ສະມາຊິກສະພາ ສະຫະລັດ ເລັ່ງ​ໃຫ້​ມີ​ການຕົກລົງກັນ ກ່ຽວກັບ ຮ່າງກົດໝາຍນິຕິບັນຍັດ ລົງໂທດ ຣັດເຊຍ

ສະມາຊິກສະພາສູງ ທ່ານ ຈິມ ຣິຊ, ສັງກັດພັກຣີພັບບລີກັນ ຈາກລັດ ໄອດາໂຮ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວກັບເພື່ອຮ່ວມພັກຣີພັບບລີກັນ ກ່ຽວກັບ ຢູເຄຣນ, ຫໍລັດຖະສະພາ ສະຫະລັດ, 2 ມີນາ, 2022.

ການກັບຄືນມາເຮັດວຽກໃນອາທິດນີ້ຫຼັງຈາກໄປພັກຜ່ອນ, ບັນດາສະມາຊິກສະພາ ສະຫະລັດ ກຳ ລັງຮູ້ສຶກເຖິງຄວາມກົດດັນໃຫ້ບັນລຸຂໍ້ຕົກລົງ ກ່ຽວກັບ ຮ່າງກົດໝາຍນິຕິບັນຍັດສອງພັກການເມືອງ ເພື່ອວາງມາດຕະການລົງໂທດຕໍ່ ຣັດເຊຍ ສຳລັບການບຸກລຸກ ຢູເຄຣນ ໂດຍບໍ່ໄດ້ຖືກຍຸແຍ່ຂອງເຂົາເຈົ້າ. ໃນຂະນະທີ່ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດໄດ້ຍົກຍ້ອງການດຳເນີນການປະທານາທິບໍດີ ໂດຍປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເພື່ອລົງໂທດປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ສຳລັບການລະດົມຍິງປະເທດເອກະລາດໃນພາກຕາເວັນອອກຂອງ ຢູໂຣບ ນັ້ນ, ສະມາຊິກພັກຣີພັບບລີກັນບາງຄົນໄດ້ກ່າວວ່າ ການດຳເນີນການດັ່ງກ່າວໄດ້ມີຂຶ້ນຊ້າໂພດ ແລະ ໄດ້ສະເໜີບາດກ້າວທີ່ຮຸນແຮງກວ່າເກົ່າເພີ່ມເຕີມ.

ສະມາຊິກສະພາສູງ ທ່ານ ຈິມ ຣິຊ (Jim Risch), ສະມາຊິກລະດັບສູງໃນຄະນະກຳມະການພົວ ພັນຕ່າງ​ປະ​ເທດສະພາສູງ ໄດ້ກ່າວໃນກອງປະຊຸມຖະ ແຫຼງຂ່າວເມື່ອວັນພຸດວານນີ້ວ່າ “ມັນເຖິງເວລາທີ່ເຮົາຕອກຄ້ອນ ແລະ ປິດເສດຖະກິດໃນ ຣັດເຊຍ ຢ່າງສິ້ນເຊີງ ແລະ ໃຫ້ພວກເຮົາເຮັດວຽກຫຼາຍກວ່າເກົ່າ ເພື່ອຊ່ວຍເຫຼືອການປ້ອງກັນປະເທດຂອງ ຢູເຄຣນ.”

ທ່ານ ຣິຊ ໄດ້ກ່າວວ່າ ຮ່າງກົດໝາຍ NYET ຂອງທ່ານ, ເຊິ່ງແມ່ນນຶ່ງ ໃນຂໍ້ສະເໜີການຊ່ວຍເຫຼືອຫຼາຍຢ່າງຕໍ່ ຢູເຄຣນ ແລະ ມາດຕະການລົງໂທດຕໍ່ ຣັດເຊຍ ທີ່ກຳລັງລໍຖ້າໃນລັດຖະສະພາ ສະຫະລັດ ຢູ່ນັ້ນ, ຈະສ້າງ “ກອງທຶນການຕ້ານຢັນ” ສຳລັບ ຢູເຄຣນ ຢ່າງໜ້ອຍ 350 ລ້ານໂດລາ.

ໃນຄຳປາໄສຕໍ່ສະພາ ແລະ ປະເທດຊາດຂອງທ່ານໃນຄືນວັນອັງຄານທີ່ຜ່ານ ມາ, ທ່ານ ໄບເດັນ ໄດ້ປະກາດວ່າ ສະຫະລັດ ຈະປະຕິບັດຕາມພັນທະມິດຂອງເຂົາເຈົ້າ ແລະ ປິດໜ່ານຟ້າຂອງເຂົາເຈົ້າຕໍ່ຖ້ຽວບິນ ຣັດເຊຍ, ພ້ອມກັບສ້າງໜ່ວຍປະຕິບັດການສະເພາະກິດເພື່ອຕາມລ່າຊັບສິນຂອງພວກມີອິດທິພົນ ຣັດເຊຍ. ໃນສັັບປະດານັບຕັ້ງແຕ່ ຣັດເຊຍ ໄດ້ບຸກລຸກ ຢູເຄຣນ ນັ້ນ, ສະຫະ ລັດ ແລະ ພັນທະມິດ ຢູໂຣບ ໄດ້ເອົາບາດກ້າວທີ່ບໍ່ເຄີຍມີມາກ່ອນຫຼາຍຢ່າງ ເພື່ອວາງມາດຕະການລົງໂທດຕໍ່ທ່ານ ປູຕິນ ແລະ ສະມາຊິກສະພາແຫ່ງຊາດຂອງທ່ານເປັນການສ່ວນຕົວ ແລະ ຕັດການເຂົ້າຫາລະບົບການເງິນໂລກຂອງ ຣັດເຊຍ.

ປະທານສະພາຕໍ່າ ສະຫະລັດ ທ່ານນາງ ແນນຊີ ເພໂລຊີ ໄດ້ຍົກຍ້ອງການ ເຄື່ອນໄຫວຄັ້ງຫຼ້າສຸດຂອງທ່ານ ໄບເດັນ ເພື່ອລົງໂທດທ່ານ ປູຕິນ, ໂດຍໄດ້ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນອັງ ຄານທີ່ຜ່ານມາວ່າ, “ປະເທດຂອງພວກເຮົາ ແລະ ທົ່ວໂລກໄດ້ເຫັນຄວາມມຸ່ງໝັ້ນຂອງປະທານາ ທິບໍດີ ໄບເດັນ ວ່າປະຊາທິປະໄຕ ຈະເອົາຊະນະລະບອບຜະເດັດການ. ຄວາມມຸ່ງໝັ້ນຂອງ ອາເມຣິ ກາ ຕໍ່ອຳນາດອະທິປະໄຕຂອງ ຢູເຄຣນ ແລະ ຕໍ່ປະຊາຊົນຂອງ ຢູເຄຣນ ແມ່ນຈະແຂງແກ່ນຢູ່ຄືເກົ່າ. ລັດຖະສະພາຈະສະໜັບສະໜູນການນຳພາທີ່ມີຄວາມມຸ່ງໝັ້ນຂອງທ່ານປະທານາທິບໍດີ ໃນການເສີມຂະຫຍາຍການຕອບໂຕ້ຂອງພັນທະມິດຕໍ່ສົງຄາມທີ່ໄດ້ມີການໄຕ່ຕອງໄວ້ກ່ອນ, ບໍ່ໄດ້ຖືກຍຸແຍ່ຂອງ ຣັດເຊຍ ຕໍ່ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ