ສຫລ ສົ່ງທະຫານມາຣີນ ທີ່ສົງໄສຄົນນຶ່ງ ໃຫ້ຟິລິບປີນ ເພື່ອສືບສວນ

ບັນດາສະມາຊິກພັກ Gabriela ຜູ້ຍິງຟິລິບປີນ ພາກັນປະທ້ວງ ຮຽກຮ້ອງເອົາສິດທິຜູ້ຍິງ ແກ່ນາງ Jeniffer Laude ທີ່ຖືກສັງຫານ

ທະຫານມາຣິນ ສະຫະລັດ ຄົນ​ນຶ່ງ ທີ່​ສົງ​ໄສ​ວ່າ ​ໄດ້ສັງຫານ​ຜູ້
ຍິງ​ທີ່​ໄດ້ປ່ຽນ​ເພດ​ຄົນ​ນຶ່ງ ​ໃນ​ຕົ້ນ​ເດືອນ​ນີ້ ​ໄດ້​ຖືກຍົກຍ້າຍ​ໄປ
​ກອງ​ບັນຊາ​ການທະຫານຟິລິບ​ປີນ ​ໃນ​ນະຄອນຫຼວງ​ມາ​ນິລາ
ທ່າມກາງ​ຄວາມ​ກົດ​ດັນ ຂອງສາທາລະນະຊົນ ​ຢາກໃຫ້ຍ້າຍ​
ລາວ​ອອກ​ຈາກ​ກຳ​ປັ່ນ​ລົບສະຫະລັດ.

ຈົນ​ກກວ່າ​ວ່າ​ມີ​ການ​ຍົກຍ້າຍ​ໃນ​ວັນ​ພຸດ​ມື້​ນີ້ ສິບ​ຕີ​ປະ​ຈຳ​ການ
Joseph Scott Pemberton ​ໄດ້​ຖືກ​ກັກ​ຂັງ​ໄວ້ເທິງກຳປັ່ນລົບ
ສະຫະລັດ ຫລັງ​ຈາກ​ໄດ້​ຖືກ​ກ່າວ​ຫາ​ວ່າ ລາວ​ໄດ້​ສັງຫານ ນາງ
Jennifer Laude ອາຍຸ 26 ປີ ລຸນຫລັງ​ທີ່​ໄດ້​ພົບ​ນາງ​ຢູ່​ບາ.

ທະຫານ​ມາຣິນຄົນນີ້ ຈະ​ຖືກ​ຍາ​ມ​ຄຸ້ມກັນໂຕ ໂດຍທະຫານ​ສະຫະລັດ ຢູ່ໃນ​ເຂດນະຄອນ
​ຫລວງຟີລິບປິນ ​ໃນ​ຂະນະ​ທີ່​ການ​ສື​ບສວນຍັງດຳເນີນຢູ່.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ສິບ​ຕີ​ປະ​ຈຳ​ການ Pemberton ​ແລະ​ນາງ Laude ​ໄດ້​ເຂົ້າ
​ໄປ​ໃນໂຮງ​ແຮມແຫ່ງນຶ່ງ ຢູ່​ເມືອງທ່າ Olongapo ​ໃນ​ວັນ​ທີ 11 ​ເດືອນ​ຕຸລາ​ທີ່​ຜ່ານ​ມາ. ສົບ​
ຂອງ​ນາງ Laude ​ຕໍ່​ມາໄດ້​ຖືກ​ພົບ​ເຫັນ ຢູ່​ໃນຫ້ອງ​ນໍ້າ.

ສະຫະລັດມອບທະຫານ ທີ່ຖືກກ່າວຫາ ໃຫ້ຟີລິບປິນ

ສິບ​ຕີ​ປະ​ຈຳ​ການ Pemberton ​ແມ່ນປະຈຳການ​ຢູ່​ໃນໜ່ວຍຍົກພົນຂຶ້ນບົກຂອງ ກຳ​ປັ່ນ​
ລົບ ທີ່ພວມເຂົ້າຮ່ວມ​ການ​ຊ້ອມ​ລົບກັບ​ທະຫານຟິລິບ​ປີນ ຈົນ​ກວ່າ​ມື້ນຶ່ງ ກ່ອນທີ່ຖືກກ່າວ​
ຫາ​ວ່າທຳການຄາດ​ຕະກຳ.

ພາຍ​ໃຕ້​ຂໍ້​ຕົກລົງການ​ຢ້ຽມຢາມຂອງ​ກຳລັງ​ທະຫານ ລະຫວ່າງ ມາ​ນິລາ ​ແລະ ວໍຊິງ​ຕັນນັ້ນ
ຟິລິບ​ປີນ ມີ​ສິດອຳນາດໃນການດຳເນີນ​ຄະດີຕ່າງໆ ​ແຕ່​ສະຫະລັດ ເປັນຜູ້ຄວບຄຸມໂຕ​ຜູ້​
ຖືກ​ກ່າວ​ຫາ.

ສິບ​ຕີ​ປະ​ຈຳ​ການ Pemberton ບໍ່ໄດ້ໄປ​ປາກົດ​ໂຕ ເພື່ອໃຫ້ການຕໍ່ສານໃນ​ວັນ​ອັງຄານ​
ວານ​ນີ້ ທີ່​ໄດ້ສ້າງ​ຄວາມ​ເປັນ​ຫ່ວງ​ແກ່ຄອບຄົວ​ຜູ້​ເຄາະ​ຮ້າຍວ່າ ລາວ​ຈະ​ຖືກດຳເນີນຄະດີ
ຫຼືບໍ່.

Your browser doesn’t support HTML5

PHILIPPINES US KILLING VO