ການປະຕິບັດງານ ທາງທະຫານໃນລີເບຍ ປະສົບຄວາມສຳເລັດ

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ກ່າວຄຳປາໄສປະຈຳສັບປະດາ (26 ມີນາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ
ການປະຕິບັດງານທາງທະຫານຂອງສະຫະລັດໃນລີເບຍ
ພວມບັນລຸຄວາມສຳເລັດຕາມເປົ້າໝາຍ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສປະຈຳສັບປະ
ດາຂອງທ່ານ ໃນວັນເສົາມື້ນີ້ວ່າ ລະບົບປ້ອງກັນໄພທາງ
ອາກາດຂອງຜູ້ນຳລີເບຍ ທ່ານ Moammar Gadhafi
ໄດ້ຖືກທຳລາຍແລະກຳລັງຂອງທ່ານ Gadhafi ໄດ້ຖອຍ
ກັບຄືນອອກຈາກຫົວເມືອງຕ່າງໆບ່ອນທີ່ປະຊາຊົນຊາວລີ
ເບຍໄດ້ລຸກຮືຂຶ້ນຕໍ່ຕ້ານທ່ານນັ້ນ.

ທ່ານໂອບາມາໃຫ້ຂໍ້ສັງເກດວ່າ ຄວາມຮັບຜິດຊອບໃນການປະຕິບັດງານທາງທະຫານຢູ່ໃນ
ລີເບຍນັ້ນສະຫະລັດພວມມອບໂອນໃຫ້ແກ່ກຸ່ມພັນທະມິດເນໂຕ້ຊຶ່ງທ່ານເວົ້າວ່ານີ້ແມ່ນວິທີ ທີ່ປະຊາຄົມນາໆຊາດຄວນດຳເນີນການຮ່ວມກັບຫຼາຍໆປະເທດ ບໍ່ແມ່ນພຽງແຕ່ກັບສະຫະ
ລັດ ໃນການເປັນຜູ້ຮັບຜິດຊອບແລະການໃຊ້ຈ່າຍ ເພື່ອຮັກສາໄວ້ຊຶ່ງສັນຕິພາບແລະຄວາມ
ໝັ້ນຄົງ.

ໃນຕອນແລງຂອງມື້ວັນສຸກວານນີ້ໜັງສືພິມ Washington Post ຊຶ່ງໄດ້ອ້າງຄຳເວົ້າຂອງ
ເຈົ້າໜ້າທີ່ສະຫະລັດແລະຢູໂຣບທີ່ບໍ່ໄດ້ລະບຸຊື່ ລາຍງານວ່າ ສະຫະລັດແລະບັນດາປະເທດ
ພັນທະມິດພວມພິຈາລະນາ ທີ່ຈະຈັດສົ່ງອາວຸດໄປໃຫ້ພວກຝ່າຍຄ້ານ ຫຼືຕໍ່ຕ້ານລັດຖະບານ
ໃນລີເບຍ.

ໜັງສືພິມສະບັບສະບັບນີ້ແຈ້ງໃຫ້ຊາບຕື່ມວ່າລັດຖະບານທ່ານໂອບາມາເຊື່ອວ່າມະຕິຂອງ
ອົງການສະຫະປະຊາຊາດ ທີ່ອະນຸຍາດໃຫ້ນາໆຊາດເຂົ້າແຊກແຊງໃນລີເບຍນັ້ນ ມີຄວາມ
ສາມາດໃນການປັບ ເພື່ອອຳນວຍໃຫ້ມີການຊ່ອຍເຫຼືອໃນທຳນອງນີ້ໄດ ແລະໜັງສືພິມສະ ບັບນີ້ເວົ້າວ່າຍັງບໍ່ທັນມີການຕັດສິນໃຈກ່ຽວກັບເລື່ອງນີ້ເທື່ອ.

ໃນມື້ວັນຈັນຈະມານີ້ປະທານາທິບໍດີໂອບາມາຈະກ່າວຄຳປາໄສຕໍ່ປະເທດຊາດເພື່ອໃຫ້ການ
ອະທິບາຍກ່ຽວກັບການຕັດສິນໃຈຂອງທ່ານໃນບັນຫາຂັດແຍ້ງລີເບຍ.

ໃນມື້ວັນສຸກວານນີ້ ປະທານາທິບໍດີໂອບາມາໄດ້ລາຍງານໃຫ້ພວກຜູ້ນຳໃນລັດຖະສະພາ
ສະຫະລັດ ຈາກທັງສອງພັກການເມືອງຊາບ ກ່ຽວກັບວ່າໄດ້ມີການບັນລຸຜົນແນວໃດແດ່
ຈາກເຂດຫ້າມບິນເໜືອລີເບຍ ແລະແຜນການມອບໂອນການບັງຄັບບັນຊາໃນລີເບຍໄປ
ໃຫ້ອົງການເນໂຕນັ້ນ.

ສະມາຊິກລັດຖະສະພາຈຳນວນນຶ່ງ ທັງຈາກພັກລີພັບບລີກັນແລະພັກເດໂມແຄຣັທຂອງ
ທ່ານໂອບາມາເອງນັ້ນ ໄດ້ຕຳໜິຕິຕຽນທ່ານ ທີ່ບໍ່ໄດ້ຂໍການອະນຸມັດຈາກສະພາກ່ຽວກັບ ການປະຕິບັດງານທາງທະຫານຂອງສະຫະລັດຢູ່ໃນລີເບຍ.