ສະຫະລັດ ມອງຫາການດໍາເນີນງານຮ່ວມມືກັບ ຢູໂຣບ ເພື່ອຮັບມືກັບນະໂຍບາຍ ດ້ານອຸດສາຫະກໍາຂອງ ຈີນ

  • ວີໂອເອ

ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງ ເຈເນັດ ເຢລເລັນ ສະແດງຄວາມຍິ້ມແຍ້ມຍິນດີ ໃນຂະນະທີ່ທ່ານນາງໄດ້ຮັບປະລິນຍາເອກອັນຊົງກຽດ ມະຫາວິທະຍາໄລແຟຣງເຝີດ ກ່ຽວກັບການເງິນ ໃນນະຄອນແຟຣງເຝີດ, ປະເທດເຢຍຣະມັນ, ວັນທີ 21 ພຶດສະພາ 2024.

ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານນາງ ເຈເນັດ ເຢລເລັນ ກ່າວໃນວັນອັງຄານວານນີ້ວ່າ ຜູ້ນຳ ສະຫະລັດ ແລະ ຢູໂຣບ ຕ້ອງດຳເນີນການກ່ຽວກັບນະໂຍບາຍອຸດສາຫະກຳຂອງ ຈີນ ທີ່ເຮັດໃຫ້ເກີດໄພຂົ່ມຂູ່ຕໍ່ອຸດສາຫະກຳພະລັງງານສະອາດຢູ່ໃນທົ່ວໂລກ.

ທ່ານນາງກ່າວໃນລະຫວ່າງກ່າວປາໄສຢູ່ນະຄອນ ແຟຣງເຝີດ ວ່າ “ປັດຈຸບັນ ຄວາມອາດສາມາດທາງດ້ານອຸດສາຫະກໍາຂອງຈີນ ແມ່ນນໍາໄປສູ່ການຜະລິດທີ່ເກີນຄວາມຕ້ອງການໃນທົ່ວໂລກ ໃນຂະແໜງການທີ່ສໍາຄັນຕ່າງໆ ລວມທັງຂະແໜງຍານພາຫະນະໄຟຟ້າ, ຫມໍ້ໄຟ lithium-ion ແລະຂະແໜງພະລັງງານແສງຕາເວັນ.”

ທ່ານນາງ ເຢລເລັນ ກ່າວວ່າ ທ່ານນາງ ແລະປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຈະດໍາເນີນງານເພື່ອປົກປ້ອງບັນດາພະນັກງານ ແລະບໍລິສັດຕ່າງໆໃນບັນດາພາກຂະແໜງການຍຸດທະສາດ.

ທ່ານນາງ ເຢລເລັນ ກ່າວ​ໃນນະຄອນຂອງເຢຍຣະມັນວ່າ “ນະ​ໂຍບາຍ​ດ້ານອຸດສາຫະກຳ​ຂອງ​ຈີນ ​ອາດ​ເບິ່ງ​ຄື​ວ່າ​ຢູ່ຫ່າງ​ໄກ ​ ໃນ​ຂະນະ​ທີ່​ພວກ​ເຮົາ​ນັ່ງ​ຢູ່​ໃນ​ຫ້ອງ​ນີ້, ​ແຕ່​ຖ້າ​ຫາກ​ພວກ​ເຮົາຫາກ​ບໍ່​ຕອບ​ໂຕ້ແບບມີ​ຍຸດ​ທະ​ສາດ ​ແລະ​ເປັນ​ເອກະ​ພາບກັນ, ຄວາມ​ຢູ່ລອດຂອງ​ບັນດາທຸລະ​ກິດຂອງທັງສອງປະ​ເທດພວກ​ເຮົາ ​ແລະ ​ໃນ​ທົ່ວ​ໂລກ ​ອາດ​ຢູ່ໃນ​ຄວາມ​ສ່ຽງ.”

ທ່ານນາງ ເຢລເລັນ ​ໄດ້ອອກມາ​ເຕືອນ​ເຈົ້າ​ໜ້າ​ທີ່​ຈີນ​ໃນ​ເດືອນ​ເມສາ​ທີ່ຜ່ານ​ມາ​ວ່າ ສະຫະລັດ ​ຈະ​ບໍ່ຍອມຮັບການຜະລິດທີ່ເກີນຄວາມຕ້ອງການຂອງ​ສິນຄ້າ​ລາຄາຕໍ່າກວ່າຄວາມເປັນຈິງ ​ທີ່ກໍາລັງ​ຖ້ວມລົ້ນຢູ່ໃນ​ຕະຫຼາດ​ໂລກຂະນະນີ້.

ທ່ານນາງ ເຢລເລັນ ກ່າວຕໍ່ບັນດານັກຂ່າວໃນເດືອນແລ້ວນີ້ວ່າ “ພວກເຮົາເຄີຍເຫັນເລື່ອງນີ້ມາກ່ອນແລ້ວ. ເປັນເວລາຫຼາຍກວ່າທົດສະວັດຜ່ານມາ, ການສະຫນັບສະຫນູນຢ່າງຫຼວງຫຼາຍຂອງລັດຖະບານ ຂອງ ສປ ຈີນ ຫຼື PRC ເຮັດໃຫ້ເຫຼັກກ້າຂອງຈີນທີ່ມີລາຄາຖືກກວ່າ ຖ້ວມລົ້ນຢູ່ໃນຕະຫຼາດໂລກ ແລະສົ່ງຜົນເຮັດໃຫ້ອຸດສາຫະກໍາຕ່າງໆຢູ່ໃນທົ່ວໂລກ ແລະ ສະຫະລັດ ຊຸດໂຊມລົງ.”

ທ່ານນາງກ່າວຕື່ມວ່າ ທ່ານ ໄບເດັນ “ຈະບໍ່ຍອມຮັບຄວາມເປັນຈິງນັ້ນອີກຄັ້ງ.” ເຊັ່ນກັນ.

ລັດຖະບານ ທ່ານ ໄບເດັນ ໄດ້ປະກາດອັດຕາພາສີໃຫມ່ຕໍ່ອຸດສາຫະກໍາຍຸດທະສາດຂອງຈີນໃນອາທິດທີ່ຜ່ານມາ ລວມມີພາສີກ່ຽວກັບ ເຫຼັກກ້າ, ພະລັງງານແສງຕາເວັນ, ຍານພາຫະນະໄຟຟ້າ ແລະຊິ້ນສ່ວນຕ່າງໆຂອງຫມໍ້ໄຟ.

ອ່ານຂ່າວນີ້ເປັນພາສາອັງກິດ