ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ກ່າວໃນວັນຈັນວານນີ້ວ່າ ວໍຊິງ
ຕັນໄດ້ “ຕັດສິນໃຈ” ແລ້ວ ທີ່ຈະສືບຕໍ່ດຳເນີນນະໂຍບາຍເພື່ອກົດດັນຢ່າງສຸດຂີດຕໍ່ເກົາ
ຫຼີເໜືອ ທີ່ແນໃສ່ເພື່ອໃຫ້ປະເທດດັ່ງກ່າວປົດອາວຸດນິວເຄລຍ.
ນາຍພົນ H.R. ແມັກມາສເຕີໄດ້ເດີນທາງໄປນະຄອນນິວຢອກເພື່ອລາຍງານຕໍ່ບັນດາ
ເອກອັກຄະລັດຖະທູດ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ປະ ກອບດ້ວຍ
15 ປະເທດ ພ້ອມທັງຍີ່ປຸ່ນ ແລະເກົາຫຼີໃຕ້. ຫລັງຈາກນັ້ນທ່ານໄດ້ກ່າວຕໍ່ບັນດານັກ
ຂ່າວວ່າ ວິທີການຂອງລັດຖະບານພ້ອມດ້ວຍການລົງໂທດຢ່າງ ໜັກຂອງສາກົນ ພວມສ້າງຄວາມກ້າວໜ້າ.
ທ່ານແມັກມາສເຕີກ່າວວ່າ “ປະທານາທິບໍດີທຣໍາໄດ້ຂໍໃຫ້ຂ້າພະເຈົ້າເຊັ່ນດຽວກັນເພື່ອ
ຂອບໃຈຕໍ່ສະພາຄວາມໝັ້ນຄົງໃນການປຸ້ມລຸມສາມັກຄີ ແລະການຕັດສິນໃຈ ຊຶ່ງບັດ
ນີ້ ພວກເຮົາມາຮອດຈຸດ ບ່ອນທີ່ພວກເຮົາອາດສາມາດ ສືບຕໍ່ການແກ້ໄຂທາງການ
ທູດ ເພື່ອເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍຢ່າງສຳເລັດຜົນ. ເພາະສະນັ້ນ
ພວກເຮົາຈຶ່ງຕັດສິນໃຈ ທີ່ຈະດຳເນີນຕາມເສັ້ນທາງດັ່ງກ່າວ."
ທ່ານແມັກມາສເຕີກ່າວວ່າ ທ່ານໄດ້ລາຍງານຕໍ່ບັນດານັກການທູດກ່ຽວກັບຄວາມຕັ້ງ
ໃຈຂອງສະຫະລັດ ທີ່ຈະທຳການປຸກລະດົມເພື່ອກົດດັນຕໍ່ໄປ.
ທ່ານ H.R. ແມັກມາສເຕີ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ກ່າວທີ່ກອງປະຊຸມ ຄວາມໝັ້ນຄົງທີ່ນະຄອນມິວນິກ ປະເທດເຢຍຣະມັນ ທີ 17 ກຸມພາ 2018.
ທ່ານແມັກມາສເຕີກ່າວ່າ “ພວກເຮົາທັງໝົດຕ່າງກໍເຫັນພ້ອມວ່າ ພວກເຮົາມີຄວາມ
ຫວັງໄປໃນແງ່ດີ ກ່ຽວກັບໂອກາດນີ້ ແຕ່ພວກເຮົາໄດ້ພິຈາລະນາທີ່ຈະສືບຕໍ່ການປຸກ
ລະດົມເພື່ອກົດດັນຢ່າງເຕັມທີ່ ຈົນກວ່າວ່າພວກເຮົາເຫັນຄວາມເວົ້າທີ່ກົງກັນກັບ
ຄວາມຕັ້ງໃຈ ແລະຄວາມຄືບໜ້າທີ່ແທ້ຈິງໄປສູ່ການປົດອາວຸດ ນິວເຄລຍ.”
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານຣັກສ໌ ທິລເລີສັນ ກ່າວທີ່ກອງປະຊຸມນັກຂ່າວທີ່ ໄນຈີເຣຍ ວັນທີ 12, 2018.
ສະຫະລັດ ກ່າວໃນຕອນເຊົ້າວັນຈັນວານນີ້ວ່າ ຕົນຍັງບໍ່ທັນໄດ້ຍິນ ຈາກເກົາຫຼີເໜືອ
ນັບແຕ່ປະທານາທິບໍດີດໍໂນລ ທຣໍາ ໄດ້ຕົກລົງທີ່ຈະພົບປະດ້ວຍຕົນເອງກັບຜູ້ນຳທີ່ໂດດດ່ຽວຂອງພຽງຢາງ ທ່ານກິມ ຈົງ ອຶນ. ທ່ານແມັກມາສເຕີບໍ່ໄດ້ ຕອບຄຳຖາມ
ພວກນັກຂ່າວ ກ່ຽວກັບເລື່ອງນີ້.
ລັດຖະມົນຕີພິເສດຈີນ ທ່ານແຢງ ເຈຈີ (ຂວາ) ພົບປະກັບທີ່ປຶກສາຄວາມໝັ້ນຄົງເກົາຫຼີໃຕ້ ທ່ານຈຸງ ເອີຍ-ຢົງ ທີ່ບ້ານຕ້ອນຮັບແຂກ ດຽວຢູໄຕ ໃນນະຄອນຫຼວງປັກກິ່ງ ປະເທດຈີນ ທີ 12 ມີນາ 2018.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ທີ່ຢ້ຽມຢາມໄນຈີເຣຍ
ກ່າວວ່າ ສະຫະລັດຄາດວ່າ “ຈະໄດ້ຍິນຢ່າງໃດຢ່າງນຶ່ງໂດຍກົງ” ຈາກເກົາຫຼີເໜືອ.
ທ່ານປາກົດວ່າ ບໍ່ມີຄວາມເປັນຫ່ວງແຕ່ຢ່າງໃດ ທີ່ບໍ່ມີການຕອບຮັບຢ່າງເປີດເຜີຍ
ຕໍ່ຄຳເຊື້ອເຊີນຂອງທ່ານກິມ ໃນການພົບປະ ແບບເຊິ່ງໜ້າຂອງຜູ້ນຳທັງສອງ.