ມືປືນ ທີ່ຖືກກ່າວຫາວ່າ ທໍາການສັງຫານໝູ່ ໃນລັດໂຄໂລຣາໂດ ໄປປະກົດຕົວຢູ່ສານ ໃນມື້ນີ້

  • ສິມມາລາ

ທ. James Holmes ທີ່ຖືກກ່າວຫາວ່າ ໄດ້ສັງຫານ 12 ຄົນ ຢູ່ໂຮງສາຍຮູບເງົາແຫ່ງນຶ່ງ ໃນລັດໂຄໂລຣາໂດ ໄປປະກົດຕົວ ທີ່ສານ ໃນເຊົ້າວັນຈັນ ມື້ນີ້, ທີ 23 ກໍລະກົດ 2012.

ຊາຍຜູ້ທີ່ຖືກກ່າວຫາວ່າ ໄດ້ສັງຫານ 12 ຄົນແລະເຮັດໃຫ້ 59 ຄົນ ໄດ້ຮັບບາດເຈັບຢູ່
ໃນໂຮງສາຍຮູບເງົາແຫ່ງນຶ່ງ ໃນລັດໂຄໂລຣາໂດ ຢູ່ພາກກາງຂ້ອນ​ໄປ​ທາງຕາເວັນຕົກ
ຂອງສະຫະລັດນັ້ນ ມີ​ກໍານົດໄປປະກົດຕົວຕໍ່ໜ້າສານ ເປັນຄັ້ງທໍາອິດໃນວັນຈັນມື້ນີ້
ໃນຂະນະທີ່ພວກ ​ເຈົ້າ​ໜ້າ​ທີ່ສືບສວນສອບສວນ ສືບ​ຕໍ່​ພະຍາຍາມ​ລຽງ​ລໍາດັບເຫດ
ການ ຕ່າງໆ ທີ່ນໍາ​ໄປ​ສູ່ການຍິງ​ແລະ​ຄາດ​ຕະກໍາ​ໝູ່ນັ້ນ.

ທ້າວ James Holmes ຜູ້​ຕ້ອງ​ຫາ ໄດ້ຖືກຂັງດ່ຽວ ຢູ່ໃນຄຸກ​ແຫ່ງນຶ່ງ ນັບຕັ້ງແຕ່ໄດ້
ຖືກຈັບກຸມ ຢູ່ນອກໂຮງສາຍຮູບເງົາໃນເມືອງ Aurora ຢູ່ໃກ້ນະຄອນແດນເວີ ລັດໂຄ
ໂລຣາໂດນັ້ນ.

ຕໍາຫລວດກ່າວວ່າ ທ້າວ Holmes ນຸ່ງເຄື່ອງກັນກະສູນປືນ ແລະຖື ປືນຫລາຍກະບອກ ໃນຂະນະທີ່ລາວເປີດສາກຍິງໃສ່ຝຸງ​ຄົນແອ​ອັດ ທີ່ກໍາລັງເບິ່ງ​ຮູບເງົາເລື້ອງ The Dark
Night Rises ຊຶ່ງ​ເປັນ​ຕອນ​ສຸດ​ທ້າຍ​ຂອງ​ຮູບ​ເງົາ​ຕໍ່​ເນື່ອງ​ເລື້ອງ Batman ​ໃນ​ຕອນ​ເດິ​ກ
ຂອງ​ຄືນ​ວັນ​ພະຫັດ​ຜ່ານ​ມານັ້ນ.

ພວກເຈົ້າໜ້າທີ່ເວົ້າວ່າ ອາວຸດທັງໝົດແມ່ນໄດ້ຖືກຊື້ມາຢ່າງຖືກຕ້ອງຕາມກົດໝາຍ.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ໄດ້ໄປພົບພໍ້​ພວກຄອບຄົວທີ່ໄດ້ຮັ ບ ເຄາະຮ້າຍເປັນການສ່ວນຕົວ ໃນວັນອາທິດວານນີ້ ຊຶ່ງໃນເວລາຕໍ່ມາ ທ່ານໄດ້ກ່າວຄໍາປາ
​ໄສ​ແລະ​ເວົ້າ​ວ່າ ທ່ານໄປຍັງທີ່ ນັ້ນ ໃນນາມທີ່ເປັນພໍ່ ແລະເປັນສາມີຜູ້ນຶ່ງ ຫລາຍກວ່າ
ໃນນາມເປັນປະທານາທິບໍດີ ແລະວ່າ ເຫດການອັນນີ້ແມ່ນດັງກ້ອງ​ໄປທົ່ວ ເພາະຜູ້ຄົນ
ທັງຫລາຍສາມາດເຂົ້າໃຈໄດ້ວ່າ ເຂົາເຈົ້າຈະຮູ້ສຶກແນວໃດ ຖ້າຫາກວ່າຜູ້ທີ່ເຂົາເຈົ້າຮັກ ຖືກຂ້າຕາຍ.