ການປະທ້ວງ ຕໍ່ຕ້ານຮູບເງົາ ໝິ່ນປະໝາດ ອິສລາມ ຍັງດຳເນີນຢູ່ຕໍ່ມາ ໃນຫຼາຍ ປະເທດ (ວີດີໂອ)

ຜູ້ປະທ້ວງຄົນນຶ່ງ ພວມແລ່ນໜີລະເບີດນໍ້າຕາ ທີ່ຕຳຫຼວດຍິງໃສ່ ໃນລະຫວ່າງການປະທະກັນ ທີ່ກຸງໄຄໂຣ ໃກ້ໆສະຖານທູດສະຫະລັດ (14 ກັນຍາ 2012)

ກຳລັງຮັກສາຄວາມສະຫງົບຂອງອີຈິບ ໄດ້ປິດລ້ອມບໍລິເວນໃກ້ໆ
ສະຖານທູດສະຫະລັດທີ່ກຸງໄຄໂຣຊຶ່ງເປັນນຶ່ງໃນບັນດາຫົວເມືອງ ຢູ່ໃນປະເທດທີ່ນັບຖືສາສະໜາອິສລາມທີ່ໄດ້ມີການໂຮມຊຸມນຸມ
ປະທ້ວງຕໍ່ຕ້ານຮູບເງົາເຍາະເຍີ້ຍສາສະໜາອິສລາມ ທີ່ນຳອອກ
ເຜີຍແຜ່ທາງອິນເຕີແນັດນັ້ນ.

ກຳລັງຮັກສາຄວາມສະຫງົບອີຈິບໄດ້ຈັບພວກປະທ້ວງຫຼາຍສິບ
ຄົນໃນຄືນແລ້ວນີ້ ລຸນຫຼັງທີ່ໄດ້ມີການປະທ້ວງຢ່າງຮຸນແຮງທີ່ກຸງ
ໄຄໂຣແລະຫົວເມືອງອື່ນໆ ຢູ່ໃນຫຼາຍໆປະເທດ.

ນັບແຕ່ຕູນີເຊຍໄປຫາອີຈິບ ຊູດານໄປຫາເຢເມນພວກປະທ້ວງ
ໄດ້ພາກັນປິດລ້ອມສະຖານທູດແຫ່ງຕ່າງໆຂອງສະຫະລັດແລະ
ປະເທດພັນທະມິດໂດຍພາກັນກ່າວປະນາມຮູບເງົາ ແລະພວກ
ທີ່ເຂົາເຈົ້າຮູ້ສຶກວ່າ ບໍ່ໄດ້ດຳເນີນການ ຢ່າງພຽງພໍ ເພື່ອຍຸຕິການນຳເຜີຍແຜ່ຮູບເງົານີ້. ມີ
ລາຍງານວ່າມີຜູ້ເສຍຊີວິດຢ່າງນ້ອຍ 2 ຄົນ.

ການປະທ້ວງທີ່ຮ້າຍແຮງຈຳນວນນຶ່ງແມ່ນມີຂຶ້ນໃນມື້ວັນສຸກວານນີ້ທີ່ນະຄອນຫຼວງຂອງ
ຊູດານ ບ່ອນທີ່ຝູງຊົນຊຶ່ງມີຄວາມໂກດແຄ້ນໄດ້ປະທະກັບຕຳຫຼວດ ຫຼັງຈາກໄດ້ໂຮມຊຸມ ນຸມປະທ້ວງຢູ່ທີ່ສະຖານທູດສະຫະລັດ ອັງກິດ ແລະເຢຍຣະມັນ. ພວກທີ່ເຫັນເຫດການ ເວົ້າວ່າ ມີຜູ້ເສຍຊີວິດຢ່າງນ້ອຍ 1 ຄົນ ຢູ່ນອກສະຖານທູດສະຫະລັດ.

ອີກຄົນນຶ່ງໄດ້ຖືກຂ້າຕາຍໃນການປະທ້ວງຢູ່ໃນພາກເໜືອຂອງປະເທດເລບານອນ. ນອກ ນັ້ນ ພວກປະທ້ວງຍັງໄດ້ບຸກສະຖານທູດສະຫະລັດ ທີ່ນະຄອນຫຼວງຂອງຕູນີເຊຍ ແລະກໍ ຈູດໄຟເຜົາ.

ຂະນະດຽວກັນ ຢູ່ທີ່ທ່ານຖານທັບອາກາດແຫ່ງນຶ່ງຂອງສະຫະລັດນອກກຸງວໍຊິງຕັນ ປະທາ ນາທິບໍດີບາຣັກ ໂອບາມາ ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານແລະຫຼັງຈາກນັ້ນກໍໄດ້ກ່າວສັນລະເສີນ ຂະນະທີ່ສົບຂອງຊາວອາເມຣິກັນ 4 ຄົນທີ່ເສຍຊີວິດຢູ່ລີເບຍໃນຕົ້ນອາທິດນີ້ ສົ່ງມາເຖິງທີ່ ນັ້ນ.

ເອກອັກຄະລັດຖະທູດສະຫະລັດປະຈຳລີເບຍ ທ່ານ Christopher Stevens ແລະພະ ນັກງານຂອງທ່ານ 3 ຄົນ ໄດ້ເສຍຊີວິດທີ່ສະຖານກົງສຸນສະຫະລັດ ຢູ່ເມືອງ Benghazi ໃນມື້ວັນອັງຄານຜ່ານມາ ຫຼັງຈາກພວກປະທ້ວງທີ່ມີຄວາມໂກດແຄ້ນກ່ຽວກັບຮູບເງົາ ໄດ້ ພາກັນໂຈມຕີສະຖານກົງສຸນດັ່ງກ່າວ.