ມີຜູ້ຖືກແລ້ວ ລາງວັນທີ 1 ຂອງ Mega ລັອດເຕີຣີ

  • ໄພສານ ວໍຣະຈັກ

ລາງວັນ 640 ລ້ານໂດລາ ຂອງລັອດເຕີຣີ Mega Millions ທີ່ຕິດ ຢູ່ໜ້າຮ້ານຂາຍເຄື່ອງແຫ່ງນຶ່ງຢູ່ເມືອງ Hoboken ລັດ New Jersey (30 ມີນາ 2012)

ໂຄສົກ​ຍິງຄົນ​ນຶ່ງຂອງລັອດ​ເຕີຣີສະຫະລັດ ກ່າວ​ວ່າ ​ໄດ້​ມີ​ການ​ຂາຍລັອດ​ເຕີຣີຢ່າງ​ໜ້ອຍ
ໃບນຶ່ງ ທີ່ຖືກ​ລາງວັນ​ທີ 1 ​ໃນຈໍານວນ​ເງິນທີ່​ສູງ​ເປັນ​ປະຫວັດ​ການ ຄື 640 ລ້ານໂດ​ລາ.

ໂຄສົກ​ຍິງຂອງລັອດ​ເຕີຣີສະຫະລັດ ນາງ Carole Everett ກ່າວໃນ​ຕອນ​ເຊົ້າ​ວັນ​ເສົາມື້ນີ້
ວ່າ ບັດທີ່ຖືກ​ລາງວັນ​ທີ 1 ຂອງ​ລັອດ​ເຕີຣີ Mega Millions ​ໄດ້ຊື້ຈາກ​ເມືອງ Baltimore
ລັດ Maryland ຫ່າງ​ຈາກ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ​ໄປ​ທາງ​ທິດ​ເໜືອ​ພຽງ​ແຕ່ 60 ກິ​ໂລ​ແມັດ​
ເທົ່າ​ນັ້ນ.

ຍັງ​ບໍ່​ທັນມີ​ລາຍ​ລະອຽດ​ໃດໆກ່ຽວ​ກັບ​ຜູ້​ມີ​ບັດ​ທີ່​ຖືກ​ລາງວັນ​ທີ 1 ຫລື​ວ່າ​ຍັງ​ມີ​ໃຜ​ອີກ​ທີ່​ຖືກ
ດັ່ງກ່າວ​ນີ້ນຳ.

ຜູ້​ທີ່ຖືກລາງວັນ​ທີ 1 ສາມາດຮັບເອົາ​ເງິນສົດ​ງວດ​ດຽວ​ໂລດ 462 ລ້ານ​ໂດ​ລາ ຫລືຮັບ​ເປັນ
ງວດ​ໆປະຈຳ​ປີ​ ຂອງຈໍາ​ນວນເງິນທັງໝົດ ​ແລະຜູ້ທີ່​ຖືກຕ້ອງ​ໄດ້​ເສຍພາສີ​ໃຫ້​ແກ່ລັດ ​ແລະ​
ລັດຖະບານ​ກາງນຳ​ດ້ວຍ.

ຄວາມ​ຝັນ​ຂອງ​ການ​ຢາກ​ຖືກ​ລັອດ​ເຕີຣີເປັນ​ຈຳນວນ​ເງິນຫລາຍ​ກວ່າ 600 ລ້ານ​ໂດ​ລານັ້ນ ​
ເຮັດ​ໃຫ້​ຄົນ​ພາກັນ​ລຽນ​ແຖວ​ຊື້​ຢູ່​ຕາ​ມຮ້ານ​ຄ້າ​ຕ່າງໆ ໃນ 42 ລັດ​ທົ່ວ​ປະ​ເທດ. ກຸງວໍ​ຊິງ​ຕັນ
ແລະ​ເກາະ Virgin Island ຂອງ​ສະຫະລັດອາ​ເມ​ຣິ​ກາ​ກໍມີ​ສ່ວນ​ຮ່ວມໃນລັ​ອດ​ເຕີ​ຣີ​ Mega
Millions. ​ໂອກາດ​ທີ່​ຈະເປັນ​ຜູ້​ຖືກຫວຍ​ດັ່ງກ່າວ​ແມ່ນ 1 ​ໃນຈໍານວນ 176 ລ້ານ​.

ເງິນ​ລາງວັນ​ທີ່​ຫຼາຍທີ່​ສຸດ​ເປັນ​ປະຫວັດ​ການ​ໄດ້​ເພີ້​ມຂື້ນເລື້ອຍໆ ຫລັງ​ຈາກ​ບໍ່​ມີ​ໃຜ​ຖືກ​ລາງ
ວັນ​ທີ 1 ​ໃນ​ເດືອນ​ມັງກອນ​ແລ້ວ ​ແລະ​ການ​ອອກ​ 18 ຄັ້ງຕໍ່​ມາ ກໍ​ຍັງ​ບໍ່​ມີ​ຜູ້​ໃດ​ຖືກ.