ຜູ້ນໍາຂອງສະຫະລັດ ຮຽກ​ຮ້ອງໃຫ້ສະມາຊິກສະພາ ອະນຸມັດຂໍ້ຕົກລົງ ກ່ຽວກັບເພດານໜີ້ສິນ

  • ວີໂອເອ

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວປາໄສຢູ່ຫ້ອງ Roosevelt ຂອງທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ພຶດສະພາ 2023. ທ່ານໄບເດັນ ແລະປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ໄດ້ບັນລຸຂໍ້ຕົກລົງຂັ້ນສຸດທ້າຍໃນວັນອາທິດແລ້ວນີ້ ເພື່ອຍົກລະດັບເພດານໜີ້ສິນຂອງປະເທດ.

ສະມາຊິກສະພາສະຫະລັດ ກໍາລັງກວດກາລາຍລະອຽດຂອງຂໍ້ຕົກລົງ ເພື່ອຍົກລະດັບຂີດຈໍາກັດໃນການກູ້ຢືມຂອງປະເທດ ກ່ອນການລົງມະຕິ ທີ່ຄາດວ່າຈະມີຂຶ້ນໃນອີກບໍ່ເທົ່າໃດມື້ທີ່ຈະມາເຖິງນີ້, ໃນຂະນະທີ່​ທັງປະທານາທິບໍດີໂຈ ໄບເດັນ ແລະປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ​ຮຽກ​ຮ້ອງໃຫ້ພວກ​ເຂົາ​ເຈົ້າ ໃຫ້ ການອະນຸມັດ ຕໍ່ຂໍ້ຕົກລົງດັ່ງກ່າວ.

ຂໍ້ສະ​ເໜີເຫຼົ່ານັ້ນລວມມີ ການຍົກເວັ້ນເພດານໜີ້ສິນໃນຈໍານວນເງິນ 31.4 ພັນຕື້ ໄປຈົນຮອດເດືອນມັງກອນ ປີ 2025 ແລະຂໍ້ຕົກລົງງົບປະມານ 2 ປີ ທີ່ຍັງ​ຈະຮັກສາ​ລະ​ດັບ​ການໃຊ້ຈ່າຍງົບປະມານປະຈໍາປີ ຂອງລັດຖະບານກາງ ເຊິ່ງ​ຈະເລີ້ມຕົ້ນໃນເດືອນຕຸລາ ແລະເພີ້ມຂຶ້ນ 1 ເປີເຊັນ ໃນອີກ 12 ເດືອນຂອງປີ 2025.

Your browser doesn’t support HTML5

Amid Some Objections, Confidence on US Debt Ceiling Deal Grows

ພາກສ່ວນອື່ນໆຂອງແຜນ​ການ​ປະ​ນີ​ປະ​ນ້ອມ​ກັນນັ້ນລວມມີ ການຫຼຸດການຈ້າງງານຂອງເຈົ້າ​ໜ້າ​ທີ່ ຢູ່ທີ່ກົມຈັດເກັບພາສີຂອງປະເທດ, ​ການ​ບັງ​ຄັບ​ໃຫ້ລັດຖະ ບານລັດ ຕ້ອງໄດ້ສົ່ງເງິນຊ່ວຍເຫຼືອຈໍານວນ 30 ຕື້ໂດລາ ທີ່ບໍ່ໄດ້ໃຊ້ຈ່າຍໃນຊ່ວງການລະບາດໃຫຍ່ຂອງພະຍາດໄວຣັສໂຄໂຣນາ ຄືນໃຫ້ລັດຖະບານກາງ ແລະຂະຫຍາຍຊ່ວງອາຍຸຈາກ 50 ມາເປັນ 54 ສໍາລັບຜູ້ທີ່ຕ້ອງເຮັດວຽກ ເພື່ອ​ຈະ​ໄດ້ຮັບການຊ່ວຍເຫຼືອທາງດ້ານອາຫານ.

ທ່ານໄບເດັນ ແລະ ທ່ານແມັກຄາທີ ໄດ້ບັນລຸຂໍ້ຕົກລົງດັ່ງກ່າວໃນຕອນແລງວັນອາທິດແລ້ວນີ້ ລຸນຫຼັງການ​ເຈ​ລະ​ຈາມາເປັນເວລາຫຼາຍອາທິດ.

ອ່ານຂ່າວນີ້ເປັນພາສາອັງກິດ