ຄວາມພະຍາຍາມຂອງເກົາຫຼີເໜືອ ທີ່ຈະຍົກລະດັບ ແລະຂະຫຍາຍຖານຍິງລູກສອນ
ໄຟຂີປະນາວຸດໄລຍະຍາວ ໄດ້ເກີດຂຶ້ນໂດຍທີ່ບໍ່ເປັນໜ້າປະຫຼາດໃຈແຕ່ຢ່າງໃດເລີຍ
ສຳລັບເຈົ້າໜ້າທີ່ສືບລັບທີ່ອິດເມື່ອຍກັບຄຳໝັ້ນສັນຍາມາເປັນເວລາດົນນານຂອງ
ພຽງຢາງ ທີ່ເວົ້າວ່າປົດອາວຸດນິວເຄລຍນັ້ນ.
ຮູບພາບໃໝ່ຈາກດາວທຽມສະແດງໃຫ້ເຫັນສິ່ງທີ່ປາກົດວ່າເປັນການປັບປຸງຖານຍິງ
ລູກສອນໄຟຢູ່ ຍີອົງແຈວ-ດົງ ທີ່ເປັນສະຖານທີ່ ທີ່ຕັ້ງຢູ່ເຂດພູຜາຂອງເກົາຫຼີເໜືອ
ພ້ອມທັງການສ້າງສະຖານທີ່ແຫ່ງໃໝ່,ໂຮຈຸງ-ຣີ ທີ່ຢູ່ຫ່າງຈາກນັ້ນອອກໄປ 11 ກິໂລ
ແມັດ.
ເຈົ້າໜ້າທີ່ສືບລັບສະຫະລັດຄົນນຶ່ງກ່າວຕໍ່ ວີໂອເອ ໃນເວລາຖືກຖາມກ່ຽວກັບບັນດາ
ຮູບພາບດັ່ງກ່າວວ່າ “ການວິເຄາະຂອງພວກເຮົາບໍ່ມີຫຍັງປ່ຽນແປງ. ເກົາຫຼີເໜືອມີ
ວຽກໃຫຍ່ທີ່ຈະເຮັດ. ຈົນກວ່າວ່າປະເທດດັ່ງກ່າວໄດ້ຂະຫຍາຍອອກໄປຢ່າງເຕັມທີ່
ແລະເຂົາເຈົ້າໄດ້ເຮັດພາກສ່ວນເຂົາເຈົ້າຫຼ້ອນໜ້າທີ່ ພວກເຮົາຍັງຈະຕ້ອງມີຄວາມ
ສົງໄສຢູ່.”
ບັນດາຮູບພາບ ທີ່ໄດ້ມາຈາກໂທລະພາບ CNN ສະແດງໃຫ້ເຫັນວ່າເກົາຫຼີເໜືອ
ໄດ້ເລີ້ມສ້າງສະຖານທີ່ໃຫຍ່ໂຕຢູ່ໃຕ້ດິນໃນປີ 2017 ແລະການກໍ່ສ້າງດັ່ງກ່າວ ຍັງ
ສືບຕໍ່ດຳເນີນໄປຢູ່ຈົນຮອດເດືອນສິງຫາປີນີ້.
ບັນດານັກຄົ້ນຄວ້າຢູ່ສະຖາບັນມີເດີລບູຣີແຫ່ງສະຖາບັນສຶກສາສາກົນ ທີ່ໄດ້ວິເຄາະ
ຮູບພາບທາງດາວທຽມນັ້ນ ກ່າວວ່າ ນີ້ເປັນເທື່ອທຳອິດທີ່ສະຖານທີ່ໂຮຈຸງ-ຣີ ໄດ້ຖືກ
ບົ່ງຊີ້ໃຫ້ຮູ້ຢ່າງເປີດເຜີຍ ໂດຍໄດ້ອະທິບາຍການເຮັດວຽກຢູ່ທີ່ນັ້ນວ່າ “ເປັນເລື້ອງ
ສໍາຄັນຫຼາຍ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອືນ ຈັບມືກັນຢູ່ທີ່ກອງປະຊຸມສຸດຍອດ ທີ່ສິງກະໂປ ວັນທີ 12 ມິຖຸນາ 2018.
ພວກນັກຄົ້ນຄວ້າກ່າວວ່າ ເມື່ອເວົ້າເຖິງວຽກທີ່ໄດ້ເຮັດໄປນັ້ນ ແລະທີ່ຕັ້ງຂອງສະຖານ
ທີ່ນັ້ນ ບັນດາຖານຍິງລູກສອນໄຟຕ່າງໆ ອາດກຽມພ້ອມທີ່ຈະຮັບເອົາລູກສອນໄຟຍິງ
ໄລະຍະໄກໃໝ່ທີ່ສຸດຂອງເກົາຫຼີເໜືອ ຊຶ່ງຈຳນວນນຶ່ງມີສະມັດຕະພາບທີ່ຈະບັນຈຸ
ອາວຸດນິວເຄລຍ ແລະຍິງມາເຖິງສະຫະລັດໄດ້.
ທ່ານແຈັຟຟຣີ ຫລຸຍສ໌ ຈາກສະຖານບັນມິເດີລບູຣີ ກ່າວຕໍ່ໂທລະພາບ CNN ວ່າ
“ເຖິງແມ່ນວ່າຜູ້ນຳເກົາຫຼີເໜືອ, ທ່ານກິມ ຈົງ ອຶນ, ຈະເວົ້າແນວໃດກ່ຽວກັບຄວາມ
ປາດຖະໜາຂອງທ່ານ ທີ່ຢາກປົດອາວຸດນິວເຄລຍນັ້ນ, ເກົາຫຼີເໜືອແມ່ນຍັງສືບ
ຕໍ່ທີ່ຈະສ້າງແລະໃຊ້ລູກສອນໄຟທີ່ຕິດອາວຸດນິວເຄລຍຢູ່.”