ອົງການສືບລັບ ສະຫະລັດ ພະຍາຍາມຈະກຳນົດທິດທາງ ສຳລັບສີ່ປີຂ້າງໜ້າ ເພື່ອຮັບ
ມືກັບຄວາມວຸ້ນວາຍ ທີ່ເພີ້ມທະວີຂຶ້ນໃນໂລກ ແບບບໍ່ມີເຄີຍມີມາກ່ອນ ເນື່ອງຈາກບັນ
ຫາທີ່ສະຫລັບຊັບຊ້ອນ ຍ້ອນຄວາມອ່ອນແອລົງຂອງລະບົບສາກົນທີ່ນຳພາໂດຍ
ປະເທດຕາເວັນຕົກ ການປ່ຽນແປງດ້ານເທັກໂນໂລຈີທີ່ວ່ອງໄວ ແລະຄວາມເປັນຫ່ວງ
ທີ່ຍັງມີຢູ່ຕໍ່ມາ ກ່ຽວກັບກອງທຶນທີ່ບໍ່ແນ່ນອນ.
ແຜນການດັ່ງກ່າວ ຊຶ່ງໄດ້ແຈ້ງໃຫ້ຮູ້ ໃນວັນອັງຄານວານນີ້ ຢູ່ໃນແຜນຍຸດທະສາດແຫ່ງ
ຊາດສະບັບໃໝ່ ໄດ້ນຳສະເໜີໃນອັນທີ່ບັນດາເຈົ້າໜ້າທີ່ສືບລັບສູງສຸດອະທິບາຍວ່າ
ເປັນທັງການປັບປຸງໃນດ້ານ “ຫຼັກການ” ແລະ “ພື້ນຖານ” ກ່ຽວກັບຍຸດທະສາດເທື່ອ
ກ່ອນ ແລະໄດ້ອອກແບບເພື່ອຄ້ຳປະກັນໃຫ້ແກ່ຊາວອາເມຣິກັນ ໃນເວລາທີ່ບໍ່ມີ
ຄວາມແນ່ນອນ.
ຍຸດທະສາດເຕືອນວ່າ “ພວກເຮົາພວມປະເຊີນໜ້າກັບບັນຫາທ້າທາຍທີ່ສຳຄັນຢູ່ພາຍ
ໃນປະເທດ ແລະ ສະພາບແວດລ້ອມຂອງໂລກ. ເພື່ອຜ່ານຜ່າຄວາມວຸ້ນວາຍໃນທຸກມື້
ນີ້ ແລະ ຄວາມສະຫລັບຊັບຊ້ອນກ່ຽວກັບສະພາບແວດລ້ອມທາງດ້ານຍຸດທະສາດ
ພວກເຮົາຕ້ອງເຮັດສິ່ງເຫລົ່ານີ້ ໃຫ້ແຕກຕ່າງໄປ.”
ພາກສ່ວນຂອງຄວາມແຕກຕ່າງ ແມ່ນການເນັ້ນໜັກຄືນໃໝ່ ໃສ່ຄວາມໂປ່ງໃສ ແລະ
“ເວົ້າຄວາມຈິງ” ຫົວໜ້າສືບລັບແຫ່ງຊາດ ທ່ານແດນ ໂຄຕສ໌ ກ່າວຕໍ່ບັນດາສະມາຊິກ
ປະຊາຄົມສືບລັບ ໃນຂະນະທີ່ເປີດເຜີຍຍຸດທະສາດສະບັບນີ້.
ຫົວໜ້າອົງການສືບລັບແຫ່ງຊາດ ທ່ານແດນ ໂຄຕສ໌ ລະຫວ່າງການລາຍງານຕໍ່ສະພາ ໃນນະຄອນຫຼວງວໍຊິງຕັນ ວັນທີ 13 ກຸມພາ 2018.
ທ່ານໂຄດຕ໌ ກ່າວວ່າ “ພວກເຮົາຈຳເປັນຕ້ອງໃຫ້ການຄ້ຳປະກັນແກ່ຜູ້ກຳນົດນະໂຍ
ບາຍ ແລະຊາວອາເມຣິກັນວ່າ ພວກເຮົາສາມາດເປັນທີ່ເຊື່ອຖືໄດ້. ເຖິງແມ່ນວ່າໄດ້ມີ
ການເນັ້ນໜັກທີ່ຍັງມີຢູ່ຕໍ່ມາໃນສະພາບແວດລ້ອມປັດຈຸບັນ.”
ຍຸດທະສາດໃໝ່ໄດ້ລະບຸສອງຢ່າງຂອງການເນັ້ນໜັກເຫຼົ່ານັ້ນວ່າ “ຄວາມອ່ອນແອລົງ
ໃນຍຸກຫຼັງສົງຄາມໂລກຄັ້ງທີສອງ ຂອງລະບົບສາກົນ” ແລະໃນອັນທີ່ຮ້ອງວ່າ “ທ່າອຽງ
ໃນການຢູ່ຢ່າງໂດດດ່ຽວເພີ້ມຂຶ້ນໃນປະເທດຕາເວັນຕົກ.”
ອະດີດບັນດາເຈົ້າໜ້າທີ່ສືບລັບໄດ້ຕຳໜິຢ່າງໄວ ຕໍ່ປະທານາທິບໍດີສຫະຫະລັດ ທ່ານ
ດໍໂນລ ທຣຳ ໂດຍໃຫ້ຂໍ້ສັງເກດໃນອັນທີ່ປາກົດວ່າເປັນຄວາມພໍໃຈ ກັບຝ່າຍກົງກັນ
ຂ້າມ ຄືດັ່ງ ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ ໃນຂະນະດຽວກັນ ໄດ້
ຕຳໜິບັນດາປະເທດພັນທະມິດ ຢູ່ໃນເວທີໂລກ.