ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ໄປຮ່ວມກອງປະຊຸມວ່າດ້ວຍຄວາມໝັ້ນຄົງແຫ່ງພາກພື້ນ ຂອງສະມາຄົມອາຊ່ຽນທີ່ເກາະບາຫລີ ປະເທດອິນໂດເນເຊຍ ເມື່ອໝໍ່ໆມານີ້ ເພື່ອຈະບອກວ່າ ສະຫະລັດແມ່ນຍັງມີເຈດຕະນາທີ່ຈະເຂົ້າພົວພັນໃນການ ພັດທະນາທາງການເມືອງແລະເສດຖະກິດຂອງຂົງເຂດນັ້ນຢູ່ຕໍ່ໄປ. ແລະ ໃນອັນທີ່ເປັນພາກສ່ວນນຶ່ງຂອງຄວາມພະຍາຍາມດັ່ງກ່າວນີ້ ທ່ານນາງ ຄລິນຕັນໄດ້ເວົ້າສູ່ກອງປະຊຸມຟັງ ກ່ຽວກັບວ່າວໍຊິງຕັນຈະສົ່ງເສີມຊຸກຍູ້ ການພັດທະນາແບບມີຄວາມຮັບຜິດຊອບແນວໃດ ຜ່ານໂຄງການຊ່ວຍເຫລືອທີ່ມີມູນຄ່າ 221 ລ້ານໂດລາ ໃນຂົງເຂດລຸ່ມແມ່ນໍ້າຂອງນັ້ນ.
ເງິນຊ່ວຍເຫລືອໃນໂຄງການດັ່ງກ່າວນີ້ ຈະໃຊ້ເປັນງົບປະມານສໍາລັບໂຄງການສຶກສາ ໂຄງ
ການສະພາບແວດລ້ອມ ສຸຂະພາບ ແລະໂຄງລ່າງພື້ນຖານ ໃນຂົງເຂດທີ່ດ້ອຍພັທະນາໃນ
ກໍາປູເຈຍ ລາວ ໄທ ແລະຫວຽດນາມ.
ທ່ານ ເດວິດ ຄາເດິນ(David Carden) ເອກອັກຄະລັດຖະທູດສະຫະລັດປະຈໍາສະມາຄົມອາຊ່ຽນ ກ່າວວ່າ ສະຫະລັດມີຄວາມເປັນຫ່ວງກ່ຽວກັບຜົນກະທົບຂອງໂຄງການເຂຶ່ອນໄຟຟ້ານໍ້າຕົກໃຫຍ່ໆຫລາຍໂຄງການທີ່ຈະສ້າງ ຂຶ້ນຢູ່ຕາມລໍາແມ່ນໍ້າຂອງ ທີ່ກຸ່ມສະພາບແວດລ້ອມບາງກຸ່ມໄດ້ເຕືອນວ່າ ອາດສາມາດສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ທາງນໍ້າທີ່ສໍາຄັນຕ່າງໆໃນຂົງເຂດໄດ້ນັ້ນ.
“The dams that are being proposed...
ທ່ານ ຄາເດິນ ກ່າວວ່າ: “ພວກເຂຶ່ອນຕ່າງໆທີ່ຖືກສະເໜີຂຶ້ນມາ ແລະບາງແຫ່ງກໍໄດ້ສ້າງໄປແລ້ວນັ້ນ ມາຮອດຈຸດນີ້ ກໍຍັງບໍ່ໄດ້ມີການກວດສອບທົບ ທວນເບິ່ງຢ່າງເຕັມສ່ວນ ກ່ຽວກັບຜົນກະທົບດ້ານວິທະຍາສາດຂອງເຂື່ອນ ເຫລົ່ານັ້ນ ແລະມັນບໍ່ໄດ້ນອນຢູ່ໃນຜົນປະໂຫຍດຂອງຂົງເຂດນີ້ເທົ່ານັ້ນ ແຕ່ຈິງໆແລ້ວ ນອນຢູ່ໃນຜົນປະໂຫຍດຂອງໂລກທັງໝົດ ເພື່ອວັດຖຸປະສົງ ດ້ານຄວາມໝັ້ນຄົງຂອງສະບຽງອາຫານ ວັດຖຸປະສົງດ້ານສະພາບແວດລ້ອມ ວັດຖຸປະສົງດ້ານສັນຕິພາບແລະຄວາມໝັ້ນຄົງ ທີ່ວ່າການພັດທະນາເຂດລຸ່ມແມ່ນໍ້າຂອງ ຄວນຈະເປັນໄປຢ່າງສະຫລາດຮອບຄອບ ແລະສອດ ຄ່ອງກັບວິທະຍາສາດທີ່ວ່າດີທີ່ສຸດ ທີ່ສາມາດຖືກນໍາມາໃຊ້ໄດ້ນັ້ນ.”
ຊາວປະມົງຂະເໝນ ຫາປາ ຢູ່ໃນແມ່ນໍ້າຂອງ
ມີປະຊາຊົນຫລາຍກວ່າ 60 ລ້ານຄົນທີ່ອາໃສຢູ່ຕາມລໍາແມ່ນໍ້າຂອງ ຊຶ່ງມີ ເນື້ອທີ່ຫລາຍກວ່າ 600,000 ກິໂລແມດມົນທົນ ເປັນເຂດປະມົງພາຍໃນ ດິນແດນທີ່ໃຫຍ່ທີ່ສຸດຂອງໂລກ. ນອກນີ້ແລ້ວ ພວກຊາວນາຍັງໄດ້ອາໃສເພິ່ງພານໍ້າແລະຕະກອນຈາກແມ່ນໍ້າຂອງນີ້ ເພື່ອຫົດນາແລະໃຊ້ເປັນປຸ໋ຍໃສ່ເຂົ້າທີ່ເຂົາເຈົ້າປູກ.
ແຕ່ກໍເກີດມີຄວາມເປັນຫ່ວງເພີ່ມຂຶ້ນນັບມື້ວ່າ ການສ້າງເຂື່ອນໄຟຟ້ານໍ້າຕົກໃນປະເທດຈີນ
ແລະແຜນການທີ່ຈະສ້າງເຂື່ອນເພີ່ມຕື່ມອີກ
ໃນລາວແລະກໍາປູເຈຍນັ້ນ ອາດສາມາດສ້າງ
ຄວາມເສຍຫາຍຢ່າງສໍາຄັນ ໃຫ້ແກ່ສະພາບແວດລ້ອມແລະເສດຖະກິດຢູ່ໃນພວກປະເທດ
ທີ່ຢູ່ໃນລຸ່ມແມ່ນໍ້າຂອງລົງໄປອີກ ເຊັ່ນຫວຽດນາມນັ້ນ.
ທ່ານເອກອັກຄະລັດຖະທູດ ຄາເດິນ ກ່າວວ່າ ການຊ່ວຍເຫລືອຂອງສະຫະລັດແມ່ນມີເປົ້າໝາຍຢ່າງກວ້າງຂວາງ ທີ່ແນໃສ່ເພື່ອສະໜອງການຊ່ວຍເຫລືອເພື່ອຊ່ວຍຮັກສາຄຸ້ມຄອງ ສັນຕິພາບແລະສະຖຽນລະພາບຢູ່ໃນຂົງເຂດນຶ່ງ ທີ່ມີຄວາມສາມາດບົ່ມຊ້ອນທີ່ຈະເກີດຂໍ້ຂັດ ແຍ້ງຜິດຖຽງກັນຂ້າມຊາຍແດນໄດ້.
“I think that the simple truth is, whatever....
ທ່ານຄາເດິນເວົ້າວ່າ: “ຂ້າພະເຈົ້າຄິດວ່າ ຄວາມຈິງທີ່ງ່າຍໆນັ້ນ ກໍແມ່ນວ່າ ບໍ່ວ່າບຸກຄົນໃດຢາກຈະນໍາເອົາສິ່ງດົນໃຈໃດໆກໍຕາມ ມາອ້າງເປັນເຫດຜົນ ໃນການດໍາເນີນຄວາມພະຍາຍາມເຫລົ່ານີ້ກໍຕາມ ຂ້າພະເຈົ້າກໍຄິດວ່າ ມັນເປັນທີ່ແຈ້ງຂາວວ່າ ເລື້ອງນີ້ແມ່ນກໍລະນີທີ່ວ່າ ໂລກທັງໝົດ ບໍ່ແມ່ນພຽງແຕ່ຂົງເຂດນີ້ ທີ່ຮັບຮູ້ໃນຄວາມຈໍາເປັນ ສໍາລັບພວກເຮົາໝົດທຸກຄົນ ທີ່ຈະຕ້ອງປະຕິບັດງານຮ່ວມກັນ ເພື່ອແກ້ໄຂພວກບັນຫາທີ່ໄຮ້ຊາຍແດນ ເຫລົ່ານີ້.”
ແຕ່ທ່ານ ມິລເຕິນ ອອສບອນ(Milton Osborne) ນັກວິເຄາະຂ່າວກ່ຽວກັບຂົງເຂດເອເຊຍຕາເວັນອອກສຽງໃຕ້ ປະຈໍາສະຖາບັນນະໂຍບາຍນາໆ ຊາດ Lowy ຂອງອອສເຕຣເລຍ ກ່າວວ່າ ການເຂົ້າພົວພັນຂອງສະຫະລັດໃນຂົງເຂດເອເຊຍນັ້ນ ແມ່ນຖືກດົນໃຈໂດຍ ຄວາມເປັນຫ່ວງກ່ຽວກັບອິດທິພົນທີ່ກໍາລັງເຕີບໃຫຍ່ຂຶ້ນນັບມື້ຂອງຈີນນັ້ນ ເປັນສ່ວນໃຫຍ່. ຊຶ່ງທ່ານ ອອສບອນ ກ່າວວ່າ:
“The continuing rise of China in economic...
ທ່ານ ອອສບອນ ເວົ້າວ່າ: “ເປັນທີ່ແລະເຫັນໄດ້ຢ່າງແຈ້ງຂາວວ່າ ການເຕີບໃຫຍ່ຂຶ້ນເລື້ອຍໆຂອງຈີນ ໃນແງ່ຂອງເສດຖະກິດ ແມ່ນເປັນເລື້ອງທີ່ໜ້າວິຕົກກັງວົນ ສໍາລັບສະຫະລັດ ແລະໂຄງການລິເລີ່ມໃນເຂດແມ່ນໍ້າຂອງນັ້ນ ກໍຖືວ່າເປັນນຶ່ງໃນຫລາຍໆວິທີທາງ ທີ່ສະຫະລັດກໍາລັງເຮັດໃຫ້ເປັນທີ່ແຈ້ງຂາວວ່າ ສະຫະລັດຍັງສືບຕໍ່ມີຄວາມສົນໃຈ
ອັນກວ້າງໄກໃນພາກສ່ວນນີ້ຂອງໂລກ”
ຢ່າງໃດກໍຕາມ ທ່ານ ອອສບອນ ກ່າວວ່າ ເງິນຊ່ວຍເຫລືອດັ່ງກ່າວບໍ່ອໍານວຍໃຫ້ພວກເຈົ້າ
ໜ້າທີ່ສະຫະລັດ ມີສິດເຂົ້າຮ່ວມໃນການເຈລະຈາ ເພື່ອຕໍ່ຮອງກ່ຽວກັບເລື້ອງການພັດທະນາ
ໃດໆໃນເຂດປາກແມ່ນໍ້າຂອງນັ້ນ ແຕ່ມັນກໍສະແດງໃຫ້ເຫັນວ່າ ສະຫະລັດແມ່ນມີຄວາມໝັ້ນ
ໝາຍທີ່ຈະເອົາບົດບາດໃນທາງສ້າງສັນ ໃນການຫລໍ່ຫລອມອະນາຄົດຂອງຂົງເຂດເອເຊຍ.