ຜູ້​ນໍາລັດຖະສະພາ ສຫລ ​ປະ​ຊຸມ​ກັນ ​ນາ​ທີສຸດ​ທ້າຍ​ (ວີດິໂອ)

ທ່ານ Mitch McConnell ຜູ້ນໍາສຽງສ່ວນນ້ອຍໃນສະພາສູງ (ກາງ) ໄປີຮອດຫ້ອງການຂອງທ່ານ ທີ່ສະພາສູງ ພ້ອມກັບຜູ້ນໍາ ສຽງສ່ວນຫລາຍ ໃນສະພາສູງ ທ່ານ Harry Reid ຈາພັກເດໂມແກຣທ, ວັນທີ 30 ທັນວາ 2012.

ບັນດາ​ຜູ້​ແທນ​ລັດຖະສະພາສະຫະລັດ ​ກັບ​ຄືນ​ມາ​ປະ​ຊຸມ​ກັນ​ໃນ
​ວັນ​ຈັນ ມື້ນີ້ ​ເພື່ອສົນທະນາກັນ​ໃນນາ​ທີສຸດ​ທ້າຍ​ ​ເພື່ອ​ພະຍາ
ຍາມຫລີກ​ລ່ຽງ ການ​ກ້າວ​ໄປ​ສູ່ ອັນ​ທີ່​ເອີ້ນ​ກັນວ່າ “​ໜ້າຜາເຫວ​
ງົບ​ປະມານ” ຂອງ​ການ​ເກັບ​ພາສີ​ສູງ​ຂື້ນ ​ແລະ​ຕັດ​ຄາ​ໃຊ້​ຈ່າຍ​ລົງ
ຢ່າງ​ຫລວງຫລາຍ ທີ່​ຈະ​ມີ​ຜົນ​ບັງຄັບໃນ​ວັນ​ທີ 1 ເດືອນ​ມັງກອນ
ມື້​ອື່ນນີ້.

ການ​ຕົກ​ລົງ​ໃດໆ​ ກ່ອນ​ອື່ນກໍ​ແມ່ນ​ຈະຕ້ອງ​ໄດ້​ຜ່ານ​ສະພາ​ສູງ ທີ່​ຈະ​ເຂົ້າ​ປະຊຸມ​ກັນກ່ອນ​ທ່ຽງວັນມື້​ນີ້ ຫລື​ທ່ຽວ​ຄືນຕາມ​ເວລາ​ໃນ​ປະ​ເທດ​ລາວ ຫລັງ​ຈາກ​ທີ່ການ​ສົນທະນາ​ກັນ​
ມາ​ເປັນ​ເວລາ​ຍືດຍາວ​ໃນ​ວັນ​ອາທິດ ໄດ້ ປະສົບ​ຄວາມ​ຄືບ​ໜ້າ​ໜ້ອ​ຍຫລາຍ.

ຮອງ​ປະທານາທິບໍດີ Joe Biden ​ໄດ້​ປະຊຸມ​ເຈ​ລະ​ຈາ​ກັບ ທ່ານ Mitch McConnell ຜູ້​ນໍາ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ສູງ ​ໃນ​ຂະນະ​ທີ່ພັກ​ເດ​ໂມ​ແຄຣທ​ ແລະ​ພັກຣີພັບບລິກັນ ພະຍາ
ຍາມແກ້​ໄຂ​ບັນຫາ​ຄວາມ​ແຕກ​ຕ່າງ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບອັດ​ຕາ​ພາສີ​ສໍາລັບຜູ້​ທີ່​ຮັ່ງມີ ​ແລະ ການ​ຕັດການໃຊ້ຈ່າຍ​ຂອງລັດຖະບານ​ກາງລົງ.

​ຜູ້​ນໍາ​ພັກ​ສຽງ​ສ່ວນ​ຫລາຍ​ໃນ​ສະພາ​ສູງ ທ່ານ Harry Reid ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຄວາມ​ແຕກ​ຕ່່າງກັນ “ແມ່ນ​ໃຫຍ່​ຫລວງຫລາຍ” ​ໃນ​ຂະນະ​ທີ່​ທ່ານ McConnell ​ເວົ້າ​ວ່າ ຈຸດ​ທີ່​ເປັນ​ອຸບປະສັກ​ນັ້ນ ປາກົດ​ວ່າ “​ແມ່ນຄວາມ​ເຕັມໃຈ ຄວາມສົນ​ໃຈ ຫລື​ຄວາມ​ກ້າ
ຫານ” ​ໃນລະຫວ່າງ​ບັນດາ​ຜູ້​ແທນ ທີ່​ຈະ​ທໍາການ​ຕົກລົງ​ກັນ.

ຖ້າ​ຫາກ​ວ່າ ສະພາ​ສູງ ທີ່​ຄວບ​ຄຸມ​ໂດຍພັກ​ເດ​ໂມ​ແຄຣທ ລົງມະຕິ​ຮັບ​ຜ່ານ​ຂໍ້​ຕົກລົງ​ທີ່​ປະນີ
ປະນອມ​ກັນ ສະພາ​ຕໍ່າ​ທີ່​ຄວບ​ຄຸມ​ໂດຍພັກ​ຣີພັບ ບລິກັນ ກໍຈະ​ຕ້ອງ​ໄດ້​ຮັບຮອງ​ເອົາມາດ​ຕະການດັ່ງກ່າວ​. ຫລັງ​ຈາກນັ້ນ ປະທານາທິບໍດີກໍຈະ​ເຊັ​ນອະນຸມັດ​ເປັນ​ກົດໝາຍ​ໃນ​ຕອນ​ແລງ​ຂອງ​ວັນ ຈັນ ຊຶ່ງ​ຈະ​ພາ​ໃຫ້ຫລີກ​ລ່ຽງ​ຢ່າງອັດຕະ​ໂນ​ມັດ ການ​ຂື້ນ​ພາສີ​ລາຍ​ໄດ້​ຂອງ​ຊາວ​ອາ​ເມຣິກັນ​ເກືອບ​ທຸກ​ໆຄົນ ທີ່​ຈະ​ເລີ້ມຂຶ້ນ​ໃນ​ວັນ​ອັງ​ຄານ​ມື້ອື່ນ​ນີ້. ​

ເບິ່ງວີດິໂອກ່ຽວຂ້ອງ: ສະຫະລັດກໍາລັງກຸ້ງໜ້າໄປສູ່ໜ້າຜາເຫວງົບປະມານ:

Your browser doesn’t support HTML5

ສະຫະລັດກໍາລັງມຸ້ງໜ້າ ໄປສູ່ໜ້າຜາ ເຫວງົບປະມານ