ສະຫະລັດ ສິ້ນສຸດ ການມີໜ້າ ທາງທະຫານ ໃນອີຣັກ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ກ່າວຄຳປາໄສໃນພິທີທີ່ຈັດຂຶ້ນ ຢູ່ນະຄອນຫຼວງແບັກແດັດ ເພື່ອເປັນຂີດໝາຍ ໃນການສິ້ນສຸດລົງຂອງການປະຕິບັດງານ ຢູ່ໃນອີຣັກ (15 ທັນວາ 2011)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ໄດ້ປະກາດຢ່າງ
ເປັນທາງການກ່ຽວກັບການສິ້ນສຸດລົງຂອງການເຮັດສົງຄາມຢູ່ໃນປະເທດອີຣັກໃນພິທີທີ່ຈັດ
ຂຶ້ນຢູ່ສະໜາມບິນນະຄອນຫຼວງແບັກແດັດ.

ລຸນຫຼັງທີ່ໄດ້ມີການຊັກທຸງທີ່ກອງບັນຊາການທະຫານຂອງສະຫະລັດລົງແລະມີການເປົ່າແກ
ໃນວັນພະຫັດວານນີ້ແລ້ວ ທ່ານ Panetta ໄດ້ກ່າວຕໍ່ພວກທະຫານວ່າ ໄດ້ມີການສູນເສຍ ເລືອດເນື້ອຂອງຊາວອະເມຣິກັນ ແລະຊາວອີຣັກເປັນຈຳນວນຫຼວງຫຼາຍ ແຕ່ການປະຕິບັດ
ງານຢູ່ໃນອີຣັກທີ່ໃຫ້ອີຣັກປົກຄອງຕົນເອງ ນັ້ນໄດ້ກາຍເປັນຄວາມຈິງແລ້ວ.

ມີຊາວອະເມຣິກັນຫຼາຍກວ່າ 4,500 ຄົນໄດ້ເສຍຊີວິດພ້ອມໆກັບຊາວອີຣັກອີກຫຼາຍສິບພັນ ຄົນໃນລະຫວ່າງການປະຕິບັດງານຂອງພັນທະມິດຢູ່ໃນອີຣັກເພື່ອໂຄ່ນລົ້ມຈອມຜະເດັດການ
Saddam Hussein. ມີທະຫານອະເມຣິກັນຫຼາຍກວ່າ 32,000 ຄົນໄດ້ຮັບບາດເຈັບແລະສົງ ຄາມດັ່ງກ່າວນີ້ເຮັດໃຫ້ສະຫະລັດຕ້ອງໄດ້ໃຊ້ຈ່າຍເງິນບໍ່ຕໍ່າກວ່າ 800 ພັນລ້ານໂດລາ.

ທ່ານ Panetta ຮັບຮູ້ວ່າ ອີຣັກຍັງຈະປະເຊີນກັບບັນຫາທ້າທາຍຫຼາຍໆຢ່າງ.

ມີທະຫານອະເມຣິກັນປະມານ 4,000 ຄົນ ຍັງເຫຼືອຢູ່ໃນອີຣັກ ໃນວັນພະຫັດວານນີ້ຫຼຸດລົງ
ຈາກຈຳນວນ 170,000 ຄົນໃນໄລຍະເຄັ່ງຕຶງສຸດຂອງສົງຄາມດັ່ງກ່າວ. ທະຫານອະເມຣິກັນ
ທີ່ຍັງເຫຼືອມີກຳນົດວ່າ ຈະມີການຖອນອອກຈາກອີຣັກພາຍໃນວັນທີ 31 ທັນວານີ້.

ເບິ່ງປະຕິກິລິຍາຂອງຊາວອີຣັກ ກ່ຽວກັບການຖອນທະຫານອະເມຣິກັນ