ການຫາສຽງ ຂອງທ່ານ Christ Christie ສະມາຊິກພັກ Republican ເພື່ອແຂ່ງຂັນເອົາຕຳແໜ່ງ ຜູ້ປົກຄອງລັດ New Jersey
ບັນດາຜູ້ມີສິດປ່ອນບັດ ພວມພາກັນໄປລົງຄະແນນ ໃນການສຽງ
ເລືອກຕັ້ງທີ່ສຳຄັນໆຢູ່ໃນບໍ່ເທົ່າໃດບ່ອນໃນສະຫະລັດ ໃນວັນອັງ
ຄານມື້ນີ້ ຊຶ່ງຮວມທັງການປ່ອນບັດ ເລືອກເອົາເຈົ້າຄອງນະຄອນ
ນີວຢ໊ອກ ແລະຜູ້ປົກຄອງ New Jersey ທີ່ຕັ້ງຢູ່ໃກ້ຄຽງນັ້ນ.
ໃນປີ ຫຼັງຈາກການເລືອກຕັ້ງປະທານາທິບໍດີສະຫະລັດແລ້ວນັ້ນ
ແມ່ນວ່າຈະບໍ່ມີການເລືອກຕັ້ງ ທີ່ໃຫຍ່ໆເປັນຈຳນວນຫຼວງຫຼາຍ
ຢູ່ໃນທົ່ວປະເທດ. ແຕ່ລັດ New Jersey ແລະລັດ Virginia
ຊຶ່ງທັງສອງລັດ ແມ່ນຢູ່ທາງພາກຕາເວັນອອກຂອງປະເທດນັ້ນ
ມີການເລືອກຕັ້ງຜູ້ປົກຄອງລັດ ໃນຂະນະທີ່ຫົວເມືອງໃຫຍ່ໆ
ແລະມີອິດທິພົນ ເຊັ່ນນະຄອນ New York, Atlanta, Bostton Houston ແລະ Miami
ນັ້ນ ແມ່ນມີການເລືອກຕັ້ງເຈົ້າຄອງກໍາແພງ.
ຊາວອາເມຣິກັນ ໄປປ່ອນບັດ ເລືອກຕັ້ງ
ໃນລັດ New Jersey ຊຶ່ງເປັນລັດທີ່ໃກ້ຄຽງ ກັບນະຄອນ New York ນັ້ນ ທ່ານ Christ
Christie ຊຶ່ງສະມາຊິກພັກ Republican ທີ່ລົງສະມັກແຂ່ງຂັນເອົາຕຳແໜ່ງຕື່ມອີກນັ້ນ
ແມ່ນຄາດໝາຍວ່າຈະໄດ້ຮັບເລືອກອີກ. ທ່ານໄດ້ເນັ້ນໜັກເຖິງການຮ້ອງຮຽນຂອງທ່ານຕໍ່
ທຸກພັກຝ່າຍ ການເມືອງຄືທັງພັກເດໂມແຄຣັດແລະພວກທີ່ບໍ່ສັງກັດພັກ ແລະອາດເປັນ
ໄປໄດ້ ທີ່ຈະໝາຍຕາ ໃນການລົງສະມັກແຂ່ງຂັນເອົາປະທານາທິບໍດີ ໃນປີ 2016 ກໍເປັນໄດ້.
ໃນລັດທາງພາກກາງແຄມຝັ່ງມະຫາສະມຸດ Atlantic ຄື ລັດ Virginia ນັ້ນ ຈາກການ
ສໍາຫຼວດ ສະແດງໃຫ້ເຫັນວ່າ ຜູ້ສະມັກຂອງພັກ Republican ຄືທ່ານ Ken Cuccinelli
ທີ່ນິຍົມແນວ ທາງດັ້ງເດີມຢ່າງແຂງຂັນນັ້ນ ແມ່ນພວມດີ້ນຮົນຢ່າງໜັກເພື່ອຢາກໃຫ້ຖືກ
ເລືອກຜູ້ປົກຄອງ ແຂ່ງກັບນັກທຸລະກິດ ທ່ານ Terry McAuliffe ຜູ້ຊຶ່ງເຄີຍກໍາຕໍາແໜ່ງ
ເປັນຜູ້ນໍາແຫ່ງຊາດ ຂອງພັກ Democrats ແລະເປັນຜູ້ທີ່ໃກ້ຊິດກັບອະດີດປະທານາ
ທິບໍດີ Bill Clinton ແລະພັນລະຍາຂອງທ່ານ ຄືອະດີດລັດຖະມົນຕີການຕ່າງປະເທດ
ທ່ານນາງ Hillary Clinton.