ຜູ້ຊາຍຄົນນຶ່ງ ຖືກຂໍ້ຫາ ເປັນຜູ້ສົ່ງ ຈົດໝາຍ ມີຢາພິດ ໄປຫາ ປ. ໂອບາມາ

ທ້າວ Everett Dutschke ແປງລົດຕູ້ນ້ອຍຂອງລາວ ທີ່ຈອດຢູ່ຮ່ອມເຂົ້າເຮືອນຂອງລາວ ທີ່ເມືອງ Tupelo ລັດ Mississippi ໃນວັນທີ 26 ເມສາ 2013.

ເຈົ້າໜ້າທີ່ລັດຖະບານກາງໄດ້ຕັ້ງຂໍ້ຫາຢ່າງເປັນທາງການຕໍ່
ຜູ້ຊາຍຄົນນຶ່ງ ທີ່ລັດ Mississippi ວ່າເປັນຜູ້ສົ່ງຈົດໝາຍທີ່
ມີຢາພິດ ໄປຫາປະທານາທິບໍດີບາຣັກ ໂອບາມາ, ຫາຜູ້ແທນ
ສະພາສູງທ່ານນຶ່ງ ແລະຜູ້ພິພາກສາອີກທ່ານນຶ່ງ.

ອົງການສັນຕິບານກາງ FBI ເວົ້າວ່າ ທ້າວ Everett Dutschke
ອາຍຸ 41 ປີ ຖືກກ່າວຫາວ່າ ພະຍາຍາມໃຊ້ອາວຸດຊີວະພາບ
ພາຍໃນເວລາບໍ່ພໍເທົ່າໃດຊົ່ວໂມງ ລຸນຫລັງທີ່ລາວຖືກຈັບ ໃນວັນ
ເສົາວານນີ້. ລາວຈະໄປປະກົດຕົວຢູ່ສານ ໃນວັນຈັນມື້ອື່ນ ແລະ
ອາດຖືກຈໍາຄຸກຕະຫລອດຊີວິດ ຖ້າ ຫາກຖືກພົບເຫັນວ່າມີ ຄວາມຜິດ.

ທ້າວ Dutschke ຖືກກ່າວຫາວ່າ ໄດ້ສົ່ງຈົດໝາຍທີ່ເຈືອປົນໄປດ້ວຍສານ ricin ທີ່ເປັນ
ອັນຕະລາຍ ໄປໃຫ້ປະທານາທິບໍດີໂອບາມາ, ທ່ານ Roger Wicker ຜູ້ແທນສະພາສູງ
ຂອງລັດ Mississippi ແລະຜູ້ພິພາກສາ Sadie Holland ຂອງລັດ Mississippi. ໂຮງ
ການ ຮັບຜິດຊອບດ້ານຈົດໝາຍທີ່ຢູ່ໃກ້ນະຄອນຫລວງວໍຊິງຕັນ ຈັບຈົດໝາຍທີ່ສົ່ງໄປຫາ
ທ່ານໂອບາມາ ແລະທ່ານ Wicker ໄດ້.

ເຈົ້າໜ້າທີ່ໄດ້ຈັບຜູ້ຕ້ອງສົງໄສອີກຄົນນຶ່ງ ໃນຕົ້ນອາທິດນີ້ ແລະກໍໄດ້ປ່ອຍຜູ້ກ່ຽວ ໃນເວລາ
ຕໍ່ມາ ລຸນຫລັງທີ່ບໍ່ພົບຫລັກຖານໃດໆ ວ່າຜູ້ກ່ຽວມີສ່ວນກ່ຽວຂ້ອງກັບຄະດີດັ່ງກ່າວ. ສານ
ricin ແມ່ນເຮັດດ້ວຍໝາກຮຸ່ງສາຊະນິດນຶ່ງ ແລະສາມາດເປັນອັນຕະລາຍເຖິງແກ່ຊີວິດ
ໄດ້ ຖ້າຫາກວ່າມີການຫາຍໃຈເອົາ, ກືນລົງ ຫລືສັກເຂົ້າໄປໃນຮ່າງກາຍ.