ທ່ານ Gates ມີຄວາມເຫັນ ກ່ຽວກັບໂຄງການນິວເຄລຍ ຂອງອິຣ່ານ

ທ່ານ Gates ມີຄວາມເຫັນ ກ່ຽວກັບໂຄງການນິວເຄລຍ ຂອງອິຣ່ານ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ກ່າວວ່າ ການ
ປະຕິບັດງານທາງທະຫານຕໍ່ໂຄງການນິວເຄລຍຂອງອີຣ່ານນັ້ນ ມີແຕ່ຈະເຮັດໃຫ້ໂຄງ
ການດັ່ງກ່າວ ລົງເລິກແລະມີການປິດບັງຫຼາຍຂຶ້ນ. ຂະນະດຽວ​ກັນ​ ທ່ານ​ກໍກ່າວຢໍ້າວ່າ
ການຂວໍ້າບາດຫຼືລົງໂທດທາງເສດຖະກິດຕໍ່ເຕຫະຣ່ານ ໄດ້ສ້າງຄວາມຍຸ່ງຍາກໃຫ້ແກ່
ອີຣ່ານຫຼາຍກວ່າທີ່ຄາດຄິດໄວ້ ແລະພາໃຫ້ເກີດການແບ່ງແຍກຢູ່ໃນຄະນະນຳພາຂອງ
ອີຣ່ານ.

ທ່ານ Gates ກ່າວຕໍ່ສະພານະໂຍບາຍທີ່ກຸງວໍຊິງຕັນໃນວັນອັງຄານວານນີ້ວ່າ ການ
ປະຕິບັດງານທາງທະຫານໃດໆກໍຕາມຕໍ່ສາທາລະນະລັດອິສລາມມີແຕ່ຈະສ້າງຄວາມ
ສາມັກຄີໃຫ້ແກ່ອີຣ່ານທີ່ພວມມີການແຕກແຍກ ແລະເຮັດໃຫ້ພວກຜູ້ນຳຂອງອີຣ່ານ
ມີຄວາມໝາຍໝັ້ນຕັ້ງໃຈຢ່າງເດັດດ່ຽວເພື່ອໃຫ້ໄດ້ມາຊຶ່ງອາວຸດນິວເຄລຍ.

ເຖິງ​ແມ່ນທ່ານ Gates ຈະກ່າວວ່າ ທ່ານເຊື່ອວ່າອີຣ່ານຍັງສືບຕໍ່ມີຄວາມຕັ້ງໃຈທີ່ຈະໃຫ້
ໄດ້ມາຊຶ່ງອາວຸດນິວເຄລຍນັ້ນ ທ່ານກໍເວົ້າວ່າການໂຈມຕີໃດໆກໍຕາມຕໍ່ອີຣ່ານ ຈະເຮັດ
ໃຫ້ຄວາມສາມາດໃນການສ້າງອາວຸດນິວເຄລຍຂອງອີຣ່ານ ມີການຊັກຊ້າ​ໄປ​ອີກ
2 ຫາ 3 ປີ.