ປ. ໂອບາມາ ຮຽກຮ້ອງ ທ່ານເມດເວເດັຟ ແລະ ທ່ານຫູຈີນເຖົາ ກ່ຽວກັບ ອີຣ່ານ

  • ສິງ ບູຣົມມະວົງ

ປະທານາທິບໍດີ ບາຣັກ ໂອບາມາ ພົບປະກັບ ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ທີ່ກອງປະຊຸມສຸດຍອດ APEC ທີ່ນະຄອນໂຮໂນລູລູ, ລັດຮາວາຍ ໃນຂະນະທີ່ໂລກຫາທາງກົດດັນຕໍ່ໂຄງການ ນີວເຄລຍຂອງອີຣ່ານ. ວັນທິ 12 ພະຈິກ 2011.

ປະທານາທິບໍດີ​ ບາຣັກ​ ໂອ​ບາ​ມາ​ ແຫ່ງ​ສະຫະລັດ ຮຽກຮ້ອງ​ພວກ​ຜູ້​ນໍາຣັດ​ເຊ​ຍ​ແລະ​ຈີນ​ ໃຫ້
ສະໜັບສະໜຸນ​ຕໍ່​ຄວາມ​ພະຍາຍາມ​ຂອງ​ທ່ານ​ເພື່ອ​ກົດ​ດັນ​ອີຣ່ານ​ໃຫ້ຢຸດ​ເຊົາ​ກິດຈະ​ກໍາ​ຕ່າງໆ
ດ້ານ​ນີວ​ເຄລຍທີ່​ຫລໍ່​ແຫລມນັ້ນ ​ແຕ່​ທ່ານ​ໄດ້​ປະ​ເຊີນ​ກັບ​ການ​ຕໍາ​ໜິຕິຕຽນ​ຈາກ​ພວກ​ຜູ້​ສະມັກ
ແຂ່ງຂັນ​ເປັນ​ປະທານາທິບໍດີ​ ສັງກັດ​ພັກ Republican ​ທີ່​ຮຽກຮ້ອງ​ໃຫ້​ສະຫະລັດ​ທໍາ​ການ​
ເຄື່ອນ​ໄຫວ​ໜັກ​ແໜ້ນ​ຂຶ້ນ​ກ່ຽວ​ກັບ​ບັນຫາ​ຂັດແຍ່ງ​ກັນເລື້ອງ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ໄດ້​ທໍາ​ການ​ໂອ້​ລົມ​ສົນທະນາ​ເລື້ອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ
ຄົນ​ລະ​ເທື່ອ ​ກັບ​ປະທານາທິບໍດີ Dmitry Medvedev ​ແຫ່ງຣັ​ດ​ເຊຍ ​ແລະທ່ານ​ຫູ ​ຈິນ ​ເຖົາ
ປະທານ​ປະ​ເທດ​ຈີນ​ໃນ​ວັນ​ເສົາ​ວານ​ນີ້​ ຢູ່​ຂ້າງ​ນອກ​ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາ​ພາກ​ພື້ນ ທີ່
ນະຄອນ​ໂຮ​ໂນ​ລູລູ ລັດ​ຮາ​ວາຍ​ນັ້ນ.

ຫລັງ​ຈາກ​ທໍາການ​ພົບ​ປະກັນກັບ​ທ່ານ Medvedev ​ແລ້ວ ​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ
ແລະ​ປະທານາທິບໍດີຣັດ​ເຊຍ​ໄດ້​ຢືນຢັນ​ອີກຕື່ມ​ເຈດ​ຕະນາ​ຂອງ​ຕົນ ​ທີ່​ຈະທໍາ​ການ​ຕອບ​
ໂຕ້ຮ່ວມ​ກັນ​ຕໍ່​ກິດຈະ​ກໍາ​ຕ່າງໆ​ດ້ານ​ນີວເຄລຍຂອງ​ອີຣ່ານ ​ເພື່ອ​ເຮັດ​ໃຫ້​ອີຣ່ານຈັດ​ຕັ້ງ​ປະ
ຕິບັດ​ຕາມ​ພັນທະຕ່າງໆ​ຂອງ​ນາໆ​ຊາດ​ນັ້ນ. ກ່ອນ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ທ່ານ
ຫູ​ຈິນ​ເຖົາ ປະທານາທິບໍດີ​ສະຫະລັດ​ກ່າວ​ວ່າ ທ່ານ​ແລະ​ຜູ້​ນໍາ​ຈີນ​ຢາກເຮັດ​ໃຫ້​ໝັ້ນ​ໃຈ​ວ່າ
ອີຣ່ານຈະປະຕິບັດ​ຕາມ​ກົດ​ລະບຽບ​ແລະ​ກົດໝາຍ​ຂອງ​ນາໆ​ຊາດ​.

ພວກ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ເຕືອນ​ອີຣ່ານວ່າ​ ອີຣ່ານຈະ​ປະເຊີນໜ້າ​ກັບ​ການ​
ລົງ​ໂທດ​ເພີ່ມ​ອີກ ຖ້າ​ອີຣ່ານບໍ່​ຍອມ​ແກ້​ໄຂ​ຄວາມ​ເປັນຫ່ວງ​ຂອງ​ພວກຕົນກ່ຽວ​ກັບ​ລາຍ
ງານ​ຂອງ​ອົງການ​ພະລັງ​ປະລະມະ​ນູສະຫະ​ປະຊາ​ຊາດ​ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ອັງຄານ
ຜ່ານ​ມາ​ ທີ່​ວ່າ​ມີ​ຫລັກຖານ​ທີ່​ເຊື່ອ​ຖື​ໄດ້​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຂອງ​ອີຣ່ານ​ເພື່ອ​
ອອກ​ແບບອາວຸດ​ນີວ​ເຄລຍນັ້ນ ​ແຕ່​ທາງ​ອີຣ່ານ​ໄດ້​ປະຕິ​ເສດ​ຕໍ່​ລາຍ​ງານ​ສະບັບ​ນີ້ ​ແລະ
ຢືນ​ຢັດ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ແມ່ນ​ມີ​ວັດ​ຖຸປະສົງ​ທາງ​ສັນຕິ. ຣັດ​ເຊຍ​ແລະ​ຈີນ
ກ່າວ​ວ່າ ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຕື່ມ​ອີກ​ຕໍ່​ອີຣ່ານນັ້ນ​ ຈະ​ບໍ່​ແກ້​ໄຂ​ບັນຫາ​
ຂັດ​ແຍ່ງ​ກັນ​ເລື້ອງ​ນີວເຄລຂອງ​ອີຣ່ານແຕ່​ຢ່າງ​ໃດ.

ຫລັງ​ຈາກ​ການໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ເສົາ​ວານ​ນີ້​ທີ່ນະຄອນ​ໂຮ​ໂນ​ລູລູ ພວກ​ປະ
ທານາທິບໍດີຣັດ​ເຊຍ​ແລະ​ຈີນ​ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃດໆ​ໃຫ້ຊາບ​ກ່ຽວ​ກັ​ບການ​ໂອ້​ລົມ
ສົນທະນາ​ກັນ​ຂອງ​ພວກ​ທ່ານ​ກັບ​ປະທານາທິບໍດີ​ສະຫະລັດ​ນັ້ນ ​ແຕ່​ທ່ານ Ben
Rhodes ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະຫະລັດ​ກ່າວ​ວ່າ ພວກ​ຜູ້​ນໍາ​
ທັງ​ສາມເປັນອັນ​ນຶ່ງ​ອັນ​ດຽວ​ກັນ​ໃນ​ການ​ຄັດຄ້ານ​ຕໍ່ການ​ທີ່​ອີຣ່ານຈະ​ກາຍ​ເປັນ​ປະເທດ
ທີ່​ມີ​ອາວຸດ​ນີວ​ເຄລຍນັ້ນ

ທ່ານ​ໂອ​ບາ​ມາ​ໄດ້​ພະຍາຍາມ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ອີຣ່ານຂຶ້ນ​ອີກ​ໂດຍ​ຜ່ານສະຫະ​ປະ
ຊາ​ຊາດ​ແລະ​ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວ​ຂອງ​ສະຫະລັດ ຂະນະ​ທີ່ຢືນ​ຢັດ​ວ່າ ທາງ​
ເລືອກ​ທັງ​ໝົດ​ແມ່ນ​ຍັງເປີດ​ກວ້າງ ຊຶ່ງເປັນ​ການ​ເອີ່ຍ​ເຕື້ອງເຖິງ​ການ​ເຄື່ອນໄຫວ​ທາງ​
ທະຫານ​ ທີ່​ອາດ​ເປັນ​ໄປ​ໄດ້. ພວກ​ຜູ້​ສະມັກ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ສັງກັດ​ພັກ
Republican ທີ່​ພະຍາຍາມ​ແຂ່ງຂັນ​ກັບ​ທ່ານ​ໂອ​ບາ​ມາ​ໃນ​ການ​ເລືອກ​ຕັ້ງ​ປະທານາ
ທິບໍດີໃນປີໜ້າ​ນີ້ ​ໄດ້​ຕໍາ​ໜິຕິຕຽນ​ຍຸດທະວິທີ​ຂອງ​ທ່ານ​ໂອ​ບາ​ມາ​ ໃນ​ການ​ໂຕ້​ວາ​ທີ
ກັນທີ່ຖ່າຍ​ທອດ​ທາງໂທລະພາບ​ໄປ​ຍັງ​ທົ່ວ​ປະ​ເທດ​ໃນ​ແລງ​ວັນ​ເສົາ​ວານ​ນີ້ ຊຶ່ງ​ພວກ
ຜູ້​ສະມັກ​ບາງ​ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ເອົາ​ມາດ​ຕະການ​ເຂັ້ມ​ແຂ້​ງຂຶ້ນ​ ເພື່ອ​ບໍ່ໃຫ້​ອີ
ຣ່ານມີ​ອາວຸດ​ນີວ​ເຄລຍນັ້ນ ​ເຖິ​ງແມ່ນ​ຈະ​ຕ້ອງ​ໄດ້ທໍາ​ສົງຄາມ​ກັບ​ອິຣ່ານກໍ​ຕາມ.