ງ ໃນເມືອງ Kimmswick ຂອງລັດ Missouri, ວັນທີ 28 ທັນວາ 2015.

ທ່ານ Nixon ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວວ່າ “ການເສຍຊີວິດ ຢ່າງຫລວງຫຼາຍ
ຂອງພົນລະເມືອງພວກເຮົານັ້ນ ແລະ ຂ້າພະເຈົ້າຢາກເນັ້ນຢ້ຳອີກຕື່ມ ເຖິງການຂັບລົດ
ເຂົ້າໄປໃນນ້ຳ ແລະໂດຍສະເພາະຂັບລົດເຂົ້າໄປໃນບ່ອນ​ທີ່​ເກີດນ້ຳຖ້ວມ​ໃນຍາມ
ຄ່ຳຄືນ”.

ລັດ Missouri ໄດ້ຮັບຜົນກະທົບ ຈາກລະບົບພາຍຸທີ່ເຮັດໃຫ້ມີຝົນຕົກ ໜັກເປັນເວລາ
ສອງສາມມື້ ແລະ ຍັງໄດ້ກໍ່ໃຫ້ເກີດພາຍຸຫົວກຸດ ຫຼືໂທເນໂດຫຼາຍຫົວ ໃນພາກສ່ວນອື່ນໆ
ທາງພາກກາງ ແລະ ພາກໃຕ້ຂອງສະຫະລັດ. ຫລັງ​ຈາກ​ນັ້ນ ຝົນກໍໄດ້ເຄື່ອນຍ້າຍອອກໄປ
ແຕ່ບັນດາເຈົ້າໜ້າທີ່ ​ໄດ້ເຕືອນ​ໃຫ້​ລະວັງໄພນ້ຳຖ້ວມ ທີ່ຍັງສືບຕໍ່ສູງຂຶ້ນຢູ່ນັ້ນ.

ບັນດານັກພະຍາກອນອາກາດ ຄາດກັນວ່າ ແມ່ນ້ຳ Mississippi ຈະສູງຂຶ້ນສຸດຂີດ ເຖິງ
15.1 ແມັດ ໃນວັນສຸກມື້ຮືນີ້ ຊຶ່ງຈະເທົ່າກັບລະ ດັບ ເຫດການນ້ຳຖ້ວມໃຫຍ່ “Great
Flood”
​ ໃນປີ 1993. ແມ່ນ້ຳ Missouri ແມ່ນຄາດກັນວ່າ ຈະສູງຂຶ້ນສຸດຂີດ ເຖິງ 14.5
ແມັດ ໃນວັນເສົາຈະມາເຖິງນີ້ ໂດຍຈະທຳລາຍສະຖິຕິ ທີ່​ໄດ້​ຈົດບັນທຶກໄວ້ໃນເມື່ອກ່ອນ.