ສະຫະລັດເຕືອນ ຄົນອາເມຣິກັນ ໃນທົ່ວໂລກ ໃຫ້ລະມັດລະວັງ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ນາຍ Manssor Arbabsiar ຜູ້ຕ້ອງຫາໃນການວາງແຜນລອບສັງຫານ ທູດ Saudi Arabia ປາກົດໂຕ ຢູ່ໃນສານແຫ່ງນຶ່ງໃນ Manhattan ທີ່ນະຄອນນີວຢອກ. ວັນທີ 12 ຕຸລາ 2011.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ຄໍາ​ເຕືອນ​ໄປ​ຍັງ​ທົ່ວ​ໂລກ​ສໍາລັບ​ພົນລະ​ເມືອງ
​ອາ​ເມຣິກາ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ສະຫະລັດ​ທີ່​ອາດ​ຈະມີຂຶ້ນ ຫລັງ​ຈາກໄດ້ມີ
​ການ​ຟ້ອງຊາວ​ອີຣ່ານ 2 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ​ສົມຮູ້​ຮ່ວມ​ຄິດ​ກັນ​ກັບ​ກຸງ Tehran ​ເພື່ອ​
ລອບ​ສັງຫານ​ເອກ​ອັກຄະ​ລັດຖະທູດ Saudi Arabia ປະ​ຈໍາສະຫະລັດ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ໃນ​ຕອນ​ແລງ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ພະຍາ​
ຍາ​ມລອບ​ສັງຫານ​ທີ່​ຖືກກ່າວຫາ​ວ່າ​ ໄດ້​ຮັບ​ການໜຸນຫລັງ​ຈາກ​ອີຣ່ານນັ້ນ ​ອາດຈະເປັນ
ຮ່ອງຮອຍຊີ້ໃຫ້​ເຫັນ​ວ່າ ລັດຖະບານ​ອິຣ່ານອາດ​ສາມາດ​ທໍາ​ການ​ເພ່ງ​ເລັງ​ທີ່​ຂັນ​ແຂງ​ຫລາຍ
ຂຶ້ນ ​ໃນ​ການ​ເຄື່ອນໄຫວໃນການ​ກໍ່​ການ​ຮ້າຍ​ນັ້ນ.

ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ກະຊວງ​ຍຸຕິ​ທໍາ​ສະຫະລັດ​ໄດ້​ຟ້ອງ​ນາຍ Manssor Arbab
siar ທີ່ຕັດຊາດເປັນຄົນ​ອະ​ເມຣິກາ​ ທີ່​ຖື​ໜັງສືຜ່ານ​ແດນ​ອີຣ່ານ ​ແລະ​ນາຍ Gholam Sha
kuri ຊຶ່ງ​ເປັນ​ສະມາຊິກ​ຂອງ​ກໍາລັງ Quds ຫຼືກຳລັງພິທັກການປະຕິວັດຂອງອີຣ່ານ ໃນຂໍ້
ຫາ​ສົມຮູ້​ຮ່ວມຄິດ​ເພື່ອ​ລອບ​ສັງຫານ​ທ່ານ Adel al-Jubeir ເອກ​ອັກຄະ​ລັດຖະທູດ Saudi
Arabia ປະ​ຈໍາ​ສະຫະລັດ​.

ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທໍາ​ສະຫະລັດກ່າວ​ວ່າ ການວາງ​ແຜນ​ດັ່ງກ່າວ​ແມ່ນ​
ອິຣ່ານເປັນຜູ້ຄິດຂຶ້ນມາ ​ໃຫ້ການສະໜັບສະໜຸນ ​ແລະ​ອອກ​ຄໍາ​ສັ່ງໃຫ້ປະຕິບັດ. ທ່ານ
Eric Holder ​ໃຫ້​ຄໍາໜັ້ນສັນຍາ​ວ່າ ກຸງ​ວໍ​ຊິງ​ຕັນ​ຈະ​ຖືວ່າ​ລັດຖະບານ​ອີຣ່ານ​ເປັນ​ຜູ້​ຮັບຜິດ
ຊອບ​ເລື້ອງ​ນີ້.

ໃນ​ເວລາ​ບໍ່​ດົນ​ຫລັງຈາກ​ປະກາດ​ເລື້ອງ​ນີ້​ໃຫ້​ຊາບ​ແລ້ວ ກະຊວງ​ຍຸຕິ​ທໍາສະຫະລັດກໍໄດ້​ປະ
ກາດລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ນາຍ Arbabsiar ​ແລະ​ນາຍ Shakuri ຕະຫຼອດ​ທັງ​ພວກ
ເຈົ້າ​ໜ້າ​ທີ່3 ຄົນ​ໃນ​ໜ່ວຍ​ພິທັກ​ການ​ປະຕິວັດ​ຂອງ​ອິຣ່ານນັ້ນ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ໄດ້​ໂທລະ​ສັບ​ໄປ​ຫາ​ເອກ​ອັກຄະ​ລັດຖະທູດ al-Subeir
ເພື່ອສະ​ແດງ​ຄວາມ​ເປັນ​ເອກະ​ພາບ​ກັນ​ຕໍ່​ຕ້ານການ ວາງ​ແຜນ​ລອບ​ສັງຫານ​ດັ່ງກ່າວ ​ໂດຍ
ເອີ້ນ​ແຜນການ​ດັ່ງກ່າວ​ວ່າ ເປັນ​ການລະ​ເມີດ​ຢ່າງ​ຈະ​ແຈ້ງ​ຕໍ່​ກົດໝາຍ​ສະຫະລັດ​ແລະ​ກົດ
ໝາຍ​ສາກົນ. ທ່ານໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ທ່ານ al-Jubeir ວ່າ ສະຫະລັດມີ​ຄວາມໝາຍ
ໝັ້ນ​ທີ່​ຈະ​ປົກ​ປ້ອງ​ພວກນັກ​ການ​ທູດ​ທຸກ​ຄົນ​ ທີ່​ຮັບໃຊ້​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ສະຫະລັດ​
ນີ້.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ອັງຄານ​
ວານນີ້​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ດໍາ​ເນີນ​ງານ​ຮ່ວມ​ກັນ ກັບ​ພວກ​ປະ​ເທດ​ພັນທະ​ມິດ ​ເພື່ອ​ໂດດ
ດ່ຽວ​ອີຣ່ານອອກ​ຈາກ​ປະຊາຄົມນາໆ​ຊາດ​ນັ້ນ.

ອິຣ່ານ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ແຮງ​ວ່າ​ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ໃນ​ຄວາມ ພະຍາຍາມ​ລອບ
ສັງຫານນີ້. ​ເອກ​ອັກຄະ​ລັດຖະທູດ​ອີຣ່ານປະ​ຈໍາອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຂຽນ​ຈົດ
ໝາຍ​ສະບັບ​ນຶ່ງ​ໄປຍັງ​ສະຫະ​ປະຊາ​ຊາດໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ສະ​ແດງ​ຄວາມ​ໂກດ
ແຄ້ນ​ຕໍ່​ການ​ກ່າວ​ຫາ​ຂອງ​ສະຫະລັດ ​ໂດຍ​ເອີ້ນ​ວ່າ ​ເປັນ​ການ​ກະທໍາ​ທີ່​ມີ​ຈຸດປະສົງທາງ ການ
ເມືອງ ​ອັນເປັນການ​ກະທຳແບບກະຫາຍສົງຄາມ ​ແລະ​ເປັນ​ການ​ໂຄສະນາ​ຊວນ​ເຊື່ອ.