ສະມາຊິກ ສະພາ ຮຽກຮ້ອງໃຫ້ ປ. ໂອບາມາ ຂະຫຍາຍ ການໂຈມຕີ ຕໍ່ກຸ່ມ ລັດອິສລາມ (ສະໄລດ໌/ວີດີໂອ)

Your browser doesn’t support HTML5

ຜູ້ນຳລັດຖະສະພາສະຫະລັດຫລາຍໆທ່ານ ຮຽກຮ້ອງໃຫ້ສະຫະ
ລັດ ຂະຫຍາຍການໂຈມຕີທາງອາກາດຕໍ່ເປົ້າໝາຍຕ່າງໆ ຂອງ
ກຸ່ມລັດອິສລາມ ໂດຍເວົ້າວ່າ ການສັງຫານ ນັກຂ່າວອາເມຣິກັນ
James Foley ​ແມ່ນ​ເປັນຂີດໝາຍ ຂອງບາດລ້ຽວ ໃນການຊັ່ງ
ຊາຕີລາຄາໄພຂົ່ມຂູ່ທີ່ມາຈາກຕາໜ່າງກຸ່ມຫົວຮຸນແຮງນີ້. Cindy
Saine ຜູ້ສື່ຂ່າວວີໂອເອ ລາຍງານຈາກວໍຊິງຕັນວ່າ ມີຄວາມກົດ
ດັນເພີ້ມຂຶ້ນ ໃຫ້ປະທານາທິບໍດີ ໂອບາມາ ພິຈາລະນາ ກ່ຽວກັບ
ການໂຈມຕີຢູ່ໃນຊີເຣຍພ້ອມໆກັນກັບຢູ່ໃນອີຣັກ ດັ່ງໄພສານຈະ
ນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ສະມາຊິກ ສະພາ ຮຽກຮ້ອງໃຫ້ ປ. ໂອບາມາ ຂະຫຍາຍ ການໂຈມຕີ

ການສັງຫານທ່ານ James Foley ນັກຂ່າວອາເມຣິກັນ ຢ່າງ
ໂຫດຮ້າຍປ່າເຖື່ອນແມ່ນໄດ້ກໍ່ໃຫ້ເກີດມີການຕອບຮັບທີ່ເຕັມ
ໄປດ້ວຍຄວາມບໍ່ພໍໃຈ ຈາກບັນດາສະມາຊິກລັດຖະສະພາ. ປະທານຄະນະກຳມະການ ຮັກສາຄວາມປອດໄພພາຍໃນປະເທດຂອງສະພາຕ່ຳທີ່ສັງກັດ ພັກຣີພັບບລີກັນກ່າວວ່າ ຕາໜ່າງກໍ່ການຮ້າຍລັດອິສລາມທີ່ຮູ້ກັນໃນອີກຊື່ນຶ່ງວ່າ ລັດອິສລາມໃນອີຣັກແລະຊີເຣຍ
ຫຼື ISIS ນັ້ນ ແມ່ນເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດເທົ່າທີ່​ໂລກ​ໄດ້​ເຫັນມາ ນັບຕັ້ງແຕ່ການໂຈມ ຕີຂອງພວກກໍ່ການຮ້າຍ ເມື່ອວັນທີ 11 ກັນຍາ ປີ 2001 ນັ້ນ. ທ່ານ Michael McCaul
ກ່າວຢູ່​ໃນລາຍການສັບປະດານີ້ ຫລື This Week ຂອງໂທລະພາບ ABC ວ່າ:

“ຄວາມ​ໂຫດຮ້າຍຂອງ​ພວກ​ນີ້ ແມ່ນໄດ້ເລີ້ມມາຕັ້ງແຕ່ປີກາຍ ແລະເວລານີ້ ​ໄດ້ມາ ຮອດຈຸດສຸດຍອດແລ້ວ ດ້ວຍການສັງຫານ ແລະການຕັດຫົວນັກຂ່າວອາເມຣິກັນ ຊຶ່ງຂ້າພະເຈົ້າຄິດວ່າ ແມ່ນບາດລ້ຽວສຳຫຼັບຊາວອາເມຣິກັນ. ມັນໄດ້ເປີດຕາຂອງ ພວກເຂົາເຈົ້າ​ໃຫ້ເຫັນວ່າ ທາດແທ້ຂອງກຸ່ມ ISIS ​ແມ່ນ​ຄື​ແນວ​ໃດ.”

ພວກນັກຕໍ່ສູ້ບາງຄົນຈາກຢູໂຣບແລະສະຫະລັດໄດ້ເດີນທາງໄປຍັງພາກຕາເວັນອອກກາງ ເພື່ອເຂົ້າຮ່ວມກຸ່ມກໍ່ການຮ້າຍດັ່ງກ່າວ. ທ່ານ Mike Rogers ປະທານຄະນະກຳມະການ ສືບລັບຂອງສະພາຕ່ຳ ທີ່ສັງກັດພັກຣີພັບບລີກັນກ່າວຕໍ່ ລາຍການພົບນັກຂ່າວຫລື Meet
the Press ຂອງໂທລະພາບ NBC ວ່າ:

“ພວກເຂົາມີແຕ່ຍັງບໍ່ທັນຊື້ປີ້ເຮືອບິນມາຍັງສະຫະລັດທໍ່ນັ້ນ ແລະນັ້ນກໍ​ແມ່ນ​ເຫດ
ຜົນ​ທີ່​ວ່າ ເປັນຫຍັງພວກ​ເຮົາ​ຈຶ່ງກັງວົນແທ້ໆກ່ຽວກັບເລື່ອງນີ້.”

Your browser doesn’t support HTML5

US ISLAMIC STATE CNPK

ສ່ວນທ່ານ John Allen ນາຍພົນທະຫານມາຣີນ ທີ່ອອກກິນເບ້ຍບຳນານແລ້ວ ກ່າວວ່າ ສະຫະລັດຈະຕ້ອງໄດ້ໃຊ້ວິທີຮັບມືຢູ່ໃນຂົງເຂດໂດຍດຳເນີນງານຮ່ວມກັບພັນທະມິດຂອງ ຕົນ.

ນາຍພົນ Allen ເວົ້າວ່າ “ເຮົາຈະຕ້ອງໃຊ້ວິທີຮັບມືແບບກວ້າງຂວາງ. ມັນບໍ່ແມ່ນແຕ່ ການໂຈມຕີຢ່າງເຈາະຈົງ ໃສ່ທີ່ຕັ້ງຕ່າງໆຂອງກຸ່ມ ISIS ຊຶ່ງເປັນທີ່ຕັ້ງທາງທະຫານ ຢູ່ໃນແລະຢູ່ອ້ອມແອ້ມເຂື່ອນ ເທົ່ານັ້ນ.”

ທ່ານ Allen ທີ່ກ່າວຕໍ່ລາຍການອາທິດນີ້ຂອງໂທລະພາບ ABC ເຊັ່ນດຽວກັນນັ້ນ ເວົ້າວ່າ ເປົ້າໝາຍບາງສ່ວນຈະຢູ່ໃນຊີເຣຍນຳດ້ວຍ.

ປະທານາທິບໍດີໂອບາມາ ໄດ້ພະຍາຍາມທີ່ຈະຈຳກັດ ການປະຕິບັດງານທາງທະຫານຄັ້ງ
ໃໝ່ນີ້ຢູ່ໃນແຕ່ອີຣັກ ​ເພື່ອປົກປ້ອງຄຸ້ມຄອງພວກພົນລະເຮືອນທີ່​ຕົກ​ຢູ່​ໃຕ້​ການ​ໂຈມ​ຕີແລະ ພວກນັກການທູດອາ​ເມຣິກັນ. ແຕ່ທ່ານກໍຍັງກ່າວວ່າ ສະຫະລັດຈະບໍ່ຍອມຜ່ອນຜັນແລະ ດຳເນີນການທຸກສິ່ງຢ່າງທີ່ເຫັນວ່າຈຳເປັນ ເພື່ດປົກປ້ອງຊາວອາເມຣິກັນ.

ການ​ສູ້​ລົບ ຕ້ານ ລັດ​ອິ​ສ​ລາມ ຂະ​ຫ​ຍາຍ​ວົງ ກວ້າງ​ອອກ

ຂະນະດຽວກັນ ສະມາຊິກສະພາບາງຄົນ ກໍໄດ້ເຕືອນສະຫະລັດ ກ່ຽວກັບການສົ່ງກຳລັງສູ້ ລົບກັບຄືນໄປຍັງອີຣັກອີກ. ທ່ານນາງ Donna Edwards ສະມາຊິກສະພາຕ່ຳສັງກັດພັກ ເດໂມແຄຣັດກ່າວວ່າ ລັດຖະສະພາຕ້ອງໄດ້ອະພິປາຍກ່ຽວກັບການປະຕິບັດງານທາງທະ ຫານ ທີ່ເພີ້ມທະວີຂຶ້ນໃດໆກໍຕາມ ເວລາສະມາຊິກສະພາກັບຄືນມາຈາກໄປພັກ ໃນເດືອນ ກັນຍານີ້.

ທ່ານນາງ Edward ເວົ້າວ່າ “ແຕ່ພວກເຮົາຈຳເປັນ ຕ້ອງໄດ້ອະພິປາຍກັນ. ຂ້າພະ ເຈົ້າຄິດວ່ານີ້ແມ່ນສຳຄັນ​ແທ້ໆ. ຂ້າພະເຈົ້າບໍ່ຄິດວ່າ ປະທານາທິບໍດີຈະສາມາດ ດຳເນີນການຫຼາຍໄປກວ່າ ທີ່ໄດ້ອະນຸມັດ ຢູ່ໃນກົດໝາຍ War Powers ໂດຍບໍ່ ໄດ້ຮັບການອະນຸມັດຈາກສະພາ.”

ພວກນັກວິເຄາະກ່າວວ່າ ມີທ່າທາງວ່າ ໃນໄລຍະຫຼາຍໆ​ມື້ຕໍ່ໜ້ານີ້ ປະທານາທິບໍດີໂອບາ ມາຈະຊັ່ງຊາຕີລາຄາກ່ຽວກັບຜົນທີ່ຈະຕິດຕາມມາຈາກການຂະຫຍາຍການປະຕິບັດງານ ທາງທະຫານຂອງສະຫະລັດ ເຂົ້າສູ່ບັນຫາຂັດແຍ້ງທີ່ກວ້າງຂວາງຂຶ້ນ.

Your browser doesn’t support HTML5

British Fighters on Frontline of ISIS Information War