​ເກົາ​ຫຼີ​ເໜືອ ປະ​ຕິ​ເສດ ຕໍ່​ຂໍ້​ສະ​ເໜີ​ ແລກ​ປ່ຽນ ສົນ​ທິ​ສັນ​ຍາ ​ສັນຕິ​ພາບ​ ​ກັບ ການປົດ ​ອາວຸດ​ນິວ​ເຄ​ລຍ

ແມ່​ຍິງ​ຜູ້​ນຶ່ງ​ ເບິ່ງ​ຈໍໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ​ຈົງ ​ອຶນ, ຂວາ, ແລະ​ຜູ້​ນຳ​ເກົາ​ຫຼີໃ​ຕ້ ທ່ານ​ມູນ​ ແຈ ອິ​ນ ຍື່ນ​ແລກ​ປ່ຽນ​ເອກ​ກະ​ສານ ຂໍ້​ຕົກ​ລົງທີ່​ໄດ້​ລົງ​ນາມ ໃນ​ພຽງ​ຢາງ, ​ເກົາ​ຫຼີ​ເໜືອ, ໃນ​ລາຍ​ການ​ໂທ​ລະ​ພາບ ​ໃນ​ນະ​ຄອນ​ໂ​ຕ​ກຽວ, 19 ກັນ​ຍາ 2018.

ເກົາ​ຫຼີ​ເໜືອ ກ່າວ​ວ່າ ຕົນ​ຈະ​ບໍ່ຍົກ​ເລີກ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລີຍ​ຂອງ​ຕົນ ເພື່ອ​ ແລກ​ປ່ຽນກັບການ​ປະ​ກາດຢ່າງ​ເປັນ​ທາງ​ການ​ ໃນການ​ຍຸ​ຕິ​ສົງ​ຄາມ​ເກົາ​ຫຼີ.

ສົງ​ຄາມ 3 ປີ ທີ່​ໄດ້​ແບ່ງ​ແຍກ​ຄອມ​ມຸຍ​ນິດເກົາ​ຫຼີ​ເໜືອ​ ແລະເກົາ​ຫຼີ​ໃຕ້ ທີ່ໄດ້​ຮັບການ​ໜຸນ​ຫຼັງ
​ໂດຍ​ສະ​ຫະ​ລັດ ທີ່ສິ້ນ​ສຸດ​ລົງ ໃນ​ປີ 1953 ​ດ້ວຍ​ການ​ຢຸດ​ຍິງ​ແທນ​ທີ່ຈະ​ແມ່ນ​ ສົນ​ທິ​ສັນ​ຍາ​
ສັນ​ຕິ​ພາບ ທີ່​ເຮັດ​ໃຫ້​ທັງ​ສອງ​ຝ່າຍ ​ຊຶ່ງ​ໃນ​ທາງ​ເຕັກ​ນິກ​ແລ້ວ ແມ່ນ​ຍັງ​ຢູ່​ໃນ​ພາ​ວະ​ສົງ​ຄາມ
ລະ​ຫວ່າງ​ກັນ​ຢູ່. ຄວາມ​ຄິດ​ກ່ຽວ​ກັບສົນ​ທິ​ສັ​ນ​ຍາ​ສັນ​ຕິ​ພາບ ໄດ້​ຖືກ​ຍົກ​ຂຶ້ນ​ມາ ໃນ​ລະ​ຫວ່າງ
​ທີ່​ມີ​ການ​ເຄື່ອນ​ໄຫວທາງ​ການ​ທູດຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍພຽງ​ຢາງ, ໂຊ​ລ ແລະ​ວໍ​ຊີງ​ຕັນ ​ທີ່​ມີ​
ຈຸດປະ​ສົງແນ​ໃສ່​ເພື່ອ ຈະ​ໃຫ້​ແຫຼມ​ເກົາ​ຫຼີ ເປັນ​ເຂດປອດອ​າວຸດ​ນິວ​ເຄ​ລຍ. ແຕ່​ສະ​ຫະ​ລັດ
ໄດ້​ປະ​ຕິ​ເສດ​ຕໍ່​ການ​ຮຽກ​ຮ້ອງຂອງ​ເກົາ​ຫຼີ​ເໜືອທີ່​ຢາກ​ໃຫ້​ສະ​ຫະ​ລັດ​ປະ​ກາດ​ຢ່າງ​ເປັນ​ທາງ
​ການ ​ຍຸ​ຕິ​ສົງ​ຄາມ ກ່ອນ​ທີ່​ລະ​ບອບ​ການ​ປົກ​ຄອງດັ່ງ​ກ່າວ ຈະ​ຍົກ​ເລີກ​ໂຄງ​ການ​ອາ​ວຸດ
​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ​ເສຍ​ກ່ອນ.

ຜູ້ນຳເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ ພົບ​ປະ​ກັບ​ພວກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ ເຫຼົ່າ​ນັກ​ລົບ​ເກົ່າ​ແຫ່ງ​ຊາດ ຄັ້ງ​ທີ 5 ໃນ​ພາບ​ທີ່​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ນຳ​ອອກ​ເຜີຍ​ແຜ່ ໂດຍອົງ​ການ​ຂ່າວ​ຂອງ​ພັກ (KCNA) 27 ກໍ​ລະ​ກົດ 2018.

ໃນບົດ​ວິ​ຈານ​ທີ່​ອອກ​ໃນວັນ​ອັງ​ຄານ​ມື້​ນີ້ ໂດຍອົງ​ການ​ຂ່າວ​ຂອງ​ທາງ​ການ ເກົາ​ຫຼີ​ເໜືອ
ໄດ້​ປະ​ຕິ​ເສດ​ຕໍ່ຂໍ້​ສະ​ເໜີແລກ​ປ່ຽນ​ດັ່ງ​ກ່າວ ໂດຍກ່າວ​ວ່າ ສົນ​ທິ​ສັນ​ຍາ​ສັນຕິ​ພາບ​ຢ່າງ​ເປັນ
​ທາງ​ການ “ມັນ​ບໍ່​ແມ່ນ​ຂອງ​ຂວັນ​ຈາກ​ຊາຍ​ຜູ້​ນຶ່ງ ສູ່​ອີກ​ຄົນ​ນຶ່ງ,” ແລະ​ກ່າວ​ເພີ້ມ​ວ່າ
“ມັນ​ບໍ່​ແມ່ນການ​ຕໍ່​ລອງ ທີ່​ຈະ​ເຮັດ​ໃຫ້​ ສ​ປ​ປ ເກົາ​ຫຼີ ​ປົດ​ອາວຸດ​ນິວ​ເຄ​ລຍ,” ໂດຍ​ໃຊ້​ຊື່​
ຢ່າງ​ເປັນທາງ​ການ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ໃນ​ການ​ກ່າວ​ຄຳ​ປາ​ໄສ ຕໍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ສັບ​ປະ​ດາ​ທີ່​ແລ້ວ​ນີ້, ລັດ​ຖະ​ມົນ​
ຕີ​ການ​ຕ່າງ​ປະ​ເທດ​ຂອງເກົາ​ຫຼີ​ເໜືອແຕ່ທ່ານ ​ນີ ຢົງ ໂຮ ໄດ້​ບອກ​ອົງ​ການ​ສະ​ຫະ​ປະ​ຊາ​
ຊາດວ່າ “ບໍ່​ມີ​ທາງ” ​ທີ່ປະ​ເທດ​ຂອງ​ເພິ່ນ ຈະປົດ​ອາ​ວຸດ​ແຕ່​ຝ່າຍ​ດຽວ ຕາບ​ໃດ​ທີ່ສະ​ຫະ​ລັດ
ຍັງ​ສືບ​ຕໍ່​ກົດ​ດັນ​ລົງ​ໂທດ​ຢ່າງ​ໜັກ​ຕໍ່​ລະ​ບອບ​ການ​ປົກ​ຄອງ​ນີ້​ຢູ່.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ