ປະທານາທິບໍດີທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານ Donald Trump ທີ່ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມຄິດຄວາມເຫັນຂອງປະຊາຄົມສືບລັບ ທີ່ວ່າຣັດເຊຍ ເປັນຜູ້ໂຈມຕີເຈາະຂໍ້ມູນຂັ້ນຕອນການເລືອກຕັ້ງຂອງສະຫະລັດເມື່ອໄວໆມານີ້ ຮັບຟັງລາຍງານໂດຍເຕັມຈາກພວກຜູ້ນຳຂອງປະຊາຄົມສືບລັບໃນວັນສຸກມື້ນີ້.
ໃນການເຄື່ອນໄຫວແບບທີ່ບໍ່ເຄີຍມີມາກ່ອນສຳລັບປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Trump ໄດ້ຕ້ອງຕິຢ່າງແຮງຕໍ່ປະຊາຄົມສືບລັບ ແຕ່ໃນວັນພະຫັດວານນີ້ໄດ້ອ່ອນນ້ຳສຽງລົງວາດໃດວາດນຶ່ງໂດຍໄດ້ສົ່ງຂໍ້ຄວາມຜ່ານທາງ Twitter ວ່າທ່ານເປັນ ຜູ້ນິຍົມຊົມຊອບ ທີ່ສຳຄັນ ຂອງໜ່ວຍສືບລັບສະຫະລັດ.
ໃນມື້ວານນີ້ ຫົວໜ້າໜ່ວຍສືບລັບຂອງສະຫະລັດ ໄດ້ໃຫ້ການວ່າ ມີຫລັກຖານ ອັນແໜ້ນ ໜາທີ່ວ່າ ຣັດເຊຍໄດ້ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກ ປີກາຍນີ້ ແຕ່ກໍກ່າວວ່າ ບໍ່ມີທາງທີ່ຈະບອກໄດ້ວ່າ ມັນຊ່ອຍທ່ານ Trump ໃຫ້ຊະນະຫຼືບໍ່.
ທ່ານ James Clapper ຜູ້ອຳນວຍການອົງການສືບລັບແຫ່ງຊາດ ກ່າວຕໍ່ຄະນະກຳມະ ການກອງທັບຂອງສະພາສູງວ່າ “ຣັດເຊຍມີປະຫວັດສາດທີ່ຍາວນານໃນການແຊກແຊງເຂົ້າໃນການເລືອກຕັ້ງຕ່າງໆ ທັງຂອງພວກເຂົາເອງແລະຂອງປະຊາຊົນຢູ່ໃນແຫ່ງອື່ນໆ. ແຕ່ພວກເຮົາກໍບໍ່ເຄີຍພົບເຫັນການປຸກລະດົມໂດຍກົງແບບນີ້ເພື່ອແຊກແຊງເຂົ້າໃນຂັ້ນ ຕອນການເລືອກຕັ້ງເທົ່າທີ່ເຄີຍພົບເຫັນມາໃນກໍລະນີນີ້.”
Your browser doesn’t support HTML5
Clapper: Hacking Was Only Part of Russian Interference in US Election
ທ່ານ Clapper ກ່າວຕໍ່ບັນດາສະມາຊິກສະພາສູງວ່າ ຣັດເຊຍໄດ້ດຳເນີນການປຸກລະດົມແບບຫຼາຍດ້ານທີ່ຮວມທັງບໍ່ພຽງແຕ່ໂຈມຕີເຈາະຂໍ້ມູນແລະເຜີຍແຜ່ອີແມລຂອງພັກເດໂມແຄຣັດເທົ່ານັ້ນ ແຕ່ຍັງໄດ້ທຳການໂຄສະນາຊວນເຊື່ອ ແບບດັ້ງເດີມ ໃຫ້ຂໍ້ມູນທີ່ຜິດພາດ ແລະອອກຂ່າວທີ່ບໍ່ມີມູນຄວາມຈິງນຳດ້ວຍ.”
ຜູ້ອຳນວຍການ ອົງການຄວາມໝັ້ນຄົງແຫ່ງຊາດ ທ່ານ Mike Rogers (ຂວາ) ຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດ ທ່ານJames Clapper (ກາງ) ແລະຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັບຜິດຊອບ ໃນດ້ານສືບລັບ ທ່ານ Marcel Lettre II, testifies ທີ່ຕຶກລັດຖະສະພາສະຫະລັດ.
ທ່ານ Clapper ກ່າວວ່າ ທ່ານບໍ່ຮູ້ຢ່າງເປັນການແນ່ນອນວ່າ ຣັດເຊຍໄດ້ເປີດເຜີຍຂໍ້ມູນ ຄວາມລັບທີ່ສຳຄັນທີ່ມີອິດທິພົນຕໍ່ການເລືອກເອົາຜູ້ສະໝັກຂອງບັນດາຜູ້ມີສິດປ່ອນບັດໃນວັນທີ 8 ພະຈິກຫຼືບໍ່. ແຕ່ທ່ານກໍກ່າວວ່າ ຣັດເຊຍບໍ່ໄດ້ ແຊກແຊງເຂົ້າໃນການນັບບັດຄະແນນສຽງຫຼືຜົນການເລືອກຕັ້ງຂັ້ນສຸດທ້າຍ.
Your browser doesn’t support HTML5
Trump Warned on ‘Disparagement’ of Intelligence Community