ພວກອົບພະຍົບ ລໍຖ້າ ຍື່ນຄຳຮ້ອງ ຢູ່ນອກດ່ານ ຄົນເຂົ້າເມືອງ ສຫລ ເພື່ອຂໍລີ້ໄພ

People walk past a screen in Tokyo, Japan, showing the news report that President Donald Trump has left a hospital to return to the White House after receiving treatments for COVID-19.

ຫຼັງ​ຈາກ​ເດີນທາງ ດ້ວຍ​ການ​ຍ່າງ, ດ້ວຍລົດເມ​ ແລະ​ລົດ​ໄຟ ມາ​ເປັນ​ເວລາ​ຫຼາຍ​ກວ່າ​
ນຶ່ງເດືອນ ແລ້ວ ຂະ​ບວນຂອງ​ພວກເດີ​ນທາງຈາກ​ອາ​ເມຣິກາ​ກາງ ທີ່​ມີ​ຫຼາຍ​ກວ່າ 150 ຄົນ
ກໍ​ໄດ້​ພາ ກັນ​ມາ​ຮອດ​ເມືອງທີ​ຮົວນາ ຊຶ່ງເປັນດ່ານຊາຍ​ແດນ​ລະຫວ່າງ​ສະຫະລັດກັບ​
ເມັກ​ຊິ​ໂກ ບ່ອນ​ທີ່​ຫຼາຍໆ​ຄົນ​ຫວັງ​ວ່າ ຈະ​ໄດ້​ຮັບ​ການອະນຸຍາດໃຫ້​ລີ້​ໄພ ຊຶ່ງເປັນການ
​ປ້ອງ​ກັນ​ຈາກ​ການ​ຖືກເນລະ​ເທດ​ໂດຍສະຫະລັດ ສຳລັບ​ສ່ວນ​ບຸກຄົນ ທີ່​ເຊື່ອ​ວ່າ
“ຕົນ​ມີ​ຄວາມ​ຢ້ານກົວ​ຢ່າງ​ໃຫຍ່​ຫຼວງ” ທີ່ຈະ​ຖືກ​ປະ​ຫັດ​ປະຫານນັ້ນ.

​ໃນ​ການ​ມາ​ຮອດ​ມາ​ເຖິງ​ຂອງ​ກຸ່ມ​ດັ່ງກ່າວ ​ບັນດາ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ ​
ໄດ້​ກ່າວ​ວ່າ ດ່ານຊາຍແດນແຫ່ງນີ້ ​ທີ່​ມີ​ຄວາມ​ສາມາດ​ຮັບເອົາຜູ້​ຄົນໄດ້ປະມານ 300 ນັ້ນ​
ແມ່ນ​ເຕັມ​ແລ້ວ.

ໃນຕອນແລງວັນຈັນວານນີ້ ຄົນເຂົ້າເມືອງຜູ້ທຳອິດ ໄດ້ຮັບອະນຸຍາດໃຫ້ເຂົ້າມາ
ໃນສະຫະລັດເພື່ອແລ່ນເຈ້ຍສໍ ອົງການທີ່ຈັດແຈງກ່ຽວກັບກຸ່ມດັ່ງກ່າວເວົ້າວ່າ ຮວມທັງ
8 ຄົນ.

ທ່ານ​ນິ​ໂຄລ ຣາ​ໂມ​ສ ທະນາຍຄວາມ​ຄົນ​ເຂົ້າ​ເມືອງຂອງ​ອົງການ “Al Otro Lado”
ທີ່ບໍ່​ຫວັງຜົນ​ກຳ​ໄລ ກ່າວ​ວ່າ ​ເປັນ​ຄວາມ​ຜິດ​ຂອງ​ໜ່ວຍ​ປ້ອງ​ກັນຊາ​ຍ​ແດນ​ແລະ​ພາສີ
​ສະຫະລັດ ຫຼື (CBP) ທີ່​ຊັກ​ຊ້າ​ໃນ​ການ​ດຳ​ເນີນ​ການ​ນີ້.

ທ່ານ ຣາ​ໂມ​ສ ​ກ່າວ​ຕື່​ມວ່າ “ພວກ​ເຂົາ​ເຈົ້າ​ຮູ້​ແລ້ວ​ວ່າ ຂະ​ບວນຂອງ​ພວກເດີ​ນທາງ
ຈະ​ມາ​ຮອດ​ມາ​ເຖິງ ສະ​ນັ້ນ​ການ​ບໍ່​ມີ​ການ​ກະກຽມນັ້ນ​ບໍ່ແມ່ນ​ຄວາມ​ຜິດ​ຂອງ​ພວກ
​ອົບ​ພະຍົບ ເປັນ​ຫຍັງ​ລະ ທີ່​ລັດຖະບານ​ອາ​ເມຣິກາ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີອິດທິພົນ​ ​
ແລະ​ຮັ່ງມີທີ່​ສຸດ​ໃນ​ໂລກ ຈຶ່ງບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ຮັບຮອງ​ການ​ປະກອບ​ເອກກະ
ສານ ​ຂອງ​ພວກ​ອົບ​ພະຍົບ 200 ຄົນ ພວກເຂົາ​ເປັນ​ເດັກ​ນ້ອຍ​ໂພດ?.”

ເຊີນຊົມ: ຊາຍ​ແດນ​ລະຫວ່າງ​ສະຫະລັດກັບ​ເມັກ​ຊິ​ໂກ

Your browser doesn’t support HTML5

Outside US Port of Entry, Asylum-Seekers Prepare to Make Their Case

​ໃນການ​ລໍຖ້າເພື່ອໃຫ້ເຖິງ​ຮອບ​ພວກ​ເຂົາ​ເຈົ້ານັ້ນ ພວກຄົນ​ເຂົ້າ​ເມືອງ​ຫຼາຍ​ຄົນ ​ໄດ້​ນອນ​
ຢູ່​ກັບ​ສຳພາລະ​ທີ່​ພວກ​ເຂົາ​ເຈົ້​ານຳ​ມາ ​ແລະ​ກັບ​ຄົນ​ຮັກ ຍາດ​ພີ່​ນ້ອງຂ້າມ​ຄືນທີ່ນັ້ນ
ຊຶ່ງເປັນຄວາມ​ຫວັງ​ທີ່​ປະ​ປົນທັງ​ຄວາມ​ຕື່ນ​ເຕັ້ນ ຢູ່​ຂ້າງ​ນອກຮົ້ວ.

“ຂ້ອຍ​ດີ​ໃຈ​ສຳລັບ​ໂອກາດ ​ແລະ​ກໍ​ຍັງມີຄວາມບໍ່ແນ່ໃຈ ​ເຖິງ​ອັນ​ທີ່​ຈະ​ເກີດ​ຂຶ້ນ,”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ຊາວ​ຮອນ​ດູ​ຣາສ ​ໄດ້​ບອກ​ກັບ​ວີ​ໂອ​ເອ.

“ສ່ວນຂ້ອຍ​ນັ້ນ​ແມ່ນ​ໂສກ​ເສົ້າ, ​ແຕ່​ວ່າ​ຂ້ອຍກໍ​ດີ​ໃຈ​ທີ່​ໄດ້​ເຫັນ​ໝູ່​ຄູ່​ຫຼາຍ​ຄົນ​ໃນ​ທີ່​ນີ້,” ນັ້ນແມ່ນຄຳເວົ້າຂອງ​ທ້າວ​ເອ​ເດນ ​ແອ​ລ​ເບີ​ໂຕ ຣາມີ​ແຕສ ຊຶ່ງເປັນພໍ່​ຄົນ​ໄວ 18 ປີ ຈາກ
ແອລຊາລ ວາດໍ ທີ່​ໄດ້​ກ່າວ​ໄວ້.

“ພວກ​ເຮົາ ​ໄດ້ຊິ້ງຊອມ​ເບິ່ງຢູ່. ພວກ​ເຮົາ ​ໄດ້ຊິ້ງຊອມ​ເບິ່ງ,” ນັ້ນຄືຄຳເວົ້າຂອງ​ປະທານາ
ທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ກ່າວເຖິງຂະ​ບວນຂອງ​ພວກເດີ​ນທາງ​ມ​າ ​ໃນ​ວັນ​ຈັນ​ວານ​ນີ້.
ທ່ານ​ໄດ້​ກ່າວ​ເຖິງ​ກົດໝາຍຂອງ​ຄົນ​ໜີ​ເຂົ້າ​ເມືອງ​ສະຫະລັດ​ວ່າ “ອ່ອນ​ແອ​ແລະ​ໃຊ້ບໍ່ໄດ້
ແລ້ວ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ໃນຂະນະທີ່ພວກອົບພະຍົບ ປະທານ 50 ຄົນ ທີ່ຢາກຂໍລີ້ໄພໃນເມືອງດ່ານເອລ ຊາບປາແຣລ (El Chaparral), ລໍຖ້າການເຮັດເຈ້ຍສໍ, ອີກ 150 ຄົນນອນຢູ່ຂ້າງນອກ ໃນຮົ້ວຂອງເມືອງທີຮົວນາ, ເມັກຊິໂກ.