ສະມາຊິກ ສະພາ ສຫລ ສັນຍາ ທີ່ຈະເອົາ ມາດຕະການ ໜັກຂຶ້ນ ກັບເຕຫະຣ່ານ

ສະມາຊິກສະພາຕໍ່າ ພັກເດໂມແຄຣັດ ທ່ານ Brad Sherman ກ່າວຕໍ່ ວີໂອເອ ພະແນກພາສາເປີເຊຍ.

ສະມາຊິກ​ສະພາ​ສະຫະລັດທີ່​ປະກອບ​ດ້ວຍ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ​ໄດ້​ກ່າວ​ຕໍ່​ກຸ່ມ ຝ່າຍ​ຄ້ານ​ອີ​ຣ່ານວ່າ ຕົນ​ຈະ​ກົດ​ດັນ ​ໃຫ້​ສະຫະລັດເອົາ​ບາດກ້າວໜັກ​ຂຶ້ນ ຕໍ່​ບັນດາ​ຜູ້​ປົກ ຄອງສາສະໜາ​ອິສລາມ​ຂອງ​ອີຣ່ານ ​ໃນ​ຂະນະ​ທີ​ອີຣ່ານລໍຖ້າຟັງຢູ່​ວ່າ ປະທານາທິບໍດີ Donald Trump ຈະ​ປະຕິບັດ​ຕາມ​ຄຳ​ເວົ້າ​ ໃນ​ລະຫວ່າງການ​ໂຄສະນາ​ຫາ​ສຽງ ທີ່​ຈະ ​ເອົາ​ທ່າ​ທີ​ຢ່າງ​ເຂັ້ມງວດ​ທີ່​ຄ້າຍຄື​ກັນນີ້.

ບັນດາ​ສະມາຊິກສະພາຕ່ຳ​ພັກຣີພັບ​ບລິ​ກັນ ​ແລະ​ເດ​ໂມ​ແຄ​ຣັດຈຳນວນ​ຫົກ​ຄົນ​ໄດ້​ໃຫ້​ຄຳ​ໝັ້ນສັນຍາຕໍ່​ບັນດາອົງກາ​ນ​ປະຊາ​ຄົມອາ​ເມຣິກັນ​ເຊື້ອສາຍອີຣ່ານ ຫຼື OIAC ​ໃນ​ວັນ​ອັງຄານ​ທີ່​ຜ່່ານມານີ້​. ອົງການ OIAC ​ແມ່ນເປັນ​ພັນທະ​ມິດ​ກັບຂະ​ບວນການ​ພວກ​ຕໍ່ຕ້ານ​ຊາວ​ອີຣ່ານຫລື Mujahedin-e-Khalq ທີ່​ເອີ້ນຫຍໍ້​ວ່າ MEK ​ໄດ້​ເຊີນ​ບັນດາ​ສະມາຊິກ​ສະພາ​ໄປ​ກ່າວ​ຢູ່​ທີ່​ການ​ເຕົ້າ​ໂຮມ​ທີ່ຕຶກ​ຫ້ອງການ Rayburn ໃນ​ນະຄອນຫລວງ​ວໍຊິ​ງຕັນ ອັນ​ເປັນ​ພາກສ່ວນ​ນຶ່ງຂອງ​ກຸ່ມດັ່ງກ່າວ ໃນ​ຄວາມ​ພະຍາຍາມເພື່ອ​ວິ່ງເຕັ້ນຫາ​ການ​ສະໜັບສະໜຸນ​ຈາກ​ສະພາ​ມາ​ເປັນ​ເວ ລາ​ຫລາຍ​ປີ.

ອົງການ OIAC ກ່າວ​ວ່າ ຕົນ​ສະໜັບສະໜູນ​ໃຫ້​ມີ​ “ລັດຖະບານ​ທີ່​ເປັນປະຊາ​ທິປະ​ໄຕ ບໍ່​ເຫັນ​ພ້ອມ​ກັບ​ສາສະໜາ ​ແລະບໍ່​ມີ​ນິວ​ເຄລຍ” ຢູ່​ໃນ​ອີຣ່ານ. ອົງການ MEK ​ຊຶ່ງ​ເປັນ​ຜູ້ ນຳພາ ອົງການສະພາ​ແຫ່ງ​ຊາດ​ຕໍ່​ຕ້ານ​ອີຣ່ານ ຫຼື NCR ທີ່​ມີ​ຫ້ອງການ​ຢູ່​ປະ​ເທດ​ຝຣັ່ງ ​ແມ່ນ​ພວມຊອກ​ຫາ​ທາງ​ “ໂຄ່ນ​ລົ້ມ” ​ໃນອັນ​ທີ່ຕົນຮ້ອງ​ວ່າ “ລະບອບຜະເດັດ​ການ​ທາງ​ສາສະໜາ” ທີ່ປົກຄອງ​ອີຣ່ານຢູ່​ໃນ​ເວລາ​ນີ້. ໃນ​ຖະ​ແຫລ​ງການ ທີ່​ນຳ​ສ​ະ​ເໜີ​ຕໍ່ການ​ເຕົ້າ​ໂຮມກັນນັ້ນ ຫົວໜ້າ​ການ​ເມືອງ​ຂອງ​ອົງ ການ OIAC ທ່ານ Majid Sadeghpour ກ່າວ​ວ່າ ກຸ່ມ​ຂອງ​ທ່ານ​ເບິ່ງ​ໄປ​ໜ້າ​ທີ່​ຈະ​ເຮັດ​ວຽກ​ຮ່ວມກັບປະທານາທິບໍດີ Trump ​ແລະ​ສະພາ​ເພື່ອ​ກຳນົດ “ນະ​ໂຍບາຍ​ທີ່ມີ​ຜົນ​ສຳ​ເລັດ” ​ໄປ​ຍັງ​ອີຣ່ານ ທີ່​ທ່ານ​ຮ້ອງ​ວ່າ “ເປັນໄພ​ຂົ່ມຂູ່ທີ່ໃຫຍ່ທີ່​ສຸດ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ.”

ສະມາຊິກສະພາຕໍ່າພັກເດໂມແຄຣັດ ທ່ານ Eliot Engel ກ່າວຕໍ່ບັນດາສະມາຊິກ ອົງກາ​ນ​ປະຊາ​ຄົມອາ​ເມຣິກັນ​ເຊື້ອສາຍອີຣ່ານ.

ທ່ານ Trump ຍັງ​ບໍ່​ທັນ​ໄດ້​ວາງ​ແຜນ​ນະ​ໂຍບາຍຂອງ​ທ່ານ​ກ່ຽວ​ກັບ​ອີຣ່ານ ນັບ​ແຕ່​ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ໃນ​ວັນ​ທີ 20 ມັງ​ກອນ. ​ແຕ່​ໃນ​ນາມ​ຜູ້​ສະໝັກ ທ່ານ​ໄດ້​ຕິຕຽນ​ຢ່າງ​ໝັກ​ໃນ​ເວ​ລາ​ນັ້ນ ແມ່ນປະທານາທິບໍດີ Barack Obama ທີ່​ເຂົ້າ ຮ່ວມກັບປະ​ເທດ​ມະຫາ​ອຳນາດ​ໂລ​ກ ​ໃນ​ການ​ບັນລຸ​ຂໍ້​ຕົກລົງ​ນິວ​ເຄລຍກັບອີຣ່ານ ຊຶ່ງ​ເປັນຂໍ້​ຕົກລົງອັນ​ທີ່​ເຕຫະຣ່ານ​ເຫັນ​ພ້ອມ​ ທີ່​ຈະ​ຢຸດ​ເຊົາກິດຈະການຕ່າງໆ ທີ່​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ​ຢ້ານ ທີ່​ຈະ​ນຳ​ໃຊ້ໃນ​ການພັດທະນາ​ອາວຸດນິວ​ເຄລຍ ເພື່ອ​ແລກປ່ຽນ​ກັບ​ການ​ບັນ​ເທົາ​ການ​ລົງ​ໂທດ​ຈາກ ສາກົນ. ທ່ານ Trump ກ່າວ​ວ່າ ຂໍ້​ຕົກລົງ​ປີ 2015 ຈະ​ບໍ່​ໄດ້ຜົນ ​ໂດຍຮ້ອງ​ວ່າ “​ໄພພິບັດ” ​ແລະ​ໃຫ້​ຄຳ ໝັ້ນສັນຍາ ​ທີ່​ຈະ​ທັບ​ມ້າງ ຫລືເຈລະຈາ​ກັນ​ໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ