ສະຫະລັດສິ້ນສຸດການສູ້ລົບ ໃນອີຣັກ

  • ໄພສານ ວໍຣະຈັກ

ສະຫະລັດສິ້ນສຸດການສູ້ລົບ ໃນອີຣັກ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ພວມ ກະກຽມ ທີ່ຈະສະເຫຼີມສະຫຼອງ ເພື່ອເປັນຂີດໝາຍ ຂອງ ການສິ້ນສຸດລົງ ໃນການປະຕິງານສູ້ລົບ ຂອງ ກຳລັງທະ ຫານສະຫະລັດ ຢູ່ໃນອີຣັກໃນວັນອັງຄານມື້ນີ້ 7 ປີ ຫຼັງ ຈາກໄດ້ມີການບຸກເຂົ້າໄປໃນປະເທດອີຣັກ ພາຍໃຕ້ການ ນຳພາ ຂອງສະຫະລັດ.

ປະທານາທິບໍດີ ໂອບາມາຈະເດີນທາງໄປຍັງຄ້າຍ Fort Bliss ໃນລັດເທັກຊັສ ເພື່ອພົບພໍ້ກັບພວກທະຫານ ທີ່ ເຄີຍຖືກສົ່ງໄປປະຕິບັດງານຢູ່ໃນປະເທດອີຣັກ ທີ່ເຮັດໃຫ້ ທະຫານອະເມຣິກັນ ຫຼາຍກວ່າ 4,400 ຄົ ເສຍຊີວິດ ທີ່ນັ້ນ. ຫຼັງຈາກນັ້ນ ທ່ານໂອບາມາ ກໍຈະກັບຄືນສູ່ກຸງ ວໍຊິງຕັນ ເພື່ອກ່າວຄຳປາໄສ ທີ່ມີການຖ່າຍທອດທາງໂທ ລະພາບ ທົ່ວປະເທດ ຈາກທຳນຽບຂາວ ເວົ້າເຖິງການ ສິ້ນສຸດລົງໃນການປະຕິບັດງານສູ້ລົບ ແລະ ບົດບາດໃໝ່ ໃນການໃຫ້ຄຳແນະນຳແລະຝຶກແອບ ຂອງກຳລັງທະຫານສະຫະລັດ.

ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ​ໄດ້ກ່າວໃນຄຳປາໄສ ທາງໂທລະພາບ ​ທົ່ວປະເທດ ໃນວັນອັງຄານມື້ນີ້ວ່າ ກຳລັງຮັກສາຄວາມປອດໄພຂອງອີຣັກ ພ້ອມແລ້ວທີ່ຈະ ຮັບເອົາ ຄວາມຮັບຜິດຊອບໂດຍເຕັມ ໃນການຮັກສາຄວາມປອດໄພ ໃຫ້ແກ່ປະເທດ ແລະ ປະຊາຊົນຊາວອີຣັກ.

ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ພວມທຳການຢ້ຽມຢາມປະເທດອີຣັກ ເພື່ອເຈລະຈາຫາລື ກັບພວກຜູ້ນຳຂອງອີຣັກ.

ທ່ານຈະເປັນປະທານ ໃນພິທີມອບໂອນການບັງຄັບບັນຊາ ໃນມື້ວັນພຸດ ເພື່ອເປັນຂີດໝາຍ ໃນການເລີ້ມຕົ້ນ ຂອງ “ການປະຕິບັດງານຮຸ່ງອາລຸນໃໝ່”.