ມີການສົ່ງທະຫານມາຣີນໄປປະຕິບັດງານຢູ່ໃນພາກເໜືອຂອງຊີເຣຍ ເພື່ອຊ່ອຍ ໃນ
ການຍຶດເອົາເມືອງ Raqqa ຄືນຈາກກຸ່ມລັດອິສລາມ.
ໜັງສືພິມ Washington Post ຊຶ່ງເປັນໜັງສືພິມສະບັບທຳອິດ ທີ່ໄດ້ລາຍງານກ່ຽວກັບ
ການສົ່ງກຳລັງທະຫານດັ່ງກ່າວ ແຈ້ງວ່າ ປືນໃຫຍ່ທີ່ສົ່ງໄປເຖິງແມ່ນມີຄວາມ ສຳຄັນ
ເປັນພິເສດ ໃນການເພີ້ມການໃຊ້ກຳລັງທຳມະດາຂອງສະຫະລັດຢູ່ໃນປະ ເທດຊີເຣຍ.
ບໍ່ໄດ້ມີການປະກາດຢ່າງເປັນທາງການໃດໆ ແຕ່ພວກເຈົ້າໜ້າທີ່ທະ ຫານໄດ້ໃຫ້ການ
ຢືນຢັນ ກ່ຽວກັບການສົ່ງກຳລັງດັ່ງກ່າວ ແກ່ອົງການຂ່າວອື່ນໆ. ໜ່ວຍປືນໃຫຍ່ ຂອງ
ກອງທັບບົກສະຫະລັດ ແມ່ນໄດ້ເຂົ້າປະຕິບັດງານເປັນທີ່ຮຽບຮ້ອຍແລ້ວ ຢູ່ໃນເຂດ
ດັ່ງກ່າວ.
ຂະບວນລົດຫຸ້ມເກາະ ຂອງກອງກຳລັງສະຫະລັດ ກຳລັງແລ່ນເຂົ້າໄປໃກ້ຄຸ້ມນຶ່ງ ຂອງຊາວ Yalanli, ຢູ່ນອກເມືອງກ້ຳເໜືອຂອງເມືອງ Manbij ປະເທດຊີເຣຍ, ວັນທີ 5 ມີນາ 2017.
ນອກນັ້ນ ຍັງມີການສົ່ງທະຫານມາຣີນໄປຍັງເມືອງ Manbij ຊຶ່ງຕັ້ງຫ່າງຈາກ ເມືອງ
Raqqa ໄປທາງຕາເວັນຕົກສຽງເໜືອປະມານ 138 ກິໂລແມັດ ທີ່ໄດ້ ຖືກປະກາດ
ໃຫ້ເປັນນະຄອນຫຼວງຂອງລັດອິສລາມ. ເປັນທີ່ເຊື່ອກັນວ່າ ມີພວກ ນັກລົບຂອງກຸ່ມ
ລັດອິສລາມຫຼາຍເຖິງ 4,000 ຄົນ ຢູ່ໃນເມືອງດັ່ງກ່າວ.
ກະຊວງປ້ອງກັນປະເທດສະຫະລັດກ່າວເຖິງການປະຕິບັດງານທີ່ເມືອງ Manbij
ວ່າ “ເພື່ອໃຫ້ການຄ້ຳປະກັນແລະສະກັດກັ້ນ” ບໍ່ໃຫ້ພັກຝ່າຍຕ່າງໆຢູ່ໃນທ້ອງຖິ່ນ
ໂຈມຕີກັນ.
ແຜນທີ່ເຂດເມືອງ al-Matab ຂອງຊີເຣຍ
ມາຈົນຮອດເວລານີ້ ສະຫະລັດແມ່ນໄດ້ຈຳກັດການສົ່ງກຳລັງພາກພື້ນດິນຂອງຕົນ
ເຂົ້າໄປປະຕິບັດງານໃນຊີເຣຍ ໂດຍມີກຳລັງພິເສດປະມານ 500 ຄົນເພື່ອ ສະໜັບ
ສະໜຸນກຳລັງປະຊາທິປະໄຕໃນຊີເຣຍ ທີ່ສະຫະລັດ ໃຫ້ການໜຸນຫລັງ ຊຶ່ງເປັນພັນ
ທະມິດທີ່ປະກອບດ້ວຍພວກນັກລົບຊາວອາຣັບ ແລະ ຊາວເຄີດ ທີ່ທຳ ການສູ້ລົບ
ກັບກຸ່ມລັດອິສລາມ. ເຈົ້າໜ້າທີ່ກອງທັບກ່າວວ່າ ກຳລັງທະຫານໃນຈຳນວນເພີ້ມຂຶ້ນ
ພວມຖືກສົ່ງໄປຍັງເມືອງ Manbij ເພື່ອປ້ອງກັນບໍ່ໃຫ້ພັກຝ່າຍ ທີ່ເປັນປໍລະປັກ ສູ້ລົບ
ກັນເອງ.