ບໍລິສັດ hedge fund ຍອມຮັບຜິດ ໃນຄະດີ ອາຍາ

ທ່ານ Preet Bharara ທະນາຍຄວາມຂອງລັດຖະບານ ສຫລ ກ່າວໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບຄະດີ ທີ່ຄະນະໄອຍະການ ຂອງລັດຖະບານກາງ ເວົ້າວ່າ ບໍລິສັດ SAC Capital Advisors ໄດ້ຕົກລົງທີ່ຈະຍອມຮັບຜິດ ແລະຈ່າຍຄ່າປັບໃໝ່ 1 ພັນ 800 ລ້ານໂດລາ (4 ພະຈິກ 2013)

SAC Capital Advisors ຊຶ່ງເປັນນຶ່ງໃນບັນດາບໍລິສັດການລົງ
ທຶນ hedge fund ຂອງຕະຫຼາດຮຸ້ນສະຫະລັດ ທີ່ປະສົບກັບຜົນ
ສຳເລັດນັ້ນ ໄດ້ຍອມຮັບຜິດ ໃນຂໍ້ຫາສໍ້ໂກງ.

ການຍອມຮັບຜິດດັ່ງກ່າວ ແມ່ນພາກສ່ວນນຶ່ງໃນການຕົກລົງມູນ
ຄ່າ 1 ພັນ 8 ຮ້ອຍລ້ານໂດລາ ເພື່ອແກ້ໄຂ ຕໍ່ການກ່າວຫາທີ່ວ່າ
ທາງບໍລິສັດໄດ້ຊຸກຍູ້ໃຫ້ມີການຄ້າພາຍໃນ ຫລື inside trading
ແບບທີ່ຄວບຄຸມບໍ່ໄດ້ ມາຫຼາຍໆປີແລ້ວ.

ທະນາຍຄວາມຄົນນຶ່ງ ຂອງບໍລິສັດໄດ້ຍອມຮັບຜິດ ຕໍ່ສານທີ່ນະ
ຄອນ Manhattan ໃນມື້ວັນສຸກວານນີ້ຕໍ່ຂໍ້ຫາ 4 ກະທົງກ່ຽວກັບ
ການສໍ້ໂກງຕະຫຼາດຫລັກຊັບ ແລະອີກກະທົງນຶ່ງ ໃນການສໍ້ໂກງ ໂດຍໃຊ້ການສື່ສານ ເພື່ອ ຫຼອກລວງ.

ຜູ້ພິພາກສາຍັງບໍ່ທັນຮັບເອົາການຍອມຮັບຜິດດັ່ງກ່າວໃນທັນທີເທື່ອໂດຍເວົ້າວ່າທ່ານນາງ ຕ້ອງໄດ້ທົບທວນເບິ່ງເງື່ອນໄຂຕ່າງໆຂອງການຕົກລົງກ່ອນ.

ຢ່າງໜ້ອຍ ມີການນຳເອົາຂໍ້ຄັດຄ້ານນຶ່ງຕໍ່ການຕົກລົງນີ້ ມາອ່ານຢູ່ໃນສານ ຊຶ່ງໃຫ້ຂໍ້ສັງເກດ ວ່າ ຈະບໍ່ມີຜູ້ໃດໄປເຂົ້າຄຸກ ພາຍໃຕ້ຂໍ້ຕົກລົງດັ່ງກ່າວ.

ຄະນະໄອຍະການຂອງລັດຖະບານກາງສະຫະລັດກ່າວວ່າ ພະນັກງານຂອງບໍລິສັດ SAC ໄດ້ໃຊ້ຂໍ້ມູນທີ່ຜູ້ຄົນທົ່ວໄປບໍ່ຮູ້ຈັກຢ່າງຜິດກົດໝາຍ ເພື່ອທຳການຊື້ ຂາຍທີ່ສຳຄັນໆ. ການ ນຳໃຊ້ຂໍ້ມູນທີ່ຜູ້ຄົນທົ່ວໄປບໍ່ຮູ້ຈັກນັ້ນ ເຮັດໃຫ້ບໍລິສັດ SAC ໄດ້ປຽບແບບບໍ່ຍຸຕິທຳຕໍ່ພວກ ນັກລົງທຶນອື່ນໆທີ່ເປັນຄູ່ແຂ່ງ.

ຄະນະໄອຍະການເວົ້າວ່າ ເຂົາເຈົ້າຄິດວ່າການປັບໃໝ 1,800 ລ້ານໂດລານີ້ ແມ່ນໃຫຍ່ທີ່ ສຸດເທົ່າທີ່ເຄີຍມີມາ ສຳລັບຄວາມຜິດການຄ້າພາຍໃນ.