ສຫລ ກ່າວວ່າ ການເສຍຊີວິດ ຂອງຜູ້ນຳກຸ່ມຕໍ່ຕ້ານ ຍິ່ງເຮັດໃຫ້ ສະຖານະການ ໃນຊີເຣຍ ສັບສົນຍິ່ງຂຶ້ນ

ທ່ານ Zahran Alloush ຫົວໜ້າຂອງກຸ່ມຕໍ່ຕ້ານລັດຖະບານ ຂຶ້ນກ່າວໃນງານແຕ່ງດອງ ໃນເມືອງ Douma ທາງພາກຕາເວັນອອກ ຂອງນະຄອນຫຼວງ Damascus ປະເທດຊິເຣຍ 21 ກໍລະກົດ, 2015.

ສະຫະລັດ ກ່າວວ່າ ການສັງຫານຜູ້ນຳຕໍ່ຕ້ານ​ລັດຖະບານ​ໃນ
ຊິເຣຍ ໄດ້ເຮັດໃຫ້ຄວາມພະຍາຍາມສະລັບສັບຊ້ອນທີ່ຈະຈັດ
​ໃຫ້​ມີການຢຸດຍິງ ແລະ​ແກ້​ໄຂທາງອອກທາງການ ເມືອງ ຕໍ່ວິກິດ
ການ​ໃນ​ປະ​ເທດ​ດັ່ງ​ກ່າວ​ທີ່​ດຳ​ເນີນມາໄດ້​ເກືອບ 5 ປີ ແລ້ວນັ້ນ.

ທ່ານ Zahran Alloush ຫົວໜ້າຂອງກຸ່ມ ທີ່ເອີ້ນວ່າ Jaysh
al Islam
ເສຍຊີວິດ

ຈາກການໂຈມຕີທາງອາກາດ ໃນວັນສຸກຜ່ານມານີ້ ທີ່​ໄດ້ອ້າງ
ເອົາຄວາມຮັບຜິດຊອບ​ໂດຍກຳລັງລັດຖະບານຊິເຣຍ.

ໃນວັນຈັນ ວານນີ້ ໂຄສົກຂອງກະຊວງການຕ່າງປະເທດ ທ່ານ Mark Toner ໄດ້ກ່າວວ່າ
ສະຫະລັດ ໄດ້ມີຄວາມເປັນຫ່ວງ ກ່ຽວກັບການ​ເຄື່ອນ​ໄຫວຂອງກຸ່ມ Jaysh al Islam
​ໃນຊິເຣຍ, ແຕ່ກຸ່ມ​ດັ່ງກ່າວ ໄດ້ເຂົ້າປະກອບສ່ວນໃນກອງປະຊຸມຂອງກຸ່ມຕໍ່ຕ້ານ​ລັດຖະບານ ສະໜັບສະໜຸນຂັ້ນຕອນການປະຕິບັດງານທາງການເມືອງ ແລະຕໍ່ສູ້ຕ້ານຕໍ່ກຸ່ມລັດອິສລາມ.

ທ່ານ Toner ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາສາມາດທີ່ຈະຕົກລົງກັນໄດ້ ທີ່ວ່ານີ້ ມັນບໍ່ໄດ້ສົ່ງຂໍ້ຄວາມທີ່ສ້າງສັນ ໃນການໂຈມຕີທາງອາກາດ ເຊັ່ນນັ້ນ.​ ໃນຂະນະທີ່ຂ້າພະ​ເຈົ້າ
ໄດ້ກ່າວມານີ້ ມັນຍິ່ງເຮັດໃຫ້ສະຖານະການສະລັບສັບຊ້ອນຂອງຄວາມພະຍາຍາມທັງຫຼາຍ
ນີ້. ມັນເປັນຄວາມຫວັງ ທີ່ວ່າການໂຈມຕີທັງຫຼາຍນີ້ ຈະບໍ່ຕ່າວ​ປີ້ນຂັ້ນຕອນການດຳເນີນງານ
ທີ່ພວກເຮົາ ໄດ້ປະຕິບັດມາແລ້ວນັ້ນ.”

ທ່ານຍັງໄດ້ ກ່າວຊ້ຳອີກຕື່ມວ່າ ທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບຊິເຣຍ ທ່ານ Staffan de Mistura ໄດ້ຊຸກຍູ້ ໃຫ້ມີການເຈລະຈາສັນຕິພາບ ໃນວັນທີ 25 ມັງກອນ ທີ່ຈະມາເຖິງນີ້.

ທ່ານ Toner ໄດ້ກ່າວວ່າ “ພວກເຮົາກໍຫວັງວ່າ ມັນຈະບໍ່​ເປັນ​ການ ບໍ່ສົ່​ງເສີມຜູ້ຄົນເຫຼົ່ານີ້ ທີ່ຈະປະກອບສ່ວນໃນຂັ້ນຕອນປະຕິດບັດງານ ເພາະວ່າພວກເຮົາຈຳເປັນຈະຕ້ອງເລີ້ມ
ຄວາມພະຍາຍາມ ປະຈຸບັນທັນດ່ວນ ເພື່ອບັນລຸຂໍ້ຕົກລົງ ທີ່ຈະນຳໄປສູ່ການຫັນປ່ຽນທາງ
ການ ເມືອງທີ່ແທ້ຈິງ.” ອົງການສະຫະປະຊາຊາດ ໄດ້ຍົກເລີກກອງປະຊຸມສັນຕິພາບ
ສອງຮອບ ລະຫວ່າງລັດຖະບານຊິເຣຍ ແລະກຸ່ມຝ່າຍຄ້ານລັດຖະບານ ໃນຕົ້ນປີກາຍນີ້ ແຕ່ວ່າ ການເຈລະຈາສັນຕິພາບດັ່ງກ່າວ ໄດ້ລົ້ມເລີກໄປ ດ້ວຍການບັນລຸຄວາມ​ກ້າວໜ້າ​ແຕ່ພຽງເລັກນ້ອຍເທົ່ານັ້ນ.