ສະຫະລັດ ແລະເມັກຊິໂກ ຫາລືກ່ຽວກັບທາງເລືອກ ເພື່ອຫຼຸດຈໍານວນ ທີ່ເພີ້ມຂຶ້ນຂອງພວກຍົກຍ້າຍຖິ່ນຖານ ຢູ່ຕາມຊາຍແດນ

  • ວີໂອເອ

ປະທານາທິບໍດີເມັກຊິໂກ ທ່ານອັນເດຣສ ມານູເອລ ໂລເປສ ໂອບຣາດໍ, ຊ້າຍ, ເດີນທາງໄປເຖິງ Palacio Nacional ເພື່ອພົບປະກັບຄະນະຜູ້ແທນສະຫະລັດ ແລະຄະນະລັດຖະມົນຕີຂອງທ່ານ ໃນນະຄອນຫຼວງເມັກຊິໂກຊິຕີ້, ວັນທີ 27 ທັນວາ 2023.

ເຈົ້າໜ້າທີ່ສະຫະລັດ ແລະເມັກຊິໂກ ພົບປະກັນໃນວັນພຸດວານນີ້ ຢູ່ທີ່ນະຄອນ ຫຼວງເມັກຊິໂກຊິຕີ້ ໂດຍຫາລືກັນວ່າຈະເຮັດແນວໃດ ເພື່ອຈະຫຼຸດຈໍານວນທີ່ເພີ້ມຂຶ້ນຂອງພວກ​ຍົກ​ຍ້າຍ​ຖິ່ນ​ຖານ ຢູ່ຕາມຊາຍແດນຮ່ວມກັນຂອງທັງສອງປະເທດ, ເຊິ່ງເປັນບ່ອນທີ່ມີການຂ້າມຊາຍແດນທີ່ຜິດກົດໝາຍ ເຂົ້າມາໃນສະຫະລັດຫຼາຍຮອດ 10,000 ຄົນໃນທຸກໆມື້ ຂອງເດືອນທັນວານີ້.

ທັງສອງ​ຝ່າຍ, ເຊິ່ງ​ນຳ​ໂດຍລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານແອນໂທນີ ບລິງເກັນ ​ແລະ ປະທານາທິບໍດີ​ເມັກ​ຊິ​ໂກ ທ່ານອັນເດຣສ ມານູເອລ ໂລເປສ ໂອບຣາດໍ (Andrés Manuel López Obrador) ພົບປະຫາລືກັນເປັນເວລາ​ປະມານ 2 ຊົ່ວ​ໂມງ.

ເຈົ້າ​ໜ້າ​ທີ່​ລັດຖະບານຂັ້ນສູງຂອງທ່ານໄບເດັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຜູ້​ນໍາ​ຂອງ​ເມັກ​ຊິ​ໂກ ກ່າວ​ຕໍ່​ຄະນະ​ຜູ້​ແທນ​ສະຫະລັດກ່ຽວ​ກັບ​ມາດ​ຕະການ​ໃໝ່​ທີ່​ເມັກ​ຊິ​ໂກ​ກຳລັງ​ດໍາເນີນການຢູ່, ລວມທັງ​ການ​ປາບ​ປາມ​ພວກ​ລັກ​ລອບ​ຄ້າ​ມະນຸດ ທີ່ຂົນ​ເອົາ​ພວກ​ອົບ​ພະຍົບ​ຂຶ້ນ​ລົດ​ໄຟ ຫຼື ​ລົດ​ໂດຍສານ ເພື່ອ​ມຸ່ງ​ໜ້າ​ມາ​ບໍລິເວນ​ຊາຍ​ແດນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ “ພວກ​ເຮົາ​ປະ​ທັບ​ໃຈ​ຫຼາຍ​ກັບປະຕິບັດການອັນ​ໃໝ່​ທີ່​ເມັກ​ຊິ​ໂກ​ກໍາລັງດຳ​ເນີນງານຢູ່, ແລະ​ພວກ​ເຮົາກໍເຫັນໄດ້ ​ໃນຫຼາຍໆ​ມື້ທີ່​ຜ່ານ​ມາ​ວ່າ ​ການ​ຂ້າມ​ຊາຍ​ແດນ ໄດ້ຫຼຸດລົງມາຫຼາຍ.

ທ່ານໂລເປສ ໂອບຣາດໍ ກ່າວ​ໃນ​ສື່​ສັງ​ຄົມ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້​ວ່າ “ບັນລຸເປົ້າໝາຍຕາມຂໍ້ຕົກລົງ​ທີ່​ສຳຄັນ” ​ເພື່ອ​ໃຫ້ເກີດ​ຜົນ​ປະ​ໂຫຍ​ດແກ່ທັງ​ສອງ​ປະ​ເທດ ​ແລະ​ປະຊາຊົນ​ຂອງ​ພວກເຂົາ​ເຈົ້າ, ແຕ່ທ່ານບໍ່ໄດ້ໃຫ້ລາຍລະອຽດທີ່ສະເພາະເຈາະຈົງໃດໆ ກ່ຽວກັບຂໍ້ຕົກລົງດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ