ໜ່ວຍສືບລັບ ສຫລ ກ່າວຫາ ຣັດເຊຍ ທ່ານ Putin ວ່າ ຢາກຊ່ວຍ ທ່ານທຣຳ ໃຫ້ຊະນະ

ສ່ວນນຶ່ງຂອງເອກກະສານລັບ ທີ່ຫາກໍຖືກເປີດເຜີຍ ຊຶ່ງຊັ່ງຊາ ກ່ຽວກັບຄວາມພະຍາຍາມຂອງຣັດເຊຍ ທີ່ໄດ້ແຊກແຊງ ເຂົ້າໃນການເມືອງຂອງສະຫະລັດ. (6 ມັງກອນ 2016)

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ເລີ້ມ​ແຜນການບ່ອນ​ທຳລາຍການ​ເລືອກ​ຕັ້ງ​ສະຫະລັດ ​ໃນ​ປີ 2016 ແລະ​ເຮັດ​ໃຫ້​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານນາງ Hillary Clinton ບໍ່​ເປັນ​ທີ່​ໜ້າ​ເຊື່ອ​ຖື ດ້ວຍ​ການ​ໃຊ້ “ອິດ​ທິພົນ​ໃນ​ການ​ປຸກລະ ດົມ” ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ ຊຶ່ງ​ໃນ​ທີ່​ສຸດ​ກໍ​ໄດ້​ຊ່ອຍ​ຕັດສິນ ​ເຮັດ​ໃຫ້ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ມີ​ໂອກາດ ອີງ​ຕາມ​ລາຍ​ງານ​ລັບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ປະຊາ​ຄົມ​ສືບ​ລັບ​ຂອງ​ສະຫະລັດ.

“​ເປົ້າໝາຍ​ຂອງຣັດ​ເຊຍ ​ກໍ​ຄື​ ບ່ອນ​ທຳລາຍ​ຄວາມ​ເຊື່ອ​ໝັ້ນ ຂອງ​ປະຊາຊົນ ​ໃນ​ຂັ້ນຕອນ​ການ​ເລືອກຕັ້ງ​ ແບບ​ປະຊາທິປະ​ໄຕ​ຂອງ​ສະຫະລັດ ສົບ​ປະໝາດ ​ລັດຖະມົນຕີ​ການ​ຕ່າງ ປະ​ເທດ Clinton ​ແລະ​ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່​ໂອກາດ ​ທີ່​ທ່ານ​ນາງ ​ຈະ​ໄດ້​ຖືກຮັບ ເລືອກ” ອີງ​ຕາມລາຍ​ງານ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນຕອນ​ແລງ​ວັນ​ສຸກ​ວານ​ນີ້​.

ລາຍ​ງານ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ຍັງ​ໄດ້ຊັ່ງຊາ​ຕື່ມ​ວ່າ ທ່ານ Putin ​ແລະ​ລັດຖະບານຣັດ​ເຊຍ ​ໄດ້​ຕັ້ງ​ເປົ້າໝາຍໄວ້​ຢ່າງ​ຈະ​ແຈ້ງ ສຳລັບ​ທ່ານ Trump ປະ ທາ​ນາ​ທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Putin ​ແລະ​ລັດຖະບານຣັດ​ເຊຍມີ​ຄວາມປາຖະໜາຈະ​ຊ່ອຍໃຫ້ທ່ານ Trump ມີ​ໂອກາດຈະ​ໄດ້​ຮັບ​ເລືອກ​ຫຼາຍຂຶ້ນ ​ເທົ່າທີ່​ຈະ​ຫຼາຍ​ໄດ້.”

ການ​ເປີດ​ເຜີຍ​ລາຍ​ງານ​ດັ່ງກ່າວໂດຍ​ອົງການ​ສືບ​ລັບທີ່​ສຳຄັນ​ສຸດ 3 ອົງການ​ຂອງສະຫະ ລັດ ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກ ​ພວກ​ຫົວໜ້າ​ໜ່ວຍ​ສືບ​ລັບ ​ໄດ້​ລາຍງານ​ແບບ​ປິດ​ລັບ​ຕໍ່​ທ່ານ Trump ທີ່​ນະຄອນ​ນິວຢອກ. ປະທານາທິບໍດີບາຣັກ​ໂອ​ບາ​ມາທີ່​ກຳລັງ​ຈະ​ພົ້ນ ຈາກ​ຕຳແໜ່​ງຊຶ່ງ​ໄດ້​ສັ່ງ​ໃຫ້​ເຮັດ​ລາຍ​ງານ​ນີ້ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເອກ​ກະສາ​ນ​ເຫຼົ່າ ນີ້ໃນ​ວັນ​ພະຫັດ​ຜ່ານ​ມາ.

ຢູ່​ໃນ​ລາຍ​ງານ​ດັ່ງກ່າວ ທັງ​ອົງການ​ສືບ​ລັບ​ຊີ​ໄອ​ເອ​ແລະ​ອົງການ​ສັນຕິ​ບານ​ກາງ FBI ຂອງ​ສະຫະລັດ​ຕ່າງ​ກໍ​ກ່າວ​ວ່າ ຕົນ​ມີ “ຄວາມ​ເຊື່ອ​ໝັ້ນ​ເປັນ​ຢ່າງ​ສູງ” ກ່ຽວກັບ​ການ​ສະຫຼຸບ​ຂອງ​ລາຍ​ງານ​ນີ້. ສ່ວນ​ອົງການ​ສືບ​ລັບ​ທີ​ສາມ ຄື​ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ ​ໃນ​ຂະນະ​ທີ່​ເຫັນ​ພ້ອມແຕ່​ກໍ​ກ່າວ​ວ່າ ຕົນ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນລະ​ດັບ “ປານ​ກາງ​” ​ເທົ່າ​ນັ້ນໃນ​ການ​ພົບ​ເຫັນ​ດັ່ງກ່າວ.

​ໃນ​ຕອນ​ແລງວັນ​ສຸກ​ວານ​ນີ້ ທ່ານ Trump ​ແທນ​ທີ່​ຈະ​ກ່າວໂຈມ​ຕີ​ທ່ານ Putin ​ແລະຣັດ​ເຊຍ ທີ່ໄດ້​ແຊກ​ແຊງ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ຂອງ​ສະຫະລັດ ກັບ​ສົ່ງ​ຂໍ້ຄວາມ ​ຜ່ານ​ທາງ Twitter ຖິ້ມ​ໂທດ​ໃສ່​ພັກ​ເດ​ໂມ​ແຄຣັດທີ່​ຖືກ​ໂຈມ​ຕີ. ຂໍ້ຄວາມຂອງ​ທ່ານ Trump ມີ​ເນື້ອ​ ໄນ​ວ່າ “ການ​ບໍ່​ເອົາ​ໃຈ​ໃສ່​ໂດຍ​ລວມ ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດພັກ​ເດ​ໂມ​ແຄຣັດ​ເປີດ​ໂອກາດໃຫ້​ມີ​ການ​ເຈາະ​ຂໍ້​ມູນ​ເກີດ​ຂຶ້ນ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ “ຄະນະ​ກຳມະການ​ແຫ່ງ​ຊາດ​ພັກຣີພັບ​ບລີ​ກັນ ​ມີ​ການປ້ອງ​ກັນ​ທີ່​ເຂັ້ມ​ແຂງ” ​ໂດຍ​ບໍ່​ໄດ້​ກ່າວອ້າງ​ອີງ​ເຖິງ​ການ​ແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ທີ່​ບັນດາ​ໜ່ວຍ​ສືບ​ລັບ​ຂອງ​ສະຫະລັດ​ກ່າວ​ວ່າ ທີ່ໄດ້​ແນ​ໃສ່​ເພື່ອ​ຊ່ອຍ​ທ່ານ​ໃຫ້​ຊະນະ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ