ສະຫະລັດ ມອບອະດີດ ກອງບັນຊາການ ໃຫ້ແກ່ອີຣັກ

  • ໄພສານ ວໍຣະຈັກ

ທຸງຊາດອີຣັກປິວສະບັດຢູ່ທີ່ທຳນຽບ Al Faw ໃນຄ້າຍ Victory ອະດີດກອງບັນຊາການຂອງສະຫະລັດໃນອີຣັກ ໃນເຂດຊານເມືອງ ນະຄອນຫຼວງແບັກແດັດ (2 ທັນວາ 2011)

ຖານທັບຊຶ່ງຄັ້ງນຶ່ງເຄີຍໃຊ້ເປັນກອງບັນຊາການທະຫານສະຫະລັດໃນອີຣັກເວລານີ້ຢູ່ພາຍໃຕ້
ການຄວບຄຸມຂອງອີຣັກແລ້ວ.

ໂຄສົກຄົນນຶ່ງຂອງກອງທັບສະຫະລັດກ່າວວ່າ ເຈົ້າໜ້າທີ່ສະຫະລັດໄດ້ມອບຄ້າຍ Victory
ຫຼືໄຊຊະນະໃຫ້ແກ່ອີຣັກໃນວັນສຸກມື້ນີ້ຫຼັງຈາກເຈົ້າໜ້າທີ່ຂອງປະເທດທັງສອງໄດ້ລົງນາມໃນ
ເອກກະສານທີ່ຈຳເປັນຕ່າງໆແລ້ວ. ບໍ່ໄດ້ມີພິທີມອບຮັບຢ່າງເປັນທາງການແຕ່ປະການໃດ.

ມີທະຫານອະເມຣິກັນປະມານ 13,000 ຄົນຍັງຢູ່ໃນປະເທດອີຣັກເວລານີ້ແຕ່ກໍມີກຳນົດທີ່ຈະ ຖອນອອກພາຍໃນທ້າຍເດືອນນີ້. ການຖອນກຳລັງ ທະຫານອະເມຣິກັນດັ່ງກ່າວ ຈະສິ້ນສຸດ
ການມີໜ້າທີ່ເລີ່ມມາແຕ່ມີການບຸກເຂົ້າໄປພາຍໃຕ້ການນຳພາຂອງສະຫະລັດໃນປີ 2003 ທີ່
ໄດ້ໂຄ່ນລົ້ມຈອມຜະເດັດການ Saddam Hussein.

ຄ້າຍ Victory ຊຶ່ງມີອາຄານທະຫານຫຼາຍໆຫຼັງຂອງສະຫະລັດຕັ້ງຢູ່ໃນເຂດຊານເມືອງຂອງ
ນະຄອນຫຼວງແບັກແດັດນັ້ນໄດ້ໃຊ້ເປັນກອງບັນຊາການກຳລັງສະຫະລັດໃນອີຣັກນັບແຕ່ທະ
ຫານຈາກກອງພົນນ້ອຍທະຫານລາບທີ 3 ຂອງກອງທັບບົກ ສະຫະລັດບຸກເຂົ້າໄປໃນບໍລິ
ເວນອ້ອມແອ້ມສະໜາມບິນໃນນະຄອນຫຼວງຂອງອີຣັກເມື່ອ 9 ປີກ່ອນ.

ໃນຈຸດສູງສຸດນັ້ນ ຄ້າຍດັ່ງກ່າວນີ້ ແມ່ນເປັນບ່ອນຢູ່ຂອງທະຫານອະເມຣິກັນແລະເຈົ້າໜ້າທີ່
ກ່ຽວຂ້ອງທາງທະຫານຂອງສະຫະລັດຫຼາຍກວ່າ 40,000 ຄົນ.