ຜູ້ພິພາກສາ ສຫລ ຕັດສິນ ໃຫ້ນັກສອນສາສະໜາ Abu Hamza ຕິດຄຸກຕະຫຼອດຊີວິດ

ນັກສອນສາສະໜາອິສລາມ Abu Hamza ທີ່ມີອີກຊື່ນຶ່ງວ່າ Mustafa Kamel Mustafa ໄດ້ຖືກສານຕັດສິນ ໃຫ້ຕິດຄຸກ ຕະຫລອດຊີວິດ.

ຜູ້​ພິພາກສາ ສະຫະລັດ ຄົນ​ນຶ່ງ ​ໄດ້​ຕັດສິນ​ລົງ​ໂທດ ໃຫ້ນັກ​ສອນ​
ສາສະໜາ ອິສລາມຫົວ​ຮຸນ​ແຮງ ຕິດ​ຄຸກ​ຕະຫລອດ​ຊີວິດ ​ແປດ
​ເດືອນ​ຫລັງ​ຈາກຜູ້ກ່ຽວ​ໄດ້​ຖືກ​ພົບເຫັນວ່າມີຄວາມຜິດ ​ໃນ​ຂໍ້​ຫາ
ກໍ່​ການ​ຮ້າຍ​ຂອງລັດຖະບານ​ກາງ.

ຜູ້​ພິພາກສາ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຕັດສິນລົງ​ໂທດ​ ໃຫ້ນັກ​ສອນ​
ສາສະໜາ Mustafa Kamel Mustafa ທີ່​ຮູ້ກັນໃນຊື່​ທຳ​ມະ​ດາ​
ວ່າ Abu Hamza ຢູ່​ທີ່​ສານ​ລັດຖະບານ​ກາງແຫ່ງນຶ່ງ ​ໃນ​ນະ
ຄອນ​ນິວຢອກ.

ທ້າວ Hamza ​ເປັນ​ຄົນ​ຕາບອດ​ເບື້ອງນຶ່ງແລະ​ມື​ກຸດ​ສອງ​ເບື້ອງ
​ໄດ້​ມີໜ້າຢູ່​ໃນ​ສານ​ເວລາ​ຕັດສິນ​ລົງ​ໂທດ. ບັນດາ​ທະນາ​ຍຄວາ​ມຂອງລາວ ​ໄດ້​ຮຽກຮ້ອງ​
ໃຫ້​ຜູ້​ພິພາກສາ ພິຈາລະນາເຖິງຮູບ​ຮ່າງ​ພິການ​ຂອງລາວ ໃນເວລາ​ຕັດສິນ​ລົງ​ໂທດ.

​ໃນ​ເດືອນ​ພຶດສະພາ ​ແລ້ວ​ນີ້ ທ້າວ Hamza ​ໄດ້​ຖືກ​ພົບເຫັນວ່າ ມີຄວາມຜິດ ທັງໝົດ 11
ກະໂທງ ທີ່ຜູ້ກ່ຽວປະເຊີນໜ້າຢູ່ ໃນການສະໜອງວັດຖຸໃຫ້ການສະ ໜັບສະໜຸນແກ່ພວກ​
ກໍ່​ການ​ຮ້າຍ. ສິ່ງ​ເຫລົ່າ​ນີ້ແມ່ນຮວມທັງການ​ສົ່ງ​ບັນດາຜູ້ທີ່ ເຫຼື້ອມໄສ ໄປ​ຕັ້ງ​ຄ້າຍ​ເຝິກ​
ແອບຜູ້​ກໍ່​ການ​ຮ້າຍ ​ຢູ່​ໃນສະຫະລັດ ສົ່ງ​ພວກ​ຜູ້​ຊາຍ​ໄປ​ຊ່ວຍກຸ່ມ al-Qaida ​ໃນ​ອັ​ຟກາ
​ນິສຖານ ​ແລະ​ສົ່ງໂທລະສັບ ໃຊ້ຜ່ານດາວ​ ທຽມ​ໄປ​ໃຫ້ພວກ​ຫົວ​ຮຸນ​ແຮງໃນເຢເມນ ​ທີ່​
ລັກພາ​ໂຕບັນດາ​ນັກ​ທ່ອງ​ທ່ຽວ​ຕາ​ເວັນ​ຕົກ​ໃນ​ປີ 1998.

ຜູ້​ຖືກ​ລັກພາ​ໂຕ​ສີ່​ຄົນ​ໄດ້​ເສຍ​ຊີວິດ ລະຫວ່າງ​ເຈົ້າໜ້າທີ່​ພະຍາຍາມ​ບຸກເຂົ້າໄປ ຊ່ວຍ.

ຢູ່​ໃນ​ຖະ​ແຫຼ​ງການ​ສະບັບນຶ່ງໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີຊ່ວຍວ່າການ​ກະຊວງ ​ຍຸດຕິ​
ທໍາ ທ່ານ John Carlin ຮ້ອງ ທ້າວ Hamza ວ່າ ຜູ້ກໍ່ການຮ້າຍທີ່ບໍ່ຮູ້ ສຶກ​ສຳນຶກຜິດໃນ
ການກະທຳຂອງຕົນ.