ອະດີດຜູູ້ນຳໂປແລນ ຍອບຮັບວ່າ CIA ເຄີຍມີ ຄຸກລັບສອບສວນ ນັກໂທດ ຢູ່ໂປແລນ

Your browser doesn’t support HTML5

ອະດີດ​ປະທານ​າທິບໍດີ ​ໂປ​ແລນ ທ່ານ Aleksander Kwas-
niewski ກ່າວວ່າ ​ໂປແລນ ​ໄດ້ອະນຸຍາດ​ໃຫ້ ອົງກາງ​ສືບ​ລັບ
CIA ຂອງສະຫະລັດ ປະຕິບັດ​ການ ຄຸກ​ລັບຢູ່​ໃນ​ດິນ​ແດນ​ຂອງ
​ຕົນ ​ແຕ່​ທ່ານ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ໂປ​ແລນ ບໍ່ໄດ້ ອະ​ນຸ
ຍາດໃຫ້​ທຳການລົງ​ໂທດ​ໜັກ ຫລື​ທາ​ລຸນ ​ບັນດາ​ຜູ້​ຕ້ອງ​ສົງ​ໄສ
​ຢູ່​ທີ່​ນັ້ນ.

​ໃນ​ການ​ໃຫ້​ສຳພາດ​ໃນ​ວັນ​ພຸດ​ວານ​ນີ້ ກັບສະຖານີ​ວິທະຍຸ TOK
FM ຢູ່​ນະຄອນຫລວງ​ວໍ​ຊໍ ທ່ານ Kwasniewski ກ່າວ​ວ່າ ທ່ານ
​ໄດ້​ຮຽກຮ້ອງ​ໃຫ້ທ່ານ George W. Bush ​ຊຶ່ງ​ໃນ​ເວລາ​ນັ້ນ ດຳ
ລົງປະທານ​າທິບໍດີສະຫະລັດ ຍຸດຕິ​ ຄວາມ​ພະ​ຍາ​ຍາມ​ສືບ​ລັບ
​ທັງ​ໝົດ ຂອງສະຫະລັດ ຢູ່​ທີ່​ຄຸກ​ແຫ່ງ​ນັ້ນ ເມື່ອສິບ ກວ່່າປີ​ມາ​ແລ້ວ.

ທ່ານ Kwasniewski ກ່າວ​ວ່າ ຄວາມ​ພະຍາຍາມ​ນັ້ນໄດ້​ຖືກ​ຢຸດ​ໄວ້ ​ໃນ​ຈຸດ​ໃດ​ຈຸດ​ໜຶ່ງ.

ນີ້​ເປັນ​ຄັ້ງທຳ​ອິດ​ທີ່ ອະດີດ​ປະທານ​າທິບໍດີ​ໂປ​ແລນ ​ໄດ້​ຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ວ່າ​ ມີ​ຄຸກ​ດັ່ງ
ກ່າວ​ ຫລັງຈາກ​ໄດ້​ປະຕິ​ເສດ​ມາ​ໄດ້​ຫລາຍ​ປີ.

ມັນ​ເປັນ​ທີ່​ເຊື່ອກັນ​ວ່າ CIA ​ໄດ້​ປະຕິບັດການ​ຄຸ​ກສືບ​ລັບ ຢູ່​ໃນໂປ​ແລນ​ ​ໃນ​ປີ 2002 ​ແລະ
2003.

ທ່ານ Kwasniewski ​ໄດ້​ຖະ​ແຫລ​ງ ນຶ່ງ​ມື້ຫລັງການ​ເປີດ​ເຜີຍລາຍ​ງານ​ຂອງ ສະພາ​ສູງ
ສະຫະລັດ ທີ່​ບອກ​ວ່າ CIA ທີ່​ໄດ້​ໃຊ້ວິທີ​ການ​ອັນໂຫດຮ້າຍ​ທາ​ລຸນ ​ໃນ​ການ​ສອບ​ສວນ​
ພວກ​ນັກ​ໂທດ ຫລັງ​ຈາກການ​ໂຈມ​ຕີ​ຂອງ ພວກ​ກໍ່​ການ​ຮ້າຍ​ຕໍ່ສະຫະລັດ ​ເມື່ອວັນ​ທີ່ 11 ​ເດືອນກັນຍາ ປີ 2001 ນັ້ນ​.

Your browser doesn’t support HTML5

US Officials: Respecting Human Rights Boosts National Security