ມີຜູ້ຖືກລອດເຕີຣີ ລາງວັນຈໍານວນ 640 ລ້ານໂດລາ ສາມລາຍ (ເບິ່ງວີດີໂອ)

  • ທອງປານ ເທບວົງສາ

ຜູ້ຄົນກໍາລັງຊື້ເລກລອດໂຕ Mega Millions ທີ່ມີລາງວັນມະຫາສານເປັນ ປະວັດການ 640 ລ້ານໂດລາ ທີ່ອອກຕອນແລງວັນທີ 30 ມີນາ.

ລອດໂຕຣີ ຫລື​ ສະຫລາກກິນ​ແບ່ງທີ່​ຫລາຍ​ລັດ​ຮວມກັນ​ຂາຍທີ່​ພວກ​ເຈົ້າໜ້າ​ທີ່​ສະຫະລັດ
ກ່າວ​ວ່າ ​ເປັນເງິນລາງວັນຈໍານວນ​ຫລາຍ​ທີ່​ສຸດ​ຂອງ​ໂລກ ມີ​ຄົນ​ຖືກ​ໄປ​ແລ້ວ ຢູ່​ໃນ 3 ລັດ.

ບັນດາ​ເຈົ້າໜ້າ​ທີ່​ລອດໂຕຣີ ຫລື​ລອດໂຕ Mega Millions ກ່າວ​ວ່າບັດ​ເລກ​ລອດໂຕທີ່​
ອອກ​ຊຶ່ງ​ເປັນ​ເງິນ​ລາງວັນມະຫາສານ 640 ລ້ານ​ໂດ​ລາ​ເປັນ​ປະວັດ​ການນີ້ແມ່ນຂາຍ​ຢູ່​ໃນ
ສາມ​ລັດ ຄື ລັດແມ​ຣີ​ແ​ລນ ​ແຄນ​ຊັສ ​ແລະ ອິລລິນ​ອຍສ໌.

ຜູ້​ຖືກ​ແຕ່ລະລາຍ​ໃນ​ສາມລາຍ​ນັ້ນ ຈະ​ໄດ້​ແບ່ງ​ກັນ​ປະມານ 213 ລ້ານ​ໂດ​ລາ ກ່ອນ​ຕັດ
ພາສີ. ​ເວລາ​ນີ້ ​ຍັງ​ບໍ່ມີຂໍ້​ມູນ​ເທື່ອ​ວ່າ​ຜູ້​ໃດ​ຖືກ​ລາງວັນ​ນີ້ ຫລື​ວ່າ​ມີ​ຈັກຄົນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​
ສ່ວນ​ແບ່ງ​ເງິນ​ລາງວັນ​ຄັ້ງ​ນີ້.

http://www.voanews.com/templates/widgetDisplay.html?id=145414835&player=article

ຄວາມ​ຝັນ​ທີ່​ຈະ​ຖືກລອດໂຕ ​ເງິນ​ລາງວັນຫລາຍ​ກວ່າ​ຫ້າ​ຮ້ອຍ​ລ້ານ​ໂດ​ລາຄັ້ງ​ນີ້ ​ໄດ້​ດຶງດູດ
ຝຸງ​ຊົນຈໍານວນ​ຫລວງ​ຫລາຍ ​ໃຫ້​ພາກັນ​ລຸ​ຫລັ່ງໄປ​ຊື້ລອດ ໂຕງ​ວດນີ້ ​ຢູ່ໃນ​ຫລາຍ​ໆ​ເຂດ
ຂອງ​ສະຫະລັດ​. Mega Millions ລອດ​ໂຕ ​ແມ່ນ​ມີຂາຍ​ຢູ່​ໃນ 42 ລັດ ຂອງ 50 ລັດ
ແລະຢູ່​ໃນ​ເມືອງ​ຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ແລະ​ໝູ່​ເກາະ Virgin ຂອງ​ສະຫະລັດ ນໍາ.

ໂອກາດ​ທີ່​ຈະ​ຖືກເລກ​ລອດໂຕ​ທັງ​ໝົດ​ແມ່ນ 1 ​ໃນ 176 ລ້ານ​ໂຕ ​ແຕ່​ ນັ້ນ​ ກໍບໍ່ຂັດຂວາງ​
ພວກ​ທີ່ຫວັງ​ຈະ​ເປັນ​ເສດຖີ​ທັງຫລາຍ ທີ່​ພາກັນ​ລຸ​ຫລັ່ງ​ໄປ​ຊື້​ເລກ ​ໃນ​ອັດຕາ​ປະມານ 1
ລ້ານ$ ຕໍ່ນາ​ທີໃນ​ລະຫວ່າງ​ເວລາ 5 ​ໂມງ​ແລງ ຫາ 10 ​ໂມງກາງຄືນ ກ່ອນ​ເລກ​ຈະ​ອອກ
ໃນ​ຄືນ​ວັນ​ສຸກ​ນັ້ນ.

ເງິນລາງວັນ​ຫລື jackpot ໄດ້​ເພີ່ມ​ຫລາຍ​ຂື້ນ​ເລື້ອຍໆຈົນ​ເປັນ​ປະວັດ​ການຂອງ​ໂລກ ຫລັງ​
ຈາກ​ບໍ່​ມີ​ໃຜ​ຖືກ​ລາງວັນ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ແລະ​ກໍ​ບໍ່​ມີ​ຄົນ​ຖືກ ​ໃນ​ອີກ 18 ງວດ​ຕໍ່
ມາ ຊຶ່ງ​ເລກ​ອອກ​ ອາທິດ​ລະ​ສອງ​ຄັ້ງ.