ທະຫານນາວິກະໂຍທິນສະຫະລັດ ໄດ້ກັບຄືນໄປປະຕິບັດໜ້າທີ່ຢູ່ແຂວງ Helmand
ໃນພາກໃຕ້ຂອງປະເທດອັຟການິສຖານອີກ.
ສາມປີ ຫລັງຈາກອົງການເນໂຕ້ໄດ້ຍຸຕິການປະຕິບັດງານສູ້ລົບໃນອັຟການິສຖານ ທະ
ຫານນາວິກະໂຍທິນຂອງສະຫະລັດ ໄດ້ກັບຄືນໄປປະຕິບັດໜ້າທີ່ຢູ່ໃນແຂວງທີ່ປູກຝິ່ນ
ແລະມີຄວາມວຸ້ນວາຍດັ່ງກ່າວຄືນອີກ.
ກຳລັງທະຫານນາວິກະໂຍທິນແລະອົງການເນໂຕ້ ໄດ້ເຂົ້າຮ່ວມໃນພິທີຊຶ່ງຈັດຂຶ້ນໃນວັນ
ເສົາວານນີ້ ເພື່ອເປັນຂີດໝາຍ ການມອບໂອນການບັນຊາການ ຢູ່ທີ່ແຂວງ Helmand.
ນາຍພົນ John Nicholson ຜູ້ບັນຊາການ ກຳລັງໃຫ້ການສະໜັບສະໜຸນ ຂອງອົງການເນໂຕ້ ແລະກຳລັງສະຫະລັດ ໃນອັຟການິສຖານ
ແທນທີ່ຈະກັບຄືນໄປສູ້ລົບ ໃນເທື່ອນີ້ທະຫານນາວິກະໂຍທິນແມ່ນຖືກຂໍຮ້ອງໃຫ້ໄປເຝິກ
ໃຫ້ຄະແນະນຳແລະການຊ່ວຍເຫຼືອແກ່ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ
ທີ່ພວມຫາທາງຮັບມື ກັບພວກກະບົດຕາລີບານຢູ່ນັ້ນ.
ການກັບຄືນໄປແຂວງ Helmand ຂອງທະຫານນາວິກະໂຍທິນ ມີຂຶ້ນນຶ່ງມື້ຫຼັງຈາກພວກ
ກະບົດຕາລີບານ ໄດ້ປະກາດ ເລີ້ມການບຸກໂຈມຕີ ໃນລະດູບານໃໝ່ ຊຶ່ງເປັນເວລາທີ່ກຸ່ມ
ກະບົດດັ່ງກ່າວເພີ້ມທະວີການບຸກໂຈມຕີຂອງຕົນ.
ແຜນທີ່ແຂວງ Helmand ໃນອັຟການິສຖານ
ໃນຕົ້ນເດືອນນີ້ ກຳລັງຮັກສາຄວາມສະຫງົບອັຟການິສຖານ ໄດ້ຮັບຄວາມເສຍຫາຍ
ຮ້າຍແຮງເວລາໜ່ວຍກ້າຕາຍສະຫຼະຊີບຂອງກຸ່ມຕາລີບານທີ່ໃສ່ເຄື່ອງແບບທະຫານ
ອັຟການິສຖານ ໄດ້ສັງຫານພວກທະຫານ 135 ຄົນ ທີ່ເມືອງໆນຶ່ງ ໃນພາກເໜືອ ອັຟ
ການິສຖານ.
ກຸ່ມຕາລີບານ ຄວບຄຸມບໍລິເວນສ່ວນໃຫຍ່ຂອງແຂວງ Helmand ຊຶ່ງພວກກະບົດກຸ່ມ
ນີ້ ແມ່ນໄດ້ຮັບເງິນສະໜັບສະໜຸນຈາກການເກັບກ່ຽວຝິ່ນໃນຈຳນວນມະຫາສານ.
Your browser doesn’t support HTML5
US Afghanistan