ປ. ໂອບາມາ ຮ່ວມສະຫລອງ ວັນ​ຄົບຮອບ 50 ປີ ​ຂອງ March on Washington (ວີດິໂອ/ສະໄລດ໌)

ປະທານາທິບໍດີ ໂອບາມາ ກ່າວຄໍາປາໄສ ໃນພິທີ, ວັນພຸດ ທີ 28 ສິງຫາ 2013, ຢູ່ອະນຸສາວະລີ Lincoln ທີ່ Washington.

ປະທານາທິບໍດີອາເມຣິກັນເຊື້ອສາຍອາຟຣິກາ ຄົນທໍາອິດ
ຂອງສະຫະລັດ ທ່ານ Barack Obama ໄດ້ເຂົ້າຮ່ວມກັບ
ບັນດາຜູ້ບຸກເບີກດ້ານສິດທິພົນລະເຮືອນ ​ໃນ​ມື້ວານ​ນີ້
ເພື່ອລະນຶກ​ເຖິງ​ວັນ​ຄົບຮອບ 50 ປີ ​ຂອງກາ​ນ​ເດີນ​ຂະ​
ບວນມາ​ຍັງນະຄອນຫລວງວໍຊິງ​ຕັນ ​ໃນ​ປີ 1963 ອັນ​
ເປັນການ​ເດີນ​ຂະ​ບວນຄັ້ງປະຫວັດສາດເພື່ອຮຽກຮ້ອງ​
ເອົາ​ສິດ​ສະ​ເໝີ​ພາບ ທີ່ໄດ້ດຶງດູດ​ເອົາ​ປະຊາຊົນ
250.000 ຄົນ ມາ​ເຕົ້າ​ໂຮມ​ກັນ​ ຢູ່ອະນຸສາ​ວະ​ລີ Lincoln​.

ປະມວນພາບ ຄົບຮອບ 50 ປີ ຂອງການເດີນຂະບວນ ມາຍັງວໍຊິງຕັນ



ປະທານາທິບໍດີ Obama ​ກ່າວ​ຄໍາ​ປາ​ໄສອັນ​ສໍາ​ຄັນ ໃນ​ວັນ​ພຸດວານ​ນີ້ ໂດຍໄດ້ຢືນ
ຢູ່ບ່ອນດຽວກັນ ກັບຈຸດທີ່ຄຸນ​ພໍ່ Martin Luther King Junior ຢືນຢູ່ເພື່ອກ່າວຄໍາ
ປາໄສ “ຂ້ອຍ​ມີ​ຄວາ​ມຝັນ” ທີ່​ມີ ​ຊື່​ສຽງ​ຂອງເພິ່ນ ທີ່ຈຸດ​ສຸດ​ຍອດ​ຂອງການເດີນຂະບວນ​
ເມື່ອ 50 ປີກ່ອນ.

ທ່ານ Obama ໄດ້ກ່າວຕໍ່ຝູງຊົນຊາວອາເມຣິກັນ ຫລາຍໆພັນຄົນທີ່ມີຫລາກຫລາຍ
ສີຜີວ ແລະມາ ຈາກຫລາຍພື້ນຖານທີ່ເຂົ້າຮ່ວມ​ພິທີລະນຶກ​ເຖິງ​ວັນ​ຄົບຮອບດັ່ງກ່າວ​
ວ່າ ທ່ານ King “ໄດ້​ເປັນ​ປາກ​ສຽງທີ່ກ້ອງສະນັ່ນ ​ໃຫ້​ແກ່ຄວາມຫວັງຢ່າງງຽບໆຂອງ
ຝູງຄົນຫລາຍລ້ານຄົນ.” ທ່ານໄດ້ໃຫ້ການສັນ ລະເສີນຕໍ່ພວກເດີນຂະບວນຫລາຍໆ ພັນຄົນ ທີ່ບໍ່ເຄີຍໄດ້ມີ​ຊື່ຢູ່ໃນປຶ້ມປະຫວັດສາດ
ຍ້ອນ​ການ​ປຸ້ມລຸມ ກັນເພື່ອສ້າງໃຫ້ມີການປ່ຽນແປງນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

http://www.voanews.com/flashembed.aspx?t=vid&id=1736773&w=640&h=363&skin=embeded

ທ່ານໂອບາມາ ກ່າວ ວ່າ:

“ຍ້ອນວ່າພວກເຂົາເຈົ້າພາກັນເດີນ​ຂະ​ບວນ ມາທີ່ນີ້ ສະພາຂອງເມືອງຕ່າງໆ
ຈຶ່ງມີ​ການປ່ຽນແປງ ແລະສະພານິຕິບັນຍັດລັດຕ່າງໆ ກໍໄດ້ຖືກປ່ຽນແປງ
ແລະລັດຖະສະພາກໍຖືກປ່ຽນແປງ ແລະແມ່ນແລ້ວ ໃນທີ່ ສຸດທໍານຽບຂາວ
ກໍຖືກປ່ຽນແປງເຊັ່ນກັນ. ຍ້ອນພວກເຂົາເຈົ້າພາກັນເດີນ​ຂະ​ບວນ ມາທີ່ນີ້
ອາເມຣິກາຈຶ່ງໄດ້ກາຍເປັນປະເທດທີ່ມີອິດສະລະພາບ ແລະມີຄວາມຍຸດ
ທໍາຫລາຍຂຶ້ນ ຊຶ່ງບໍ່ພຽງແຕ່ສໍາລັບຊາວ ອາເມຣິກັນ-ອາຟຣິກາເທົ່ານັ້ນ
ແຕ່ສໍາລັບຜູ້ຍິງ, ຊາວອາເມຣິກັນ​ເຊື້ອ​ສາຍລາຕິນ, ​ເຊື້ອສາຍເອເຊຍ ແລະ
ຊາວອາເມຣິກັນພື້ນເມືອງ, ຊາວກາໂຕລິກ, ຊາວຢີວ ແລະມຸສລິມ, ຕະ
ຫລອດ​ທັງພວກຮັກຮ່ວມເພດ ແລະ ຊາວອາເມຣິກັນທີ່ພິການອີກດ້ວຍ.
ອາເມຣິກາໄດ້ປ່ຽນແປງ​ໄປ ເພື່ອພວກທ່ານ ແລະກໍເພື່ອຂ້າພະເຈົ້າເຊັ່ນ
ກັນແລະທົ່ວໂລກໄດ້ ດຶງດູດເອົາຄວາມ​ເຂ້​ມແຂງ ມາຈາກຕົວຢ່າງອັນນີ້.”



ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

US March