ກຸ່ມກໍ່ການຮ້າຍ Al-Qaida ກ່າວໃນວັນອັງຄານມື້ນີ້ວ່າ ທ້າວ
Nasir al-Wuhayshi ຮອງຫົວໜ້າຂອງກຸ່ມ ແລະເປັນຜູ້ນຳ
ສາຂາເຢເມນ ທີ່ມີອິດທິພົນໄດ້ເສຍຊີວິດ ຍ້ອນການໂຈມຕີ
ຂອງເຮືອບິນບໍ່ມີຄົນຂັບ ໃນອາທິດແລ້ວນີ້.
ຢູ່ໃນຖະແຫລງການຜ່ານທາງວີດີໂອ ກຸ່ມ Al-Qaida ກ່າວວ່າ
ການໂຈມຕີໃນວັນສຸກທີ່ຜ່ານມາ ຢູ່ເມືອງທ່າ Mukalla ໃນພາກ
ຕາເວັນອອກສຽງໃຕ້ ໄດ້ສັງ ຫານ ທ້າວ Wuhayshi ແລະອີກ
ສອງຄົນ. ແລະກຸ່ມດັ່ງກ່າວໄດ້ຕັ້ງ ທ້າວ Qassim al-Rihi ເປັນ
ຜູ້ນຳຄົນໃໝ່ຂອງກຸ່ມ al-Qaida ໃນແຫຼມອາຣາເບຍຫຼື AQAP.
ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວໃນຕອນແລງວັນຈັນວານນີ້ວ່າ ຕົນພວມດຳ ເນີນງານ
ເພື່ອໃຫ້ການຢືນຢັນ ກ່ຽວກັບການເສຍຊີວິດ ຂອງທ້າວ Wuhayshi ແລະບໍ່ໄດ້ກ່າວວ່າ
ອົງການສືບລັບ CIA ຢູ່ເບື້ອງຫລັງການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຫລືບໍ່.
ທ້າວ Wuhayshi ໄດ້ເປັນຮອງ ຜູ້ນຳຂອງກຸ່ມ al-Qaida ທ້າວ Ayman al-Zawahiri
ແລະຄັ້ງນຶ່ງເຄີຍເປັນຜູ້ຊ່ວຍ ອະດີດຜູ້ນຳກຸ່ມກໍ່ການຮ້າຍ Osama bin Laden. ລາວໄດ້
ມາເປັນຜູ້ນຳຂອງ AQAP ຊຶ່ງ ສະຫະລັດ ພິຈາລະນາວ່າ ເປັນສາຂາກຸ່ມກໍ່ການຮ້າຍ
al-Qaida ທີ່ເປັນອັນຕະລາຍທີ່ສຸດໃນປີ 2009
ພາຍໃຕ້ການນຳພາຂອງ ທ້າວ Wuhayshi ກຸ່ມ AQAP ໄດ້ທຳການວາງແຜນທີ່ສຳຄັນ
ຫຼາຍຄັ້ງ ຮວມທັງ ການພະຍາຍາມລະເບີດເຮືອບິນໂດຍສານສາຍການບິນສະຫະດລັດ
ໃນວັນບຸນຄຣິສມາສປີ 2009. ໃນເດືອນມັງກອນກຸ່ມດັ່ງກ່າວໄດ້ອ້າງເອົາຄວາມຮັບຜິດ
ຊອບໃນການໂຈມຕີທີ່ຮ້າຍແຮງໃສ່ຫ້ອງ ການນິດຕະຍະສານກາຕູນ Charlie Hebdo
ໃນນະຄອນຫລວງປາຣີ.
ສະຫະລັດ ໄດ້ສະເໜີມອບເງິນລາງວັນເຖີງ 10 ລ້ານໂດລາ ສຳຫລັບຂ່າວຄາວນຳພາໄປ
ສູ່ການຈັບກຸມ ທ້າວ Wuhayshi.
Your browser doesn’t support HTML5
Yemen AQAP