ໃນຂະນະທີ່ບັນດາສະມາຊິກສະພາສະຫະລັດ ໄດ້ພ້ອມກັນປະນາມການບຸກລຸກຂອງປະທານາ ທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ເຂົ້າໄປໃນຢູເຄຣນ, ປະຕິກິລິຍາຕອບໂຕ້ ຂອງພວກເພິ່ນ ຕໍ່ການລົງໂທດຄັ້ງຫຼ້າສຸດ ຂອງລັດຖະບານທ່ານໄບເດັນ ຍັງຄົງຖືກແບ່ງແຍກອອກໄປຕາມສາຍພັກຢູ່.
ປະທານສະພາຕ່ຳແນນຊີ ເພໂລຊີ ໄດ້ຊົມເຊີຍຄຳປາໄສຂອງປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ ທີ່ຕອບໂຕ້ ຕໍ່ການບຸກໂຈມຕີທາງທະຫານຄັ້ງໃຫຍ່ສຸດ ໃນຢູໂຣບ ໃນຮອບນານກວ່າ 70 ປີຜ່ານມາ.
"ປະທານາທິບໍດີ ໄບເດັນ ໄດ້ກ່າວຢ່າງຈະແຈ້ງຕະຫຼອດໄລຍະ ທີ່ຣັດເຊຍເພີ້ມ ຄວາມເຄັ່ງຕຶງຂຶ້ນວ່າ ພວກເຮົາຈະສືບຕໍ່ວາງມາດຕະການທີ່ເຮັດໃຫ້ມີຄວາມເສຍຫາຍຕໍ່ຣັດເຊຍ ທີ່ຈະເຮັດໃຫ້ມັນອ່ອນແອ ລົງໃນທຸກໆດ້ານ. ມາດຕະການເຫຼົ່ານີ້ ລວມມີບາດກ້າວເພີ້ມເຕີມ ທີ່ປະກາດອອກໃນມື້ນີ້ ກ່ຽວກັບການ ລົງໂທດຄັ້ງໃຫຍ່ ແລະກໍ່ໃຫ້ເກີດຜົນເສຍຫາຍ ຕໍ່ສະຖາບັນການເງິນ, ບໍລິສັດ ແລະບຸກຄົນທີ່ສໍາຄັນ ຕໍ່ເສດຖະກິດຣັດເຊຍ ແລະການ ສະຫນັບສະຫນູນ ທາງທະຫານເພີ້ມອີກ ເພື່ອເພີ້ມຄວາມເຂັ້ມແຂງໃຫ້ແກ່ເນໂຕ້,” ນັ້ນຄືຄຳເວົ້າຂອງທ່ານນາງເພໂລຊີ ທີ່ກ່າວ ໃນຖະແຫຼງການສະບັບນຶ່ງ.
ໃນການກ່າວຄຳປາໄສ ໃນຕອນແລງຂອງວັນພຸດຜ່ານມານີ້ ທ່ານປູຕິນໄດ້ໃຫ້ເຫດຜົນ ຕໍ່ການໂຈມຕີທີ່ບໍ່ໄດ້ມີການເກາະຜິດໃດໆຕໍ່ປະເທດຢູໂຣບຕາເວັນອອກທີ່ເປັນເອກະ ລາດແຫ່ງນັ້ນ ໂດຍກ່າວອ້າງແບບບໍ່ມີຫຼັກ ຖານວ່າ ມີການຂ້າລ້າງ ເຊື້ອຊາດເຜົ່າພັນໄດ້ ເກີດຂຶ້ນ ຢູ່ໃນຢູເຄຣນ ແລະຮຽກຮ້ອງໃຫ້ມີການ “ຮື້ຖອນລະບອບຂ້າລ້າງເຜົ່າພັນແບບນາຊີ” ຂອງປະເທດນັ້ນ, ເຊິ່ງນຳພາໂດຍປະທານາ ທິບໍດີທີ່ຖືກເລືອກຕັ້ງ ທີ່ເປັນຊາວຢີວ.
ປະທານາທິບໍດີໂຈ ໄບເດັນກຳລັງຟັງຄຳຖາມຈາກນັກຂ່າວຂະນະທີ່ກ່າວຄຳປາໄສຢູ່ທຳນຽບຂາວກ່ຽວກັບການບຸກລຸກຂອງຣັດເຊຍເຂົ້າໄປໃນຢູເຄຣນ, ວັນທີ 24 ກຸມພາ, 2022.
ແຕ່ທ່ານມິດຈ໌ ແມັກຄອນແນລ (Mitch McConnell) ຜູ້ນຳສະພາສູງສຽງສ່ວນໜ້ອຍໃນສະພາສູງກ່າວວ່າ ທ່ານໄບເດັນຊັກຊ້າເກີນໄປໃນການປະກາດ ວ່າ ສະຫະລັດຈະຈຳກັດການສົ່ງອອກໄປຍັງຣັດເຊຍ ແລະລົງໂທດພວກຊົນຊັ້ນສູງຂອງຣັດເຊຍຕື່ມອີກ. ທ່ານປູຕິນເອງກໍບໍ່ໄດ້ຖືກລວມເຂົ້າໃນການຖືກລົງໂທດນີ້.
“ປະທານາທິບໍດີຄວນໃຊ້ອຳນາດຢ່າງກວ້າງຂວາງທີ່ຕົນມີ ວາງມາດຕະການລົງໂທດທີ່ເຄັ່ງຄັດ ແນ່ນອນໃດນຶ່ງ ເພື່ອແນໃສ່ສະກັດກັ້ນການຮຸກຮານ ແລະເຮັດໃຫ້ຣັດເຊຍອ່ອນແອລົງ. ພວກເຮົາຄວນໄດ້ຮັບປະກັນວ່າ ທໍ່ສົ່ງການຊ່ວຍເຫຼືອຄວນໄຫຼເຂົ້າໄປຫາຢູເຄຣນໄວກວ່ານີ້ຫລາຍ. ແລະ ພວກເຮົາ ຄວນໄດ້ສົ່ງກໍາລັງໄປເພີ້ມເຕີມຫລາຍກວ່ານີ້ ເພື່ອສະຫນັບສະຫນູນ ພັນທະມິດ ທາງຕາເວັນອອກຂອງເນໂຕ້ໄວກວ່ານີ້," ນັ້ນຄືຄຳເວົ້າຂອງທ່ານແມັກຄອນແນລ ທີ່ກ່າວໃນຖະແຫຼງການສະບັບນຶ່ງໃນວັນພະຫັດວານນີ້.