ເຈົ້າໜ້າທີ່ FBI ຂອງສະຫະລັດ ໄປເຖິງ Benghazi ແລ້ວ

ສະຖານກົງສຸນສະຫະລັດ ທີ່ໄດ້ຮັບຄວາມເສຍຫາຍ ຢູ່ເມືອງ Benghazi ປະເທດລີເບຍ (2 ຕຸລາ 2012)

ເຈົ້າໜ້າທີ່ທຳນຽບຫ້າແຈ ກ່າວວ່າ ຄະນະສືບສວນຂອງສະຫະ
ລັດ ໄດ້ໄປເຖິງເມືອງ Benghazi ໃນພາກຕາເວັນອອກຂອງລີ
ເບຍເປັນເທື່ອທຳອິດນັບຕັ້ງແຕ່ໄດ້ມີການໂຈມຕີສະຖານກົງສຸນ
ສະຫະລັດຢູ່ໃນເມືອງດັ່ງກ່າວທີ່ເປັນເຫດໃຫ້ເອກອັກຄະລັດຖະ ທູດສະຫະລັດປະຈຳລີເບຍ ເສຍຊີວິດໃນເດືອນແລ້ວນີ້.

ທ່ານ George Little ໂຄສົກຂອງກະຊວງປ້ອງກັນປະເທດສະ
ຫະລັດກ່າວວ່າ ຄະນະສືບສວນຂອງສັນຕິບານກາງຫຼື FBI ສະ
ຫະລັດໄດ້ໃຊ້ເວລາຫຼາຍໆຊົ່ວໂມງທີ່ເມືອງ Benghazi ໃນວັນ
ພະຫັດວານນີ້ ໂດຍມີກຳລັງທະຫານສະຫະລັດ ເປັນຜູ້ອຳນວຍ
ຄວາມສະດວກໃນການຂົນສົ່ງແລະຄວາມປອດໄພຕິດຕາມໄປ
ນຳ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງລີເບຍກ່າວວ່າ ຄະນະສືບສວນຂອງ FBI ໄດ້ກວດ ກາເບິ່ງຕຶກອາຄານສະຖານກົງສຸນ ທີ່ໄດ້ຮັບຄວາມເສຍຫາຍ ແລະເກັບກຳເອົາຫຼັກຖານ ຕ່າງໆ. ເຈົ້າໜ້າທີ່ເວົ້າວ່າເສັ້ນທາງທີ່ມຸ່ງໜ້າໄປຫາກົງສຸນໄດ້ມີການປິດໂດຍລົດທະຫານ ລີເບຍທີ່ຕິດປືນກົນ.

ພວກຫົວຮຸນແຮງໄດ້ຈູດເຜົາສະຖານກົງສຸນສະຫະລັດແລະບ່ອນຫຼົບໄພທີ່ຕັ້ງຢູ່ໃກ້ຄຽງໃນ ເມືອງ Benghazi ໃນວັນທີ 11 ກັນຍາຜ່ານມາ ຊຶ່ງໄດ້ສັງຫານເອກອັກຄະລັດຖະທູດສະ ຫະລັດ ທ່ານ Chris Stevens ແລະ ຊາວອາເມຣິກັນອີກ 3 ຄົນ ຮວມທັງນັກຊ່ຽວຊານ ດ້ານຄອມພິວເຕີ້ ຂອງກະຊວງການຕ່າງປະເທດສະຫະລັດຄົນນຶ່ງ ແລະອະດີດໜ່ວຍກ້າ ຕາຍຂອງກອງທັບເຮືອສະຫະລັດ 2 ຄົນ.

ລັດຖະບານສະຫະລັດແລະລີເບຍກ່າວວ່າ ເຫດຮ້າຍໃນຄັ້ງນີ້ເປັນການໂຈມຕີຂອງພວກກໍ່ ການຮ້າຍ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າເປັນຫຍັງຄະນະສືບສວນຂອງສະຫະລັດ ຈຶ່ງບໍ່ ເດີນທາງໄປເມືອງ Benghazi ໄວກ່ອນນີ້. ໂຄສົກຂອງທຳນຽບຫ້າແຈກ່າວຕໍ່ພວກນັກຂ່າວ
ວ່າ ນັບຕັ້ງແຕ່ໄດ້ມີການໂຈມຕີ ລັດຖະບານທ່ານໂອບາມາ ໄດ້ພະຍາຍາມຊອກຫາຂ່າວ ດ້ວຍວິທີການຕ່າງໆ ບໍ່ແມ່ນນັ່ງລໍຖ້າທີ່ຈະໄດ້ຮັບແຕ່ຂໍ້ມູນທໍ່ນັ້ນ.