ສະຫະລັດ ຍົກເລີກ ການລົງໂທດ ຕໍ່ມຽນມາ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຍ່າງກັບ ທ່ານນາງ Aung San Suu Kyi ທີ່ບ້ານພັກຂອງທ່ານ ນາງ ກ່ອນກອງປະຊຸມນັກຂ່າວ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ມຽນມາ
​ໂດຍ​ກ່າວ​ວ່າ ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກດັ່ງກ່າວ​ໄດ້​ສ້າງຄວາ​ມກ້າວໜ້າທີ່​ສຳ ຄັນຢ່າງ​ໃຫຍ່​ຫລວງ​ເພື່ອ​ສົ່ງ​ເສີມ​ປະຊາທິປະ​ໄຕ.

ປະທານາທິບໍດີ ​ໄດ້​ເຊັນ​ດຳ​ລັດສະບັບ​ນຶ່ງໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ຕ່າວ​ປີ້ນຄຳ​ປະກາດ​ຄັ້ງ​ກ່ອນ ​ທີ່​ຮ້ອງ​ລັດຖະບານ​ມຽນມາວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາ​ມປອດ​ໄພ​ແຫ່ງ​ຊາດ​ສະຫະລັດ.

​ນັບ​ແຕ່​ມີ​ການ​ເລືອກ​ຕັ້ງ​ຄັ້ງ​ປະຫວັດສາດ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້ ທີ່​ໄດ້​ເຮັດ​ໃຫ້​ ​ອະດີດ​ພັກ​ຝ່າຍ​ຄ້ານ ​ໄດ້ຊະນະ​ບ່ອນ​ນັ່ງ​ສ່ວນໃຫຍ່ຢູ່​ໃນ​ສະພາ ປະທານາທິບໍດີ​ກ່າວ​ວ່າ ສະຖາ ນະ​ການ​ໃນ​ມຽນມາ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງຫຼວງຫຼາຍ ຮວມທັງ​ມີສິດເສລີພາບ​ຫຼາຍຂຶ້ນ​ສຳລັບ​ປະຊາຊົນ ​ແລະ​ກາ​ນປ່ອຍ​ບັນດາ​ນັກ​ໂທດ​ການ​ເມືອງ.

ປະ​ທາ​ນາ​ທິບໍດີ Obama ໄດ້​ໃຫ້​ຄຳ​ໝັ້ນສັນຍາໃນ​ເດືອນ​ແລ້ວ​ນີ້ວ່າ ທ່ານ​ຈະ​ຍົ​ກເລີກການ​
ລົງ​ໂທດໃນລະຫວ່າງ​ການ​ມາ​ຢ້ຽມຢາມທຳນຽບຂາວ​ຂອງ​ຜູ້ນຳ​ພົນລະ​ເຮືອນທີ່​ແທ້​ຈິງ​ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi.

ການ​ລົງ​ໂທດ​ຊຶ່ງ​ເລີ້ມມີ​ຜົນ​ບັງ​ບຄັບໃຊ້ເມື່ອ 20 ປີ​ກ່ອນ ​ໄດ້​ຂັດຂວາງ​ບໍ່ໃຫ້​ບໍລິສັດ​ອາ​ເມຣິ ກັນ ​ແລະ​ນັກ​ລົ​ງທຶນ​ຕ່າງປະເທດ ​ໃຊ້​ບໍລິ​ການ​ທາງ​ດ້ານການ​ເງິນ​ສະຫະລັດ ຈາກການ​ຕົກ ລົງກັບ​ພວກ​ນັກທຸລະກິດ​ຫຼາຍກວ່າ 100 ຄົນທີ່ມີ​ຄວາມ​ສຳພັນ​ກັບອະດີດອຳນາດ​ການ​ປົກຄອງ​ທະຫານ ທີ່​ເປັນ​ຫົວໜ້າ​ທຸລະ​ກິດ​ໃຫຍ່ໆ​ ທີ່ຄອບ​ງໍາ​ການ​ຄ້າ ທະນາຄານ ​ອຸດສາ​ຫະກຳການ​ຂຸດ​ຄົ້ນ ການ​ປູກ​ຝັງ ການທ່ອງທ່ຽວ ​ແລະ​ທຸລະ​ກິດ​ສາຍການບິນຂອງ​ມຽນມາ.

ອຸບປະສັກ​ທາງດ້ານ​ກົດໝາຍ​ໄດ້​ຂັດຂວາງ​ບໍ່​ໃຫ້ບັນດາ​ນັກ​ລົງ​ທຶນຫລາຍຄົນສາມາດເຂົ້າ ໄປ​ໃນຕະ​ຫລາ​ດມຽນມາ ​ໃນ​ຂະນະ​ທີ່​ຍັງ​ເປັນ​ຮອຍ​ດ່າງ​ແປ້ວ​ຕໍ່​ການ​ສົ່ງ​ສິນ​ຄ້າ​ມຽນມາ​ເຂົ້າ​ມາສູ່ອາ​ເມຣິການຳ​ດ້ວຍ​.

ສະຫະລັດ​ໄດ້​ຫລຸດ​ຜ່ອນ​ການ​ລົງ​ໂທ​ດຈຳນວນ​ນຶ່ງ​ຕໍ່​ມຽນມາ​ໄປ​ແລ້ວ ​ໃນ​ຂະນະ​ທີ່​ປະ​ເທດ ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ດັ່ງກ່າວ ​ໄດ້​ປະຕິ​ຮູບໃນ​ດ້ານ ການ​ເມືອງ​ໃນໄລຍະຫລາຍ​ປີ​ທີ່​ຜ່ານ​ມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ