ສະຫະລັດ ຍັງບໍ່ຕັດສິນໃຈວ່າ ຈະພົບກັບເກົາຫຼີເໜືອ ອີກຫຼືບໍ່

  • ໄພສານ ວໍຣະຈັກ

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell ເດີນທາງໄປຢ້ຽມຢາມເກົາຫຼີໃຕ້ (7 ຕຸລາ 2011)

ສະຫະລັດກ່າວວ່າ ຕົນຍັງບໍ່ທັນຕັດສິນໃຈເທື່ອວ່າ ຈະເປີດປະຊຸມສອງຝ່າຍກັບເກົາຫຼີເໜືອ
ຫຼືບໍ່ ເພື່ອປຶກສາຫາລືກ່ຽວກັບການເຈລະຈາເລື່ອງໂຄງການສ້າງອາວຸດນິວເຄລຍຂອງພຽງ
ຢາງທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາເປັນເວລາດົນນານແລ້ວນັ້ນ.

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ Kurt Campbell ຊຶ່ງເປັນຫົວໜ້າຮັບ ຜິດຊອບກ່ຽວກັບກິດຈະການເອເຊຍຕາເວັນອອກຂອງສະຫະລັດກ່າວວ່າ ປະທານາທິບໍດີ
ບາຣັກໂອບາມາແລະຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ທ່ານ Lee Myung-bak ຈະສົນທະນາຫາ ລືກັນກ່ຽວກັບຊ່ອງທາງທີ່ເໝາະສົມເພື່ອຮັບມືກັບເກົາຫຼີເໜືອໃນຂັ້ນຕໍ່ໄປເວລາພວກທ່ານ ພົບປະກັນທີ່ກຸງວໍຊິງຕັນໃນອາທິດໜ້າ.

ທ່ານ Campbell ໃຫ້ທັດສະນະດັ່ງກ່າວທີ່ກຸງໂຊລໃນວັນສຸກວານນີ້ລຸນຫຼັງໄດ້ເຈລະຈາຫາ ລືກັບລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້.

ໃນເດືອນກໍລະກົດຜ່ານມາພວກນັກການທູດຂອງເກົາຫຼີເໜືອແລະສະຫະລັດໄດ້ເປີດການ
ສົນທະນາຫາລືສອງຝ່າຍ ແບບທີ່ບໍ່ຄ່ອຍໄດ້ເຫັນກັນ ຢູ່ນະຄອນນິວຢອກ ເພື່ອຊອກຫາ
ຊ່ອງທາງຮື້ຟື້ນການເຈລະຈາ 6 ຝ່າຍ ທີ່ແນໃສ່ເພື່ອໃຫ້ເກົາຫຼີເໜືອລົ້ມເລີກໂຄງການສ້າງ
ອາວຸດນິວເຄລຍ.

ເກົາຫຼີເໜືອໄດ້ຊອກຫາຊ່ອງທາງ ເພື່ອຢາກໃຫ້ເປີດການເຈລະຈາ 6 ຝ່າຍຄືນໃໝ່ຊຶ່ງບັນ
ດາປະເທດທີ່ເຂົ້າຮ່ວມ ແມ່ນມີຮວມທັງຣັດເຊຍ ຈີນແລະຍີ່ປຸ່ນ. ພຽງຢາງໄດ້ຖອນໂຕຈາກ
ການເຈລະຈາດັ່ງກ່າວໃນປີ 2009 ແຕ່ເວລານີ້ຕ້ອງການຢາກກັບຄືນເຂົ້າຮ່ວມການເຈລະ
ຈາທີ່ວ່ານີ້ອີິກ.

ເກົາຫຼີໃຕ້ແລະສະຫະລັດຢືນຢັດວ່າ ກ່ອນອື່ນໝົດ ເກົາຫຼີເໜືອຕ້ອງໄດ້ປະຕິບັດຕາມຄຳ ໝັ້ນສັນຍາກ່ຽວກັບການປົດອາວຸດທີ່ຕົນເຄີຍໄດ້ໃຫ້ໄວ້ນັ້ນ.