ຜູ້ພິພາກສາ ສຫລ ຕັດສິນ ໃຫ້ຢຸດຊົ່ວຄາວ ຄຳສັ່ງ ຫ້າມເດີນທາງ ໃນທົ່ວປະເທດ

ຫົວໜ້າພະແນກຍຸຕິທຳ ລັດວໍຊິງຕັນ ທ່ານ Bob Ferguson ກ່າວຕໍ່ພວກນັກຂ່າວ. (3 ກຸມພາ 2017) ຫລັງຈາກ ການຮັບຟັງ ຄຳໃຫ້ການ ຢູ່ສານລັດຖະບານກາງ ໃນຄະຄອນ Seattle.

ຜູ້​ພິພາກສາ​ລັດຖະບານ​ກາງ​ທ່ານ​ນຶ່ງທີ່​ລັດ​ວໍ​ຊິງ​ຕັນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ ສະຫະລັດ ​ໄດ້​ທຳ​ການ​ຂັດຂວາງ​ເປັນ​ການ​ຊົ່ວຄາວຕໍ່​ຄຳ​ສັ່ງ​ຫ້າ​ມ​ໃນທົ່ວ​ປະ​ເທດ​ເມື່ອ​ສັບ ປະດາ​ແລ້ວນີ້ ກ່ຽວ​ກັບ​ການ​ເດີນທາງ ​ແລະ​ພວກ​ຄົນ​ເຂົ້າເມືອງ​ ຈາກ 7 ປະ​ເທດ ທີ່​ຜູ້​ຄົນ​ສ່ວນ​ໃຫຍ່ເປັນ​ມຸສລິ​ມ.

ອົງການ​ພາສີ​ແລະ​ຄຸ້ມ​ຄອງ​ຊາຍ​ແດນ ​ໄດ້​ກ່າວ​ນັບ​ແຕ່​ນັ້ນມາ​ວ່າ ພວກ​ເດີນທາງທີ່​ມີ​ວີ​ຊ່າ​ຖືກຕ້ອງ​ສົມບູນ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າມາ​ໃນ​ສະຫະລັດ.

ທຳນຽບຂາວ​ ໄດ້​ອອກ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ ກ່າວ​ວ່າ ກະຊວງ​ຍຸຕິ​ທຳ “ໂດຍ​ໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້” ຈະ​ຍື່ນ​ “ຄຳ​ຮ້ອງໃຫ້​ຢຸດ​ເຊົາ ຢ່າງ​ເປັນ​ການ​ສຸກ​ເສີນ ​ຕໍ່​ຄຳ​ສັ່ງທີ່​ອຸກອາດ​ນີ້.” ບໍ່ດົນ​ຕໍ່​ມາ​ທຳນຽບຂາວ ກໍ​ໄດ້​ອອກ​ຖະ​ແຫຼງຂ່າວ ສະບັບ​ທີ​ສອງ​ ໂດຍ​ປາສະຈາກ​ຄຳ​ວ່າ​ “ອຸກອາດ”.

ເບິ່ງ: 7 ປະເທດ ທີ່ຢູ່ໃນບັນຊີລາຍຊື່ຫ້າມ

ຖະ​ແຫຼງຂ່າວ​ຍັງ​ໄດ້​ກ່າວ​ປົກ​ປ້ອງ​ດຳລັດ​ຝ່າຍ​ບໍລິຫານ​ຂອງ​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ວ່າ “ຖືກຕ້ອງ​ຕາມ​ກົດໝາຍແລະ​ເໝາະ​ສົມ.”

ຜູ້​ພິພາກສາ​ປະຈຳ​ເຂດ​ ຂອງ​ສະຫະລັດ ທ່ານ James Robart ທີ່​ນະຄອນ Seattle ​ໄດ້​ອອກຄຳຕັດສິນ​ໃນ​ວັນ​ສຸກ​ວານ​ນີ້ວ່າ ລັດ​ວໍ​ຊິງ​ຕັນແລະ​ມິນ​ເນ​ໂຊ​ຕ້າມີ​ສິດ​ທີ່​ຈະ​ທ້າ​ທາຍ​ຕໍ່​ດຳລັດ​ຝ່າຍ​ບໍລິຫານ​ຂອງປະທານາທິບໍດີ​ທຣຳ.

ລັດ​ວໍ​ຊິງ​ຕັນ​ໄດ້​ຍື່ຈນການ​ທ້າ​ທາຍ​ທາງ​ກົດໝາຍ​ດັ່ງກ່າວ​ໃນຕົ້ນອາທິດ​ນີ້ ​ແລະ​ລັດ​ມິນ​ເນ​ໂຊ​ຕ້າ​ກໍ​ໄດ້​ເຂົ້າຮ່ວມ​ການ​ຟ້ອງ​ຮ້ອງທີ່​ວ່າ​ນີ້​ໂດຍ​ໄວ. ລັດ​ທັງ​ສອງ​ໄດ້ຊະນະຄຳ​ສັ່ງ​ໃຫ້​ຍົກ​ເວັ້ນ ​ໃນ​ຂະນະ​ທີ່​ສານ​ກຳລັງ​ພິຈາລະນາ​ ການ​ຟ້ອງ​ຮ້ອງ​ນີ້.

ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ຂອງ​ລັດ​ວໍ​ຊິງ​ຕັນ​ ທ່ານ Bob Ferguson ກ່າວ​ຕໍ່​ພວກນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ “ລັດຖະທຳ​ມະນູນ ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ ​ໃນ​ມື້ນີ້.” ທ່ານ​ກ່າວ​ວ່າ ການ​ຕັດສິນ​ຈະ​ຍຸຕິ​ໃນ​ທັນທີຕໍ່​ອັນ​ທີ່ີທ່ານ​ເອີ້ນວ່າ “ດຳລັດຝ່າຍ​ບໍລິຫານ​ທີ່​ບໍ່​ຖືກຕ້ອງຕາ​ມລັດຖະ ທຳ​ມະນູນ​ແລະ​ຜິດ​ກົດໝາຍ​ຂອງ​ທ່ານ​ທຣຳ.”

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ກົດໝາຍ​ແມ່ນ​ສິ່ງ​ທີ່​ມີ​ອຳນາດ. ມັນ​ມີ​ຄວາມ​ສາມາດ​ທີ່​ຈະ​ຍຸຕິ​ທຸກໆ​ຄົນ​ທີ່​ເປັນ​ຜູ້​ຮັບຜິດຊອບ ​ແລະ​ນັ້ນ​ແມ່ນ​ຮວມທັງ​ປະທານາທິບໍດີ​ຂອງ​ສະຫະລັດ​ນຳ​ດ້ວຍ​.”

Your browser doesn’t support HTML5

US Court Travel Ban

​ໂຄສົກ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນກ່າວ​ວ່າ ທາງ​ກະຊວງ​ຮັກສາ​ຄວາມປອດ​ໄພ​ພາຍ​ໃນ ບໍ່​ມີ​ຄວາມ​ເຫັນ​ໃດໆໃນ​ຄະດີ​ທີ່​ຍັງ​ມີ​ການ​ດຳ​ເນີນ​ການ​ຢູ່.

ກະຊວງ​ຍຸຕິ​ທຳ​ໄດ້​ແຈ້ງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ຊາບໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ກ່ຽວ​ກັບ​ການ​ຕັດສິນ​ຂອງ​ສານ ອີງ​ຕາມ​ໂຄສົກ​ຂອງ​ກະຊວງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ