ຜູ້ຊາຍຊາວອາເມຣິກັນ ຍອມຮັບຜິດສາລະພາບວ່າ ໄດ້ຊ່ອຍກຸ່ມລັດອິສລາມ

ທຳນຽບຫ້າແຈ

ຜູ້ຊາຍຄົນນຶ່ງໄດ້ຮັບສາລະພາບຜິດວ່າໄດ້ພະຍາຍາມຊ່ອຍເຫຼືອພວກຫົວຮຸນແຮງລັດອິສ
ລາມ ແລະຈະປະເຊີນໜ້າກັບການຕິດຄຸກ 20 ປີ. ກຊ ຍຸຕິທຳຂອງ ສຫຣ ກ່າວວ່າ ທ້າວ ແຮຣີຊ ກາມາ ອາຍຸ 26​ ປີ ໄດ້ພະຍາຍາມ ຊ່ອຍພວກຫົວຮຸນແຮງລັດອິສລາມ ຊຸກຍູ້ໃຫ້ ທ້າວອີອອນ ວູຟ ໂຈມຕີນະຄອນຫຼວງ ວໍຊິງຕັນ.

ທ້າວ ກາມາ ໄດ້ກ່າວຕໍ່ສານຣັດຖະບານກາງໃນເມືອງອາເລັກແຊນເດຣຍ ຣັດ ເວີຈິເນຍ
ໃນວັນຈັນວານນີ້ວ່າ ລາວໄດ້ໃຊ້ສື່ສັງຄົມ ເຊື່ອມໂຍງກັບຜູ້ຄົນ ເພື່ອສົ່ງເສີມຣັດ ອິສລາມ.
ພວກໄອຍະການກ່າວວ່າ ທ້າວ ກາມາ ໄດ້ເຮັດວຽກກັບສາຍລັບຂອງຣັດຖະບານ ເພື່ອ
ຖ່າຍຮູບແລະຖ່າຍຮູບເງົາສະຖານທີ່ສຳຄັນແຫ່ງຕ່າງໆໃນນະຄອນຫຼວງວໍຊິງຕັນ ອັນມີ
ລວມທັງທຳນຽບຫ້າແຈນຳ.

ທ່ານ ພອລ ອັບເບຕ ຮອງຜູ້ອຳນວຍການ ທີ່ກຳກັບເລື້ອງນີ້ກ່າວວ່າ “ກໍລະນີນີ້ເປັນຕົວ
ຢ່າງ ຂອງການເຂົ້າເຖິງອົງການຕ່າງໆຂອງພວກກໍ່ການຮ້າຍຊຶ່ງເຮັດວຽກຜ່ານສື່ສັງຄົມແລະ ໄພຂົ່ມຂູ່ຂອງພວກເຂົາຕໍ່ຄວາມປອດໄພຂອງປະເທດຊາດພວກເຮົາ. ໃນເມື່ອທ້າວ ກາມາ ບໍ່ສາມາດເດີນທາງໄປຕ່າງປະເທດລາວກໍພະຍາຍາມຊ່ອຍເຫຼືອວຽກງານຂອງພວກ ໄອຊີລ ຢູ່ໃນປະເທດ ເພື່ອດົນໃຈໃຫ້ທ້າວ ອີອອນ ວູຟ ໃຫ້ທຳການໂຈມຕີ ຢູ່ໃນຂົງ
ເຂດ ວໍຊິງຕັນດີຊີ ນີ້.”

ກຊ ຍຸຕິທຳກ່າວວ່າ ທ້າວ ກາມາ ຢາກເດີນທາງໄປຕ່າງປະເທດ ໄປຮ່ວມກັບພວກ ຣັດອິສລາມ ແຕ່ພໍ່ແມ່ຂອງລາວໄດ້ຫ້າມ ໂດຍເອົາປາສປໍໄປເຊື່ອງ. ກຊ ດັ່ງກ່າວເວົ້າວ່າ ທ້າວກາມາ ໄດ້ບອກສາຍລັບວ່າ ຖ້າພໍ່ແມ່ຂອງລາວສົ່ງປາສປໍລາວຄືນ ລາວກໍຈະໄປ.


ອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ