ສະຫະລັດກັບອິສຣາແອລ ສົນທະນາແບບປິດລັບກັນ ກ່ຽວກັບນີວເຄລຍຂອງອີຣ່ານ

  • ບົວສະຫວັນ

ປະທານຫົວໜ້າເສນາທິການຮ່ວມຂອງສະຫະລັດ ນາຍພົນ Martin Dempsey ໄດ້ພົບກັບນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ແລະປະທານາທິບໍດີ Shimon Peres ພ້ອມດ້ວຍລັດຖະມົນຕີ ປ້ອງກັນປະເທດທ່ານ Ehud Barak ແລະຜູ້ບັນຊາການກອງທັບອິສຣາແອລ ທ່ານ Benny Ganz ສົນທະນາແບບປິດລັບກັບ

ເຈົ້າໜ້າທີ່ທາງທະຫານຂັ້ນສູງຂອງສະຫະລັດ ໄດ້ເປີດການ​ສົນທະນາແບບປິດລັບກັບ
ພວກຜູ້ນໍາ Israel ໃນວັນສຸກວານນີ້ ກ່ຽວກັບວ່າ ຈະຕອບໂຕ້ຕໍ່​ໂຄງການນີວເຄລຍທີ່
​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງກັນຢູ່ຂອງອີຣ່ານ ແນວໃດ ຊຶ່ງທັງສອງປະເທດ ຢ້ານກົວວ່າ
ໂຄງການນັ້ນ ຈະຖືກນໍາໃຊ້ເຂົ້າໃນການຜະລິດອາວຸດນີວເຄລຍ.

ປະທານຫົວໜ້າເສນາທິການຮ່ວມຂອງ​ສະຫະລັດ ນາຍພົນ Martin Dempsey ໄດ້
ພົບກັບນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ແລະປະທານາທິ
ບໍດີ Shimon Peres ພ້ອມດ້ວຍລັດຖະມົນຕີປ້ອງກັນປະເທດ ທ່ານ Ehud Barak
ແລະ​ຜູ້ບັນຊາ​ການ​ກອງທັບ​ອິສຣາ​ແອ​ລ ທ່ານ Benny Ganz.

ບໍ່ມີ​ການ​ເປີດ​ເຜີຍ​ໃຫ້​ຊາບ​ຫຍັງ​ຫຼາຍ ກ່ຽວ​ກັບລາຍລະອຽດ​ໃນການພົບປະກັນຄັ້ງນີ້ ແຕ່
ວ່າອົງການຂ່າວ Israel ໄດ້ລາຍງານວ່າ ຄາດກັນວ່າພວກເຈົ້າໜ້າທີ່ສະຫະລັດຈະເຕືອນ
Israel ບໍ່ໃຫ້ເປັນຝ່າຍທໍາການໂຈມຕີທາງທະຫານຕໍ່ອິຣ່ານກ່ອນ. ສ່ວນທາງ Israel
ກໍບໍ່ໄດ້ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ກ່ຽວ​ກັບ​ການດໍາເນີນແບບນັ້ນ. ສະຫະລັດມີ
ຄວາມມຸ້ງຫວັງຢາກດໍາເນີນການລົງໂທດຕໍ່ອິຣ່ານ ຫລາຍກວ່າ ການໃຊ້ກໍາລັງທະຫານ.

ຢູ່ທີ່ກຸງວໍຊິງຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ສົນທະນາບັນຫາດັ່ງກ່າວກັບຄູ່ຕໍາແຕ່ງຝ່າຍເຢຍລະມັນ ທ່ານ Guido Westerwelle. ທ່ານນາງໄດ້ກ່າວຕໍ່ພວກນັກຂ່າວວ່າ ລຸນຫລັງ ການປະຊຸມກັນແລ້ວນັ້ນວ່າ ອິຣ່ານມີໂອ
ກາດທີ່ຈະເລືອກກັບເຂົ້າມາ​ເຈ​ລະ​ຈາຄືນ​ໃໝ່ ແລະແກ້ໄຂຄວາມເປັນຫ່ວງຂອງປະຊາຄົມ
ສາກົນກ່ຽວກັບ ໂຄງການນີວເຄລຍຂອງຕົນ ຖ້າບໍ່ດັ່ງນັ້ນ ກໍຈະຖືກກົດດັນຈາກນາໆ
ຊາດ ແລະກໍຈະຖືກໂດດດ່ຽວ.