ສະມາຊິກລັດຖະສະພາສະຫະລັດພົບປະກັນ ໃນວັນຈັນມື້ນີ້
ເຖິງແມ່ນວ່າຈະເປັນວັນພັກລັດຖະ ການກໍຕາມ ໃນຂະນະທີ່
ພວກເພິ່ນກໍາລັງຫາທາງແກ້ໄຂວິກິດການງົບປະມານສອງ
ດ້ານ ກ່ຽວກັບເລື້ອງການອັດໂຮງການຂອງລັດຖະບານລົງ
ເປັນບາງສ່ວນ ແລະກໍເລື້ອງກໍາໜົດເສ້ນຕາຍທີ່ໃກ້ເຂົ້າມາ
ສໍາລັບເພີ້ມລະດັບໜີ້ສິນໃຫ້ລັດຖະບານເພື່ອໃຫ້ສາມາດ
ຊໍາລະໜີ້ສິນ ຂອງຊາດໄດ້ນັ້ນ.
ຫຼາຍໆພາກສ່ວນຂອງລັດຖະບານໄດ້ຖືກປິດລົງ ມາໄດ້ 2
ອາທິດແລ້ວແລະຍັງຈະຖືກປິດຢູ່ ຈົນກວ່າທາງລັດຖະສະພາ
ແລະປະທານາທິບໍດີ ຈະສາມາດຕົກລົງກັນໄດ້ກ່ຽວກັບງົບປະ
ມານຂອງປະເທດ ສໍາລັບສົກປີ 2014 ທີ່ໄດ້ເລີ້ມຂຶ້ນເມື່ອວັນທີ 1 ເດືອນຕຸລານີ້ ຊຶ່ງສະຖາ
ນະການບໍ່ໄປບໍ່ມາດັ່ງກ່າວນີ້ ຈະບັນຈົບຄົບກັນກັບການໝົດອາຍຸລົງຂອງກໍາໜົດການເພີ້ມ
ເພດານໜີ້ສິນຂອງລັດຖະບານ ໃນວັນພະຫັດນີ້ ຊຶ່ງຈະເຮັດໃຫ້ສະຫະລັດບໍ່ສາມາດກູ້ຢືມ
ເງິນມາຊໍາລະໜີ້ສິນຂອງຕົນໄດ້ນັ້ນ.
ຜູ້ນໍາສຽງສ່ວນຫຼາຍ ກໍຄືພັກເດໂມແຄຣັດ ໃນສະພາສູງ ທ່ານ Harry Reid ໄດ້ກ່າວໃນ
ວັນອາທິດວານນີ້ ຫຼັງຈາກທີ່ໄດ້ມີການໂອ້ລົມສົນທະນາກັນໃນທາງສ້າງສັນກັບຫົວໜ້າ
ພັກຣິພັບບລິກັນ ທ່ານ Mitch McConnell ແລ້ວນັ້ນວ່າ ທ່ານມີຄວາມຫວັງກ່ຽວກັບ
ຊ່ອງທາງໃນການ ແກ້ໄຂທັງສອງວິກິດການທີ່ກ່າວມານັ້ນ.
ພັກເດໂມແຄຣັດນັ້ນແມ່ນຕ້ອງການທີ່ຈະຍົກເພດານໜີ້ສິນໃຫ້ສູງຂຶ້ນ ເພື່ອເລື່ອນໄລຍະ
ເວລາອອກໄປກ່ອນທີ່ຈະມີການຕໍ່ລອງກັນກ່ຽວກັບເລື່ອງໜີ້ສິນກັນອີກ. ນອກນັ້ນ ພັກເດ
ໂມແຄຣັດ ຍັງຢາກໃຫ້ມີການຮັບຜ່ານຮ່າງງົບປະມານໄລຍະສັ້ນ ເພື່ອໃຫ້ລັດຖະບານກັບ
ມາເປີດຄືນ ແລະໃຫ້ບໍລິການອີກ ແລະປ່ອຍໃຫ້ການຕັດງົບປະມານຢ່າງໃຫຍ່ທີ່ໄດ້ເລີ້ມ
ຈັດຕັ້ງປະຕິບັດໃນປີນີ້ ມີຜົນບັງຄັບໃຊ້ຕໍ່ໄປ ຈົນຮອດເດືອນໜ້າ.
ແຕ່ທາງພັກຣິພັບບລິກັນນັ້ນ ຕ້ອງການໃຫ້ເພີ່ມເພດານໜີ້ສິນຂຶ້ນໜ້ອຍດຽວ ແລະໃຫ້ມີ
ການຕັດການໃຊ້ຈ່າຍລົງ ຫລາຍຂຶ້ນອີກ.

Your browser doesn’t support HTML5