ປະທານາທິບໍດີສະຫະລັດ ທ່ານ Donald Trump ແລະນາຍົກລັດຖະມົນຕີອີຣັກ
ທ່ານ Haider ai-Abadi ພາກັນຍົກຍ້ອງ ການປະຕິບັດງານຮ່ວມໃນການສູ້ລົບ
ຂອງພວກປະເທດພວກທ່ານ ຕໍ່ຕ້ານກັບກຸ່ມລັດອິສລາມ ໃນຂະນະທີ່ພວກທ່ານ
ໄດ້ພົບປະກັນແລະໂອ້ລົມກັນແບບຊຶ່ງໜ້າເປັນເທື່ອທຳອິດ ໃນວັນຈັນວານນີ້
ທີ່ທຳນຽບຂາວ.
“ເຖິງແມ່ນວ່າ ກຸ່ມລັດອິສລາມ ຫຼື Da’esh ຍັງຖືເປັນສັດຕູ ທີ່ເປັນອັນຕະລາຍ
ຢູ່ກໍຕາມ, ພວກເຮົາກໍໝັ້ນໃຈວ່າ ພວກເຂົາຈະຕ້ອງປະລາໄຊ,” ນັ້ນແມ່ນການປະກາດຮ່ວມຢູ່ກອງປະຊຸມ ແລະໃຊ້ອີກຊື່ນຶ່ງໃນເວລາທີ່ກ່າວເຖິງກຸ່ມຫົວຮຸນແຮງລັດ ອິສລາມນັ້ນ.
ຄຳປະກາດຍັງກ່າວອີກວ່າ“ໃນຂະນະທີ່ກອງກຳລັງອີຣັກ ພວມໄດ້ຮັບຄວາມກ້າວໜ້າ
ຕໍ່ກຸ່ມລັດອິສລາມ ຫຼື Da’esh ຢູ່ນີ້ ຜູ້ນຳທັງສອງຍັງໄດ້ຕົກ ລົງກັນວ່າ ສະຫະລັດ
ແລະອີຣັກ ຈະສືບຕໍ່ການເປັນພາຄີອັນຍາວນານເພື່ອຖອນຮາກຖອນໂຄນ
ພວກກໍ່ການຮ້າຍ ອອກໄປຈາກອີຣັກແລະສ້າງກອງກຳລັງທະຫານ ແລະສະຖາບັນ
ທີ່ສຳຄັນອື່ນໆ ໃຫ້ເຂັ້ມແຂງ.”
Soldiers explain security procedures intended to catch any militants trying to flee with families as they arrive at camps outside of Mosul on March 19, 2017 in Hammam Aleel, Iraq. (H.Murdock/VOA)
ກຳລັງທະຫານອີຣັກ ແມ່ນໄດ້ຕໍ່ສູ້ກັບກຸ່ມລັດອິສລາມ ທາງພາກພື້ນດິນ ໂດຍໄດ້ຮັບ
ການໜຸນຫຼັງໃນການໂຈມຕີທາງອາກາດ ຈາກກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ.
ຈຸດເພັ່ງເລັງທີ່ສຳຄັນງໃນການສູ້ລົບເວລານີ້ ກໍແມ່ນການບຸກໂຈມຕີເພື່ອຈະຍຶດເອົາ
ເມືອງ Mosul ຈາກກຸ່ມຫົວຮຸນແຮງ ພວກຊຶ່ງໄດ້ເຂົ້າຄວບຄຸມເມືອງດັ່ງກ່າວໃນກາງ
ປີ 2014.
ໃນຂະນະທີ່ ກຸ່ມລັດອິສລາມໄດ້ເຂົ້າຄວບຄຸມພາກເໜືອແລະພາກຕາເວັນຕົກຂອງ
ປະເທດມາໄດ້ເກືອບ 3 ປີແລ້ວນັ້ນ ບັນດາຜູ້ນຳອີຣັກ ໄດ້ຖິ້ມໂທດໃສ່ກຳລັງທະຫານ
ທີ່ໄດ້ພາກັນຫລົບໜີອອກຈາກຄ້າຍຂອງຕົນ ແລະບໍ່ຍອມຕໍ່ສູ້ກັບກຸ່ມລັດອິສລາມ
ໃນຂະນະທີ່ພວກທະຫານ ໄດ້ກ່າວຫາລັດຖະບານວ່າ ບໍ່ໄດ້ໃຫ້ການສະໜັບສະໜຸນ
ແລະການຝຶກແອບຢ່າງພຽງພໍແກ່ກຳລັງທະຫານ.
ປະທານາທິບໍດີສະຫະລັດ ທ່ານ Donald Trump, ຊ້າຍ, ຕ້ອນຮັບ ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ໃນຂະນະທີ່ທ່ານໄປຮອດໄປເຖິງ ທຳນຽບຂາວ, ວໍຊີງຕັນ, 20 ມີນາ, 2017.
ທ່ານ Trump ໄດ້ກ່າວ ໃນການເລີ່ມຕົ້ນກອງປະຊຸມ ໃນວັນຈັນວານນີ້ວ່າ ທ່ານ ຫວັງວ່າ
ຈະໂອ້ລົມໃນອັນທີ່ທ່ານເອີ້ນວ່າ “ຊ່ອງຫວ່າງ” ທີ່ເປັນຜົນເກີດຈາກການ ບໍ່ເຂົ້າໃຈກັນດັ່ງກ່າວນີ້.
“ພວກເຮົາຈະຄິດຄົ້ນຫາກ່ຽວກັບສິ່ງໃດສິ່ງນຶ່ງ. ແຕ່ສິ່ງທີ່ສຳຄັນສຸດໃນເວລານີ້ ກໍຄືພວກເຮົາຕ້ອງກຳຈັດກຸ່ມລັດອິສລາມໃຫ້ສິ້ນຊາກໄປ,” ນັ້ນຄືຄວາມເຫັນຂອງທ່ານ Trump ທີ່ໄດ້ກ່າວໄວ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ກ່າວຖະແຫຼງການ ໃນການພົບປະກັບປະທານາທິບໍດີສະຫະລັດ Donald Trump ໃນທຳນຽບຂາວ, 20 ມີນາ, 2017.